ຄົນຫາປາໃຊ້ເຄື່ອງມື ຕ້ອງຫ້າມ
2017.06.12
ຊາວປະມົງຈຳນວນນຶ່ງ ຢູ່ເມືອງໂຂງ ແຂວງຈຳປາສັກ ຍັງລັກລອບ ເຮັດຫລີ່ ຂະໜາດໃຫຍ່ ຫາປາ ແລະ ໃຊ້ມອງຖີ່ ຂະໜາດໃຫຍ່ ຕ້ອນ ເອົາປາ ຢູ່ນ້ຳຂອງ ເພື່ອນຳໄປຂາຍ ໃນຕລາດ ຊຶ່ງຖືວ່າ ຜິດກົດໝາຍ ການປະມົງ ໂດຍສະເພາະ ໃນຍາມຝົນ ນັບແຕ່ເດືອນ ພຶສພາ ຫາ ກັນຍາ ຂອງທຸກໆປີ ເປັນລະດູການ ວາງໄຂ່ຂອງປາ. ຕາມການເປີດເຜີຍ ຂອງເຈົ້າໜ້າທີ່ຂແນງລ້ຽງສັດ ແລະການປະມົງ ແຂວງຈຳປາສັກ ວ່າ:
"ເຈົ້າແມ່ນລະ ບໍ່ໃຫ້ເຮັດຫລີ່ ເຮັດຕ້ອນຂະໜາດໃຫຍ່ ຫລືວ່າ ເປັນມອງຕ່ຳ ທີ່ວ່າທາງປາຂຶ້ນເນາະ ເພິ່ນບໍ່ໃຫ້ເຮັດ ໝົດປີເລີຍ ເຈົ້າ ເພິ່ນຈະ ໃຫ້ເລີກ ແຕ່ກີ້ ເພິ່ນເຄີຍຕາມຫລີ ຕາມຕ້ອນເນາະ ແຕ່ດຽວນີ້ ເພິ່ນໃຫ້ເລີກໝົດ ແມ່ນເຈົ້າ ທຸກບ່ອນເລີຍ ທີ່ວ່າມີ ການຕັນ ເຮັດແບບນີ້ ເຈົ້າ ເພາະວ່າ ລັກລອບ ໃນການຕັນ ຕັນຄົນອື່ນ ບໍ່ໄດ້ກິນນຳ ໄດ້ໃຊ້ແຕ່ຜູ້ດຽວ".
ມາດຕາ 38 ຂອງກົດໝາຍ ວ່າດ້ວຍການປະມົງ ອອກໃນວັນທີ 27 ພຶສພາ ປີ 2016 ໃຫ້ປະຊາຊົນ ຢຸດການໃຊ້ ທາດເບື່ອ, ລະເບີດ, ເຄື່ອງໄຟຟ້າ, ເຄື່ອງແສງ ແລະຫລີ່ ທຸກປະເພດ ຮວມໄປເຖິງ ມອງຫາປາ ຢູ່ຕາມແຫລ່ງນ້ຳ ທັມມະຊາດ. ໂດຍສະເພາະ ຢູ່ເຂດ ແມ່ນ້ຳ ຂອງ ຢູ່ ເມືອງໂຂງ ແຂວງຈຳປາສັກ ມີຄວາມຫຼາກຫຼາຍ ທາງດ້ານ ຊີວະນາໆພັນ ມີພັນປາ ຫຼາຍຊນິດ ອຸດົມສົມບູນຫຼາຍ ສາມາດເປັນ ແຫຼ່ງອາຫານ ຂອງຄົນໄດ້ ຕະຫລອດໄປ.
ທີ່ຜ່ານມາ ປະຊາຊົນ ຢູ່ເຂດ ສີພັນດອນ ເມືອງໂຂງ ແຂວງຈຳປາສັກ ຈຳນວນຫຼາຍ ເຮັດຫລີ່ ເຮັດຕ້ອນ ຂະໜາດໃຫຍ່ ເພື່ອດັກຈັບປາ ເປັນຈຳນວນຫຼາຍ ໄປຂາຍໃນຕລາດ ຊຶ່ງເຈົ້າຫນ້າທີ່ ເຫັນວ່າ ມັນເປັນສາເຫດ ເຮັດໃຫ້ ປາຫລຸດລົງ ແລະ ເຮັດໃຫ້ປາ ສູນພັນ.
ໃນວັນທີ 7 ມິຖຸນາ ທີ່ຜ່ານມາ ເຈົ້າໜ້າທີ່ ຂະແໜງລ້ຽງສັດ ແລະ ການປະມົງ ຮ່ວມກັບ ພາກສ່ວນທີ່ ກ່ຽວຂ້ອງ ຢູ່ເມືອງໂຂງ ໄດ້ລົງໄປ ຖອນຫລີ່ ແລະຕ້ອນ ຫລາຍກວ່າ 400 ອັນ ທີ່ເປັນຂອງ ຊາວບ້ານ. ເຖິງວ່າຈະມີ ກົດໝາຍ ການປະມົງ ອອກມາ ແຕ່ກໍບໍ່ ສາມາດຫ້າມ ຊາວປະມົງ ບາງກຸ່ມໄດ້ ໂດຍສະເພາະ ຢູ່ເຂດ ດອນສະໂຮງ ແລະ