ປະເທດບໍ່ຕິດທະເລ ເສັຽປໂຍດ ຫຼາຍດ້ານ
2019.02.13
ສປປລາວ ຈະບໍ່ໄດ້ຮັບຜົລປະໂຫຍດ ຈາກການເປັນປະເທດ ທີ່ບໍ່ຕິດກັບທະເລ, ບໍ່ຄືກັນກັບປະເທດດ້ອຍພັທນາທີ່ສຸດໃນໂລກ, ທີ່ໄດ້ຮັບ ສິດທິພິເສດທາງດ້ານການຄ້າ ແລະການເງິນ ຈາກຕ່າງປະເທດ. ຕາມຄຳເວົ້າຂອງ ມາດາມ ເຟກິຕະໂມເອລະ ກາໂຕອະ ຢູໂຕອິກະມະນຸ (Fekitamoela Katoa ‘Utoikamanu) ຜູ້ຕາງໜ້າຂັ້ນສູງຂອງສະຫະປະຊາຊາດ, ເພື່ອບັນດາປະເທດດ້ອຍພັທນາທີ່ສຸດ, ປະເທດບໍ່ຕິດ ກັບທະເລ ທີ່ກຳລັງພັທນາ, ແລະປະເທດທີ່ເປັນເກາະດອນນ້ອຍ, ໃນໂອກາດໃຫ້ ວິທຍຸ ເອເຊັຍເສຣີ ສຳພາດທີ່ຫ້ອງການສະຫະປະຊາຊາດ ຢູ່ບາງກອກ ປະເທດໄທ ໃນມື້ວັນທີ 12 ກຸມພາ 2019:
"I think the special trade privileges only for the least developed countries and for the most part for landlocked developing countries a lot of arrangements negotiated on bilateral level with trading partners.
ມາດາມ ກ່າວວ່າ, ປະເທສດ້ອຍພັທນາທີ່ສຸດເທົ່ານັ້ນ, ໄດ້ຮັບສິດທິພິເສດໃນດ້ານການຄ້າ. ສ່ວນປະເທດ ບໍ່ຕິດກັບທະເລ ຈະໄດ້ຮັບສິດທິ ພິເສດ ຫລືບໍ່ນັ້ນ ແມ່ນຂຶ້ນຢູ່ກັບການເຈຣະຈາ 2 ຝ່າຍ ກັບຄູ່ພາຄີການຄ້າ."
I think the target is 7 days, for some countries it could take up to more than a month for the containers to be transported across from the port to the landlocked developing countries.
ມາດາມ ຢູໂຕອິກະມະນຸ ກ່າວຕື່ມວ່າ ຕົວຢ່າງ ຕາມປົກກະຕິແລ້ວ ການຂົນສົ່ງສິນຄ້າໄປປະເທສ ທີ່ມີຊາຍແດນຕິດກັບທະເລ ຈະໃຊ້ເວລາ ພຽງ 7 ມື້. ແຕ່ການຂົນສົ່ງສິນຄ້າໄປປະເທສ ທີ່ບໍ່ມີຊາຍແດນຕິດກັບທະເລ ຈະໃຊ້ເວລາດົນນານເຖິງ ເດືອນກວ່າກໍມີ."
ສປປລາວ ເປັນ 1 ໃນຈຳນວນປະເທດ ທີ່ບໍ່ຕິດກັບທະເລ. ພ້ອມດຽວກັນ ລາວ ກໍເປັນປະເທດດ້ອຍພັທນາທີ່ສຸດ ຫລືທຸກຍາກທີ່ສຸດໃນໂລກ. ຍ້ອນເປັນປະເທດດ້ອຍພັທນາ ທີ່ສຸດຄືແນວນັ້ນ ລາວ ກໍຈະໄດ້ຮັບການຊ່ອຍເຫລືອຕ່າງໆ ຮວມທັງທາງດ້ານ ການເງິນ ເຊັ່ນມີສິດກູ້ຢືມເງິນ ດ້ວຍດອກເບັ້ຍຕ່ຳ ຈາກສະຖາບັນການເງິນ ຣະຫວ່າງປະເທດ.
ການເດີນທາງມາບາງກອກປະເທດໄທຂອງມາດາມ ເຟກິຕະໂມເອລະ ກາໂຕອະ ຢູໂຕອິກະມະນຸ ຜູ້ຕາງໜ້າຂັ້ນສູງຂອງສະຫະປະຊາຊາດ ເພື່ອບັນດາປະເທດດ້ອຍພັທນາທີ່ສຸດ, ປະເທດບໍ່ຕິດກັບທະເລ ທີ່ກຳລັງພັທນາ ແລະ ປະເທດກຳລັງພັທນາ ທີ່ເປັນເກາະດອນນ້ອຍ, ຊຶ່ງ ວິທຍຸເອເຊັຍເສຣີ ມີໂອກາດສຳພາດ, ແມ່ນເພື່ອເຂົ້າຮ່ວມກອງປະຊຸມທົບທວນເຄິ່ງສມັຍ, ຂອງໂຄງການວຽນນາເພື່ອການປະຕິບັດງານ ສຳລັບປະເທດບໍ່ຕິດກັບທະເລ, ທີ່ກຳລັງພັທນາ ຊຶ່ງຈັດຂຶ້ນໃນມື້ວັນທີ 11 ແລະ 12 ກຸມພານີ້. ໃນຈຳນວນຜູ້ເຂົ້າຮ່ວມກອງປະຊຸມນັ້ນ ກໍມີທັງຜູ້ຕາງໜ້າຈາກ ສປປລາວ ນຳດ້ວຍ.