ປະຊາຊົນຢູ່ເມືອງລອງ ລໍຖ້າ ການຊ່ວຍເຫຼືອ

ໄມຊູລີ
2018.10.10
F-Nam-long ສະພາບປົກກະຕິ ຂອງນໍ້າລອງ ພາຍຫຼັງຣະດັບນໍ້າ ໄດ້ລົດລົງ (ຮູປຖ່າຍ ເດືອນສິງຫາ 2018)
RFA/VD

ປະຊາຊົນ 100 ປາຍຄອບຄົວ ຢູ່ເມືອງລອງ ແຂວງຫລວງນໍ້າທາ ທີ່ ໄດ້ຮັບຜົນກະທົບ ຈາກ ພັຍນໍ້າຖ້ວມ ຕັ້ງແຕ່ເດືອນ ກໍຣະກະດາ ຜ່ານມາ ຍັງບໍ່ທັນໄດ້ຮັບ ການຊ່ວຍເຫລືອ ຈາກທາງການພາຍຫລັງ ທີ່ທາງຫ້ອງການ ສວັດດິການສັງຄົມ ປະຈຳເມືອງລອງ ໄດ້ເກັບກຳ ຂໍ້ມູນ ຜູ້ທີ່ໄດ້ຮັບ ຜົນກະທົບ ແລະ ສົ່ງໃຫ້ທາງແຂວງ ພິຈາຣະນາແລ້ວ ແຕ່ຈົນເຖິງປັດຈຸບັນ ປະຊາຊົນ ຍັງບໍ່ໄດ້ຮັບ ການຊ່ອຍເຫລືອ ເທື່ອ. ດັ່ງ ຊາວບ້ານ ຜູ້ທີ່ໄດ້ຮັບຜົນກະທົບ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນ ວັນທີ 8 ຕຸລາ ນີ້ວ່າ:

“ທາງຫ້ອງການເພິ່ນກະໄດ້ລົງມາ ເກັບກຳຂໍ້ມູນໄປໝົດແລ້ວ ພວກເຮົາກະໄດ້ເຊັນຢັ້ງຢືນໄປໝົດ ຜ່ານມາກະ 3 ເດືອນແລ້ວ ຍັງບໍ່ທັນໄດ້ ມີຂ່າວຫຍັງ ເພີ່ນຊິຊ່ວຍທໍ່ໃດ ກະຍັງບໍ່ຮູ້ ດຽວນີ້ກະຍັງບໍ່ທັນມີບ່ອນຢູ່ ເພາະວ່າເຮືອນຖືກນໍ້າພັດໄປ ຕອນນໍ້າຖ້ວມ ດຽວນີ້ ກະຂໍຢູ່ນຳ ພີ່ນ້ອງກ່ອນ.”

ທ່ານວ່າຜູ້ທີ່ໄດ້ຮັບຜົນກະທົບຈາກ ພັຍທັມມະຊາດ ຄັ້ງນີ້ ສຳລັບເມືອງລອງ ມີທັງໝົດປະມານ 100 ປາຍຄອບຄົວ ໃນນັ້ນມີ 2 ຄອບຄົວ ທີ່ບໍ່ມີບ່ອນຢູ່ອາສັຍ ຍ້ອນວ່າເຮືອນເຂົາເຈົ້າ ຖືກນໍ້າພັດ. ສໍາລັບຜົນເສັຍຫາຍ ຈາກພັຍທັມມະຊາດຄັ້ງນີ້ ສະເພາະເມືອງລອງ ນັ້ນທາງການ ປະເມິນວ່າ 40 ປາຍຕື້ກີບ ຊຶ່ງໃນນັ້ນ ຮວມທັງຂົວຂ້າມນໍ້າ 2 ແຫ່ງ. ກ່ຽວກັບເຣື້ອງນີ້ ທີມງານ ວິທຍຸເອເຊັຽເສຣີ ໄດ້ສອບຖາມ ໄປຍັງ ພາກສ່ວນກ່ຽວຂ້ອງ ໂດຍເຈົ້າໜ້າທີ່ ທ່ານນຶ່ງ ຜູ້ບໍ່ປະສົງອອກຊື່ ແລະສຽງເວົ້າວ່າ:

“ສຳລັບຂໍ້ມູນແມ່ນທາງພວກເຮົາໄດ້ເກັບໝົດແລ້ວ ດຽວນີ້ມີແຕ່ວ່າລໍຖ້າທາງຂັ້ນເທີງເພິ່ນ ອະນຸມັດ ແຕ່ກໍ່ຈະໄດ້ຢູ່ ແຕ່ກະຈະບໍ່ໄດ້ໝົດ ສຳລັບມູນຄ່າທີ່ເຮົາເສັຍໄປ.”

ເຖິງຢ່າງໃດກໍ່ຕາມ ປະຊາຊົນ ຫລາຍຄອບຄົວ ຍັງລໍຖ້າການ ຊ່ວຍເຫລືອຈາກ ພາກ-ຣັດ ຢູ່ ໂດຍສະເພາະ 2 ຄອບຄົວ ທີ່ສູນເສັຽ ເຮືອນຊານ ປະຈຸບັນ ແມ່ນລຳບາກທີ່ສຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.