ຄົນຈີນເປີດທຸຣະກິດ ຫຼາຍຂຶ້ນ ຢູ່ ຫຼວງນ້ຳທາ

ຈໍາປາທອງ
2018.12.14
ການກໍ່ສ້າງຕຶກ ທະນາຄານລາວຈີນ ຂອງນັກລົງທຶນຈີນ ຢູ່ແຂວງຫຼວງນໍ້າທາ
RFA/VD

ປະຈຸບັນ ຄົນຈີນໄດ້ເຂົ້າມາຊື້ທີ່ດິນ ແລະເຮັດທຸຣະກິດຕ່າງໆ ຢູ່ແຂວງຫລວງນໍ້າທາ ຫລາຍຂຶ້ນ ເປັນຕົ້ນຊື້ດິນປຸກສ້າງບ້ານພັກ,ໂຮງແຮມ ແລະດິນສວນ ໂດຍອອກຊື່ຄົນລາວ. ຕາມຄໍາເວົ້າຂອງເຈົ້າໜ້າທີ່ ຫ້ອງການທີ່ດິນ ເມືອງຫຼວງນໍ້າທາ. ທ່ານໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 14 ທັນວາ ນີ້ວ່າ:

“ແຂວງຫຼວງນໍ້າທາສ່ວນຫຼາຍມັນແມ່ນພວກທີ່ເຂົາເຈົ້າ ມາຢູ່ດົນມາເຮັດທຸຣະກິດຄ້າ ຂາຍແບບວ່າເຂົາເຈົ້າ ບໍ່ຢາກເຊົ່ານີ້ນ່າ ເບື້ອງຕົ້ນ ກະແມ່ນເຊົ່າຫັ້ນແຫຼະແຕ່ພໍຢູ່ດົນໄປ ເຂົາກະຖາມຊື້ນຳເຈົ້າຂອງ ເລີຍເຂົາເຈົ້າຈະໃຫ້ລາຄາສູງຖ້າເປັນບ່ອນທີ່ເຂົາມັກ.”

ທ່ານກ່າວວ່າ ເຫດຜົນທີ່ເຮັດໃຫ້ຄົນຈິນ ເຂົ້າມາຊື້ດິນຢູ່ ແຂວງຫລວງນໍ້າທານັ້ນ ກໍຍ້ອນວ່າ ແຂວງຫລວງນໍ້າທານີ້ ມີຊາຍແດນຕິດກັບ ປະເທສຈີນ ແລະ ມີທ່າແຮງ ທາງດ້ານທຸຣະກິດ ຫລາຍປະເພດ ຍ້ອນຈະມີທາງຣົດໄຟ ຜ່ານ. ຖ້າຫາກວ່າຈະເຊົ່າ, ຄ່າເຊົ່າ ແຕ່ລະປີກໍ ແພງ ແລະຣະຍະເວລາເຊົ່າສຸງສຸດ ກໍແມ່ນ 5 ປີ, ເຮັດໃຫ້ການດຳເນີນທຸຣະກິດ ມີຄວາມຫຍຸ້ງຍາກ. ດັ່ງນັ້ນຄົນຈີນ ຈຶ່ງຕ້ອງການຊື້ດິນ ດັ່ງທີ່ທ່ານກ່າວວ່າ:

“ນອກຈາກ ບ່ອນຢູ່ອາໃສ ແລະກະບ່ອນຄ້າຂາຍ ແລ້ວສວນຢາງ ຢູ່ຕາມເຂດຊາຍແດນນີ້ ສ່ວນຫລາຍປະຊາຊົນ ຈະຂາຍໃຫ້ຈີນໝົດ ແຕ່ວ່າກະຍັງອອກຊື່ ຄົນລາວຢູ່.”

ທ່ານເວົ້າຕື່ມວ່າ ເຂດທີ່ຄົນຈີນເຂົ້າມາຊື້ທີ່ດິນ ສ່ວນຫລາຍແມ່ນຢູ່ເຂດນາເຕີຍ ເມືອງຫລວງນໍ້າທາ ແລະເຂດເມືອງສິງ ຊຶ່ງເປັນເຂດ ທີ່ ຕິດຊາຍແດນຈີນ. ທີ່ຜ່ານມາເຂດດັ່ງກ່າວ ມີຄົນຈີນເຂົ້າມາລົງທຶນຄ້າຂາຍ ແລະເຮັດທຸຣະກິດຕ່າງໆ ເປັນຕົ້ນຮ້ານຂາຍ ເຄື່ອງຍ່ອຍ, ຮ້ານອາຫານ, ໂຮງແຮມ, ບ້ານພັກ ຮວມໄປເຖິງການບໍຣິການສະຖານທີ່ ທ່ອງທ່ຽວນໍາດ້ວຍ.

ເຖິງແມ່ນວ່າດິນທີ່ຄົນຈີນຊື້ນັ້ນ ຈະອອກຊື່ ຄົນລາວ, ແຕ່ກັມມະສິດໃນທີ່ດິນນັ້ນ ແມ່ນຄົນຈີນເປັນຜູ້ກຳນົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.