ຊ່ອງຫວ່າງຂອງກົດໝາຍ ທີ່ດິນ
2017.04.27
ບັນຫາຂໍ້ຂັດແຍ່ງທີ່ດິນເກີດຂຶ້ນ ແລະບໍ່ສາມາດແກ້ໄຂໄດ້ ຍ້ອນວ່າ ການບັງຄັບໃຊ້ກົດໝາຍ ແລະ ນະໂຍບາຍ ຍັງມີຊ່ອງຫວ່າງ ຫລາຍຢູ່ ສິ່ງດັ່ງກ່າວ ຈະສົ່ງຜົນກະທົບ ຕໍ່ວຽກງານ ສາມສ້າງ ຂອງຣັຖບານ. ນະໂຍາບາຍ ແລະ ກົດໝາຍທີ່ດິນ ຍັງມີຊ່ອງຫວ່າງ ຈຶ່ງກໍ່ໃຫ້ເກີດ ຄວາມສັບສົນ, ດັ່ງທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ໄດ້ກ່າວ ໃນຕອນນຶ່ງ ຢູ່ກອງປະຊຸມ ສະພາແຫ່ງຊາດ ໃນວັນທີ 25 ເມສາ ນີ້ວ່າ:
"ການປະຕິບັດນະໂຍບາຍ ກໍຄື ກົດໝາຍທີ່ດິນ ເຫັນວ່າ ຍັງມີຫລາຍຊ່ອງຫວ່າງ ທີ່ຈະນຳໄປສູ່ວຄວາມສັບສົນ ຣັຖບານເຫັນວ່າເປັນບັນຫາ ຮີບດ່ວນ ທີ່ຈະຕ້ອງແກ້ໄຂ ສ່ວນການແກ້ໄຂ ຕົວຈິງ ຍັງເປັນພຽງແຕ່ ບາດກ້າວ ເບື້ອງຕົ້ນເທົ່ານັ້ນ".
ການໃຫ້ສຳປະທານທີ່ດິນ ບໍ່ເປັນໄປຕາມກົດໝາຍ ກໍໃຫ້ເກີດຂໍ້ຂັດແຍ່ງ ທີ່ດິນລະຫວ່າງ ນັກລົງທຶນ, ເຈົ້າໜ້າທີ່ຂອງຣັຖ, ແລະ ປະຊາຊົນ. ການບໍ່ມີທີ່ດິນ ທຳກິນ ຈະສົ່ງຜົນກະທົບ ຕໍ່ວຽກງານສາມສ້າງ, ດັ່ງປະຊາຊົນ ຜູ້ທີ່ເສັຍສິດທີ່ດິນ ໃຫ້ກັບໂຄງການ ປູກຢາງພາຣາຢູ່ແຂວງ ພາກໃຕ້ ຂອງລາວ ທ່ານນຶ່ງເວົ້າ ໃນລະຍະທີ່ ຜ່ານມາວ່າ:
"ນະໂຍບາຍຫັ້ນນະ ແນວໃດ ແມ່ນນະໂຍບາຍ ນຶ່ງຄືເພິ່ນເວົ້າວ່າ ແຂວງຄືຫົວໜ່ວຍຍຸທສາດ, ເມືອງນີ້ເຂົາວ່າ ຫົວໜ່ວຍ ເຂັ້ມແຂວງຮອບ ດ້ານ ບ້ານຫົວໜ່ວຍພັທນາ ເປັນຫຍັງບ້ານເຮົາ ດິນບໍ່ມີ ປະຊາຊົນມັນອາໃສກັບດິນ ແຕ່ວ່າບໍ່ມີນີ້ ເມືອງຊິເອົາຫຍັງມາພັທນາ ໃຫ້ບ້ານ ແນວໃດຊິພັທນາໄດ້".
ອີງຕາມຂໍ້ມູນຈາກກະຊວງຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ, ຣັຖບານລາວ ໄດ້ໃຫ້ ສຳປະທານທີ່ດິນ ໃຫ້ແກ່ນັກລົງທຶນໄປແລ້ວ ຫຼາຍກວ່າ 1 ລ້ານເຮັກຕາ ຊຶ່ງໃນນັ້ນບໍ່ລວມເນື້ອທີ່ ໃຫ້ສຳປະທານ ໂຄງການ ເຂື່ອນໄຟຟ້າ ແລະ ໂຄງການບໍ່ແຮ່.
ກອງປະຊຸມຣັຖບານ ປະຈຳເດືອນ ມົກກະຣາ ທີ່ຜ່ານມາ ໄດ້ຕົກລົງກັນ ໃຫ້ມີການຕິດຕາມ, ກວດກາການຄຸ້ມຄອງ, ການນຳໃຊ້, ການເຊົ່າ ສຳປະທານທີ່ດິນ ແລະ ແກ້ໄຂການບຸກລຸກ ປ່າສະຫງວນ, ປ່າຕົ້ນນ້ຳ, ເຂດວັດຖຸບູຮານ ແລະອື່ນໆ ຮວມທັງການ ຫັນປ່ຽນທີ່ດິນ, ການຫັນ ຊັບສິນເປັນທຶນ ທີ່ບໍ່ຖືກຕ້ອງຕາມລະບຽບການ ໃນຂອບເຂດທົ່ວປະເທດ ໃຫ້ທັນການ.
ນອກຈາກນີ້ ທີ່ປະຊຸມ ໄດ້ແຕ່ງຕັ້ງຄນະສະເພາະກິດ ຂຶ້ນມາ ເພື່ອຄົ້ນຄວ້າ ແລະວິຈັຍ ບັນຫາທີ່ດິນ ໂດຍແມ່ນ ທ່ານບຸນທອງ ຈິດມະນີ ຮອງນາຍົກຣັຖມົນຕຼີ ເປັນຫົວໜ້າ ແລະ ຈະສົ່ງບົດຣາຍງານ ໃຫ້ຣັຖບານພາຍໃນ ເດືອນຕຸລາ 2017 ທີ່ຈະມາເຖີງນີ້.