ຊາວບ້ານຂໍໃຫ້ຜູ້ນໍາໃໝ່ ແກ້ໄຂ ບັນຫາທີ່ດິນ
2021.03.24
ຊາວບ້ານ ທີ່ໄດ້ຮັບຄວາມເດືອດຮ້ອນ ຍ້ອນຖືກ ບໍຣິສັດເອກກະຊົນ ບຸກລຸກທີ່ດິນ ແບບບໍ່ໄດ້ຮັບອະນຸຍາດ ຫວັງວ່າຈະໄດ້ຮັບຄວາມ ເປັນທັມ ຈາກຣະບົບຍຸຕິທັມ ພາຍໃຕ້ຣັຖບານ ລາວຊຸດໃໝ່. ຫລາຍຄົນເຊື່ອວ່າ ຣະບົບຍຸຕິທັມຂອງລາວ ຈະດີຂຶ້ນກວ່າເກົ່າ ແລະ ເຈົ້າໜ້າທີ່ທາງການ ທີ່ກ່ຽວຂ້ອງ ຈະຕັ້ງໃຈເຮັດວຽກ ແກ້ໄຂບັນຫາເຣື່ອງຄໍາຮ້ອງທຸກ ໃຫ້ປະຊາຊົນ ຢ່າງເປັນທັມ.
ຊາວບ້ານຄົນນຶ່ງ ທີ່ໄດ້ຮັບຜົລກະທົບ ຈາກການບຸກລຸກທີ່ດິນ ຂອງບໍຣິສັດ ນໍ້າທາກໍ່ສ້າງຂົວ-ທາງ ຈໍາກັດ ຢູ່ເຂດບ້ານຊຽງດາ ເມືອງ ໄຊເສດຖາ ນະຄອນຫລວງວຽງຈັນ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 24 ມິນາ ນີ້ວ່າ:
“ກະຝາກຄວາມຫວັງໄວ້ນໍາເພິ່ນ ຫັ້ນແຫຼະ ເພາະວ່າ ຣັຖບານຊຸດໃໝ່ນີ້ ເພິ່ນແບບວ່າເປັນຄົນ ຂອງປະຊາຊົນເດ໋ ເພິ່ນຕ້ອງມີການ ແກ້ໄຂ. ຜ່ານມານີ໋ ເພິ່ນກະຖືເອົາປະຊາຊົນແບບວ່າ ເປັນບັນຫາຂອງເພິ່ນຫັ້ນນະ ຕ້ອງເບິ່ງໄປນໍາກັນ ໂຕຈິງເນາະ ເຮົາກະຕ້ອງໄປ ຫາເພິ່ນຫັ້ນແຫລະ ຄັນມີຫຍັງຫັ້ນ.”
ນາງເວົ້າຕື່ມວ່າ ໃນໄລຍະທີ່ຜ່ານມາ ຊາວບ້ານຫລາຍຄົນ ທີ່ຖືກບໍຣິສັດ ດັ່ງກ່າວບຸກລຸກທີ່ດິນ ໄດ້ຂຽນຄໍາຮ້ອງທຸກໄປຫາຂັ້ນເທິງ ແລະສານປະຊາຊົນແລ້ວ. ຈາກນັ້ນ ທາງສໍານັກງານ ນາຍົກຣັຖມົນຕຣີ ກໍໄດ້ມອບໝາຍໃຫ້ເຈົ້າໜ້າທີ່ ອົງການກວດສອບແຫ່ງຣັດ ລົງມາກວດສອບຂໍ້ຂັດແຍ່ງ ຣະຫວ່າງຊາວບ້ານ ກັບເຈົ້າຂອງບໍຣິສັດ ນໍ້າທາກໍ່ສ້າງຂົວ-ທາງ. ແຕ່ຈົນມາ ຮອດປັດຈຸບັນ ຂໍ້ຂັດແຍ່ງ ນັ້ນ ກໍຍັງບໍ່ທັນໄດ້ຖືກແກ້ໄຂໄດ້ເທື່ອ.
