ດິນຕອນດຽວ 2 ໃບຕາດິນ ສ້າງບັນຫາ ຢູ່ລາວ

ສິດນີ
2018.06.15
f-phonesay ໃນຮູປນີ້ເປັນໂຕຢ່າງນຶ່ງທີ່: ທາງການລາວເວົ້າວ່າດິນຢູ່ ບ້ານພອນໄຊ ເມືອງຫລວງພຣະບາງ ທີ່ປະຊາຊົນ 55 ຄອບຄົວ ອາໃສຢູ່ນັ້ນ ເປັນດິນຂອງບໍຣິສັດ ບຸນທ່ຽງ ດວງປະເສິດ ແຕ່ປະຊາຊົນ ບໍ່ຍອມຍ້າຍອອກ ທາງບໍຣິສັດ ຈຶ່ງນໍາຣົດດຸດ ມາມ້າງເຮືອນຖິ້ມ
Citizen Journalist

ບັນຫາໃບຕາດິນທັບຊ້ອນ ຫຼືດິນຕອນດຽວ ມີເຈົ້າຂອງສອງຄົນນັ້ນ ຍັງເກີດຂຶ້ນຫຼາຍຢູ່ໃນລາວ ໃນທຸກມື້ນີ້; ສາເຫດຍ້ອນມີການ ສໍ້ຣາສ ບັງຫຼວງ ການໃຫ້ສິນບົນ ເຈົ້າໜ້າທີ່ຣັຖ ແລະພາກສ່ວນກ່ຽວຂ້ອງ, ກ່ຽວກັບບັນຫານີ້ ເຈົ້າໜ້າທີ່ທ່ານນຶ່ງ ທີ່ນະຄອນຫຼວງວຽງຈັນ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ່ 14 ມິຖຸນາ ນີ້ວ່າ:

“ສອງຄົນໄປອອກໃບຕາດິນ ໃນດິນຕອນດຽວກັນ ຜູ້ທີສອງ ທີ່ຈະມາອອກໃບຕາດິນທັບຊ້ອນ ມັນບໍ່ສາມາດເຮັດໄດ້ເນາະ ຊຶ່ງແນ່ນອນມັນ ກໍມີກໍລະນີແບບນີ້ເກີດຂຶ້ນ ເຊັ່ນວ່າ ສາເຫດນຶ່ງອາດຈະ ແມ່ນຄວາມເຂົ້າໃຈຜິດ ຂອງປະຊາຊົນເອງບໍ ອັນທີ 2 ກໍຍ້ອນວ່າມີການຊື້ຈ້າງ ເອົາເງິນໃຕ້ໂຕະບໍ ເກີດຂຶ້ນຈັ່ງຊີ້ ຖ້າຫາກວ່າຜູ້ມາໃໝ່ຫັ້ນ ຢາກໄດ້ດິນຕອນນີ້ຫັ້ນນາ ແລະຂະເຈົ້າກໍ່ສາມາດ ເຮັດຂຶ້ນມາໄດ້.”

ທ່ານກ່າວຕື່ມວ່າ ບັນຫາທີ່ດິນຕອນດຽວ ແຕ່ມີເຈົ້າຂອງສອງຄົນນັ້ນ ພົບເຫັນ ໃນຫລາຍເຂດໃນລາວ ໂດຍສະເພາະໃນຕ່າງແຂວງ ຊຶ່ງ ປະຊາຊົນ ຍັງບໍ່ເຂົ້າໃຈ ກ່ຽວກັບກົດໝາຍປານໃດ ຍ້ອນ ເຈົ້າໜ້າທີ່ ລົງໄປໃຫ້ຄວາມຮູ້ກ່ຽວກັບ ກັມມະສິດທີີ່ດີນ ບໍ່ທົ່ວເຖິງ.

ນອກຈາກນີ້ແລ້ວ ກໍແມ່ນການໃຫ້ສິນບົນ ແກ່ເຈົ້າຫນ້າທີ່ຫນ່ວຍງານທີ່ກ່ຽວຂ້ອງ ຈາກຜູ້ທີ່ມາເຮັດ ໃບຕາດິນຜູ້ທີ່ສອງ ຕ້ອງການດິນຕອນນັ້ນ ຈຶ່ງຊື້ຈ້າງເຈົ້າໜ້າທີ່ ກ່ຽວຂ້ອງ ແລະເຈົ້າໜ້າທີ່ທ້ອງຖິ່ນ ຊ່ອຍດຳເນີນການໃຫ້ ຫຼືເປັນເຈົ້າໜ້າທີ່ຣັຖເອງ ທີ່ຕ້ອງການດິນຕອນດັ່ງກ່າວ.

ບັນຫາທີ່ດິນທັບຊ້ອນ ເກີດຂື້ນໄປທົ່ວໃນລາວ ທີ່ນະຄອນຫລວງວຽງຈັນ ວ່າງປີ 2017 ກໍເກີດຂຶ້ນກັບຄອບຄົວຊາວນາ ຄອບຄົວນຶ່ງ ທີ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ມີເຈົ້າໜ້າທີ່ທ້ອງຖິ່ນ ແລະທະຫານໄປເອົາດິນ ຂອງປະຊາຊົນ ທັ້ງໆທີ່ ດິນຕອນນັ້ນ ຂະເຈົ້າມີເອກສານ ໃບຕາດິນ ແລະ ເປັນເຈົ້າຂອງດິນຕອນນັ້ນ ມາດົນແລ້ວ.

ເຈົ້າຫນ້າທີ່ີຣັດຢາກໄດ້ ກໍມາເອົາໄປແບບບໍ່ມີຄວາມຢ້ານກົວ ກົດຫມາຍ ທ່ານກ່າວເພີ້ມວ່າ:

“ເຈົ້າໜ້າທີ່ລັດ ນາຍບ້ານນາຍຊ່ອງ ຕຳຣວດ ທະຫານ ກໍ່ມີໝົດທຸກຄົນນີ້ລະ ຕາມແຕ່ໃສ່ ບໍ່ຮູ້ຢູ່ໆກໍ່ຫອບສະຫຼັດ ຫອບລົດມາດຸດມາຖາງ ປັນກັນ ມີແຕ່ເບິ່ງເຂົາລ້ອມຮົ້ວປັນກັນຢູ່ນີ້ເດ້ ບໍ່ມີບ່ອນໄປເພິ່ງ ໄປຫາໃສນີ້ນະໄປຫາເມືອງ ເຂົາກໍ່ວ່າໄປຫາບ້ານ ໄປຫາບ້ານເຂົາກໍ່ວ່າເມືອງ ກໍ່ເລີຍແລ້ວໄປ ໜັງສືໜັງຫາ ກໍ່ມີຢູ່ ໜັງສືນາເອົາໄປຫ້ອງການ ອັນນັ້ນອັນນີ້ ເຂົາກໍ່ເອົາໄວ້ຢູ່ ເຂົາກໍ່ບໍ່ວ່າຈັ່ງໃດມິດເລີຍ ບໍ່ມີຫຍັງ ມັນຈັ່ງໃດ ມັນກໍ່ເອົາດິນດອນ ກໍ່ມັນວາງແຜນໄວ້ແຕ່ດົນ.”

ກ່ຽວກັບບັນຫາການອອກໃບຕາດິນທັບຊ້ອນນີ້ ໃນກອງປະຊຸມສະພາແຫ່ງຊາດ ເມື່ອອາທິດຜ່ານມາ ຣັຖບານເວົ້າວ່າ ເຈົ້າໜ້າທີ່ພາກສ່ວນ ກ່ຽວຂ້ອງຕ້ອງເລັ່ງແກ້ໄຂ ບັນຫາດັ່ງກ່າວໃຫ້ ໝົດໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.