ເຂດເສຖກິດພິເສດ ຂ.ບໍ່ແກ້ວ ສ້າງ ບັນຫາ
2017.11.05
ສະມາຊິກສະພາແຫ່ງຊາດ ແຂວງບໍ່ແກ້ວ ຊຶ່ງເປັນແຂວງ ທີ່ຕັ້ງຂອງເຂດເສຖກິດພິເສດ ສາມຫລ່ຽມຄໍາ ຢູ່ເມືອງຕົ້ນເຜີ້ງ ໄດ້ສເນີຕໍ່ ຣັຖບານ ໃນກອງປະຊຸມ ສະພາແຫ່ງຊາດ ວ່າງຫຼັງໆມານີ້ ໃຫ້ແກ້ໄຂບັນຫາ ຫຍຸ້ງຍາກຂອງປະຊາຊົນ ໃນແຂວງຂອງຕົນ ເປັນຕົ້ນຢູ່ໃນເຂດ ເມືອງ ຕົ້ນເຜິ້ງ ທີ່ໄດ້ຮັບຜົລກະທົບຫຼາຍຢ່າງ ເປັນຕົ້ນການເສັຍທີ່ດິນທຳກິນ ບໍ່ມີວຽກເຮັດງານທຳຍ້ອນໂຄງການ ເສຖກິດພິເສດດັ່ງກ່າວ ດັ່ງຍານາງ ບຸນພອນ ເຮືອງມະນີ ສະມາຊິກ ສະພາແຫ່ງຊາດ ເຂດເລືອກຕັ້ງ ແຂວງບໍ່ແກ້ວ ກ່າວວ່າ:
"ຢູ່ແຂວງບໍ່ແກ້ວ ຂ້າພະເຈົ້າໄດ້ລົງໄປ ໄດ້ມີຄໍາສເນີຫລາຍທີ່ວ່າເຂດເສຖກິດ ທີ່ວ່າໄດ້ເອົາທີ່ດິນ ຂອງປະຊາຊົນໄປແລ້ວ ຂະເຈົ້າບໍ່ມີບ່ອນ ເຮັດຢູ່ທໍາກິນ ລະກະໄດ້ສເນີລາຍຊື່ໄປໃຫ້ ເຂດເສຖກິດຫັ້ນວ່າ ຢາກເປັນຄົນງານ ຢູ່ຫັ້ນລະກະບໍ່ໄດ້ ເຮັດຫຍັງ ຂະເຈົ້າກະບໍ່ຍອມຮັບເອົາ ຮັບເອົາແຕ່ຄົນຈີນ ນີ້".
ພ້ອມດຽວກັນນັ້ນ ຍານາງ ບຸນພອນ ຍັງໄດ້ກ່າວເຖິງບັນຫາທີ່ດິນ ຂອງປະຊາຊົນ ຢູ່ເຂດ ເສຖກິດພິເສດ ສາມຫລ່ຽມຄໍາ ທີ່ທາງໂຄງການ ນີ້ເອົາສ້າງສນາມບິນສາກົລ ຕາມຂ່າວ ກ່ອນໜ້ານີ້ວ່າ ຈະມີທາງແລ່ນ ຂຶ້ນ-ລົງ ຂອງເຮືອບິນ ຍາວ 2,700 ແມັຕ, ຈະສ້າງຕາມມາຕຖານ ສາກົລ, ມີຕຶກຜູ້ໂດຍສານ, ມີຫໍຄອຍຄວບຄຸມການບິນ ແລະສິ່ງອໍານວຍ ຄວາມສະດວກຕ່າງໆ ສາມາດຮອງຮັບ ເຮືອບິນນ້ອຍ-ໃຫຍ່ ແລະ ຜູ້ໂດຍສານໄດ້ ຕລອດ 24 ຊົ່ວໂມງ ແຕ່ຈົນມາເຖິງປັດຈຸບັນ ກໍຍັງບໍ່ສ້າງ ດັ່ງທີ່ຍານາງ ກ່າວວ່າ:
"ຄືເຂົາຕັ້ງບັນຫາວ່າ ເດີ່ນບິນກະບໍ່ສ້າງ ລະດິນເຂົາກະເອົາໄປ ລະຄ່າທີ່ດິນ ກະຍັງບໍ່ໄດ້ຮັບ ການຊົດເຊີຍຄົບຖ້ວນ ດຽວນີ້ກະຢາກສເນີໃຫ້ ທາງທ່ານຣັຖມົນຕຣີ ກວດກາເບິ່ງຕື່ມ ເພື່ອໃຫ້ເຂົາຫລຸດພົ້ນ ຈາກຄວາມທຸກຍາກ ເຂົາທຸກກວ່າເກົ່າດຽວນີ້ນໍ໊ ບາງຄົນກະໄດ້ແລ້ວ ເງິນຊົດ ເຊີຍ ແຕ່ວ່າກະໃຊ້ຈ່າຍ ໝົດແລ້ວ ແຕ່ບໍ່ມີວຽກເຮັດ".
ເຂດເສຖກິດພິເສດ ສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທີ່ບໍຣິສັດ ດອກງິ້ວຄໍາ ຈາກປະເທດຈີນ ເປັນຜູ້ລົງທຶນ, ໄດ້ຮັບອະນຸມັດ ສຳປະທານ ຈາກຣັຖບານລາວ ໃນປີ 2007 ໃນເນື້ອທີ່ປະມານ 3 ພັນເຮັກຕາ, ໄດ້ລົງທຶນໄປແລ້ວ 700 ປາຍລ້ານ ໂດລາສະຫະຣັຖ ຈາກແຜນການລົງທຶນ ທັງໝົດ 2,250 ລ້ານໂດລາ. ອີງຕາມຂໍ້ມູນ ກະຊວງແຜນການ ແລະ ການລົງທຶນຂອງລາວ.
ມາຮອດປັດຈຸບັນ ທາງບໍຣິສັດ ກໍຍັງບໍ່ສາມາດຈັດຕັ້ງປະຕິບັດ ໄດ້ຕາມສັນຍາ ການລົງທຶນ ແລະຕາມກົດໝາຍ ວ່າດ້ວຍທີ່ດິນ ຢ່າງຄົບຖ້ວນ ແລະບໍ່ສອດຄ່ອງ ກັບກົດໝາຍວ່າດ້ວຍ ການສົ່ງເສີມ ການລົງທຶນ ໂດຍສະເພາະ ມາດຕຣາ ທີ່ກໍານົດເຖິງ ອາຍຸ ສັມປະທານທີ່ດິນ ບໍ່ໃຫ້ ເກີນ 50 ປີ ໃນຂະນະທີ່ ອາຍຸສັມປະທານ ເຂດເສຖກິດພິເສດ ສາມຫລ່ຽມຄຳນີ້ ນານເຖິງ 99 ປີ.
ເວົ້າເຖິງສນາມບິນທີ່ວ່ານັ້ນ ກໍມີຂ່າວເມື່ອປີ 2014 ວ່າຊາວບ້ານຫລາຍບ້ານ ຮວມທັງ ບ້ານໂພນຮົມ ດອນໜູນ ພຽງຍາມ ມອກກະຈອກ ບ້ານຄວ້ານ ແລະບ້ານສີບຸນເຮືອງ ໄດ້ພາກັນອອກມາ ຄັດຄ້ານ ບໍ່ໃຫ້ບໍຣິສັດ ດອກງິ້ວຄຳ ຂອງຈີນ ດຸດນາຂອງ ພວກເຂົາເຈົ້າ ເພາະບໍ່ ພໍໃຈນຳ ຈຳນວນເງິນຄ່າຊົດເຊີຍ ທີ່ທາງບໍຣິສັດ ນີ້ກຳນົດໃຫ້ ແບບບໍ່ຍຸຕິທັມ ຄືຕ່ຳເກີນໄປ.
ເຣຶ່ອງຄວາມຂັດຂ້ອງ ແລະການຕໍ່ວ່າຕໍ່ຂານ ຂອງປະຊາຊົນ ກ່ຽວກັບບັນຫາດັ່ງກ່າວ ໄດ້ຖືກເຜີຍແຜ່ ທາງສື່ສັງຄົມອອນລາຍ ແລະເຟສບຸກ ໃນເວລາເຈຣະຈາກັນ ຣະຫວ່າງ ຊາວບ້ານ ແລະເຈົ້າໜ້າທີ່ ໂຄງການນັ້ນ ຢ່າງກວ້າງຂວາງ ແຕ່ບັນຫາຍັງບໍ່ຖືກ ແກ້ໄຂ.