ແລະຊາວບ້ານອີກຄົນນຶ່ງ ທີ່ຖືກບໍຣິສັດນໍ້າທາກໍ່ສ້າງ ຂົວ-ທາງ ບຸກລຸກທີ່ດິນຄືກັນນັ້ນ ກໍເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ ໂດຍ ເຊື່ອວ່າ ຣະບົບຍຸຕິທັມພາຍໃຕ້ ຣັຖບານຊຸດໃໝ່ ນີ້ຈະຊ່ວຍແກ້ໄຂບັນຫາ ການບຸກລຸກ ທີ່ດິນຢູ່ບ້ານຊຽງດາ ໃຫ້ຕົກໄປໄດ້ໂດຍດີ, ດັ່ງທີ່ທ່ານກ່າວວ່າ:
“ແກ້ໄຂບັນຫາແນ່ນອນ ເພາະວ່າຣັຖບານເພິ່ນ ແຈ້ງການອອກມາໃຫ້ກວດສອບ ຄືນໃໝ່ໝົດ ຕ່າງແຕ່ວ່າຜູ້ທີ່ຈະລົງມາແກ້ໄຂຫັ້ນ ຈະຕາມເພິ່ນ ບໍ່ຫລືວ່າ ຈັ່ງໃດຫັ້ນນະ. ເພາະວ່າ ປະຊາຊົນກະນໍາຕາມ ພວກເອື້ອຍ ກະນໍາຕິດຕາມຕລອດ. ດຽວນີ້ເພິ່ນມອບໝາຍ ກວດກາຣັຖ ເປັນຄົນເຮັດ.”
ທ່ານກ່າວຕື່ມອີກວ່າ ກ່ອນໜ້ານີ້ ຕົນເຄີຍຖືກເຈົ້າໜ້າທີ່ຕໍາຣວດ ເມືອງໄຊເສດຖາ ເອີ້ນໄປຫ້ອງການ ໃນກໍຣະນີທີ່ຕົນເຄີຍຖ່າຍ ວິດິໂອ ກ່ຽວກັບບໍຣິສັດດັ່ງກ່າວ ບຸກລຸກທີ່ດິນ ປະຊາຊົນ ແລະກໍຖືກເຈົ້າໜ້າທີ່ ຕັກເຕືອນ ບໍ່ໄດ້ເອົາຄວາມຜິດແນວໃດ. ຕົນມີ ຄວາມຫວັງວ່າ ຕໍ່ໄປນີ້ ຈະໄດ້ຮັບຄວາມເປັນທັມຫລາຍຂຶ້ນ.
ຊາວບ້ານຢູ່ເມືອງໄຊທານີ ທີ່ຖືກໂຄງການສ້າງທາງດ່ວນ ນະຄອນຫລວງວຽງຈັນ ເລກ 1 ພຍາຍາມບຸກລຸກເອົາທີ່ດິນຂອງປະຊາຊົນ ຢູ່ເລື້ອຍນັ້ນ ກໍຫວັງວ່າພາກສ່ວນ ທາງການທີ່ ກ່ຽວຂ້ອງ ກັບຣະບົບຍຸຕິທັມ ຈະໃຫ້ການຄຸ້ມຄອງ ແລະແກ້ໄຂບັນຫານີ້ ຢ່າງເປັນທັມ ໃຫ້ແກ່ພວກຕົນ:
“ເພິ່ນກະຍັງກວນຢູ່ແຫລະ ເພິ່ນກະສິເອົາຈົນໃຫ້ມັນໄດ້ຫັ້ນແຫລະ. ແຕ່ວ່າເຮົາຍັງບໍ່ທັນໄດ້ເວົ້າຫຍັງ ກະຢາກໃຫ້ເພິ່ນມາແກ້ໄຂນີ້ ແຫລະ ເພາະວ່າດິນເຮົາຊື້ມາ ເຮົາສິປຸກເຮືອນຢູ່ ເພິ່ນບໍ່ໃຫ້ເຮົາປຸກອິຫຍັງເລີຍ ເຮືອນເພິ່ນກະບໍ່ໃຫ້ປຸກ.”
ຍານາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ຄົນໃໝ່ ກ່າວຕໍ່ກອງປະຊຸມຄັ້ງປະຖົມລຶກ ຂອງສະພາແຫ່ງຊາດ ຊຸດທີ 9 ກ່ຽວກັບທິດທາງ ແຜນການເຄື່ອນໄຫວ ວຽກງານໃນໄລຍະ 5 ປີ ຕໍ່ໜ້າ ຂອງສານປະຊາຊົນສູງສຸດ ໃນມື້ວັນທີ 24 ມິນາ ນີ້ຕອນນຶ່ງວ່າ:
“ນຶ່ງ ເພິ່ນທະວີວຽກງານ ສຶກສາອົບຮົມແນວຄິດ ໃຫ້ພະນັກງານ-ຣັຖກອນ ສານປະຊາຊົນສູງສຸດ ມີຄວາມເຊື່ອໝັ້ນ ຕໍ່ອຸດົມການ ຂອງ ພັກປະຕິບັດ ນະໂຍບາຍຂອງຣັຖ. ແຕ່ໄລຍະ 2. ພັທນາກົງຈັກການຈັດຕັ້ງ ຂອງສານໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ ຍົກຣະດັບຄວາມຮູ້ ຄວາມສາມາດ ທາງດ້ານເຕັກນິກ ວິຊາສະເພາະ ໃຫ້ຜູ້ພິພາກສາ ແລະພະນັກງານສານ ບໍຣິການຮັບໃຊ້ ປະຊາຊົນ ເປັນທີ່ເພິ່ງທີ່ໄວ້ເນື້ອ ເຊື່ອໃຈ ຂອງປະຊາຊົນ.”
ພ້ອມດຽວກັນນັ້ນ ຍານາງ ວຽງທອງ ຍັງໄດ້ຣາຍງານກ່ຽວກັບ ຈຸດອ່ອນ ແລະຂໍ້ຄົງຄ້າງ ຂອງສານປະຊາຊົນສູງສຸດ ໃນໄລຍະ 5 ປີ ທີ່ຜ່ານມາ ເປັນຕົ້ນ ການຈັດຕັ້ງ ຂຍາຍສານ ປະຊາຊົນເຂດ ຖືວ່າໜ້ອຍ ແລະຊັກຊ້າຢູ່. ແລະ ການສັບຊ້ອນ ຜູ້ພິພາກສາ ແລະ ພະນັກງານສານໄປຢູ່ ສານແຂວງ ຍັງມີຄວາມຫຍູ້ງຍາກ. ການປັບປຸງກົດໝາຍ, ການດໍາເນີນຄະດີ ແພ່ງ ຖືວ່າຍັງຊັກຊ້າ ແລະ ການພິພາກສາ ຕັດສິນຄະດີ ໂດຍລວມຖືວ່າຍັງຊັກຊ້າ ແລະ ແກ່ຍາວ.
ຍານາງ ກ່າວຕື່ມອີກວ່າ ໃນໄລຍະ 5 ປີ ທີ່ຜ່ານມາ ຢູ່ ສປປລາວ ມີຄະດີເຂົ້າ ສານປະຊາຊົນ ແລະສານທະຫານ ທັງໝົດ ປະມານ 46,000 ເຣື່ອງ. ໃນນັ້ນແກ້ໄຂໄດ້ 43,000 ເຣື່ອງ. ປັດຈຸບັນຄະດີຍັງຄ້າງຢູ່ 2,500 ເຣື່ອງ. ຄະດີຫຼາຍອັນດັບນຶ່ງແມ່ນຄະດີລັກຊັບ ພົລເມືອງ, ຮອງລົງມາແມ່ນຄະດີ ຢາເສບຕິດ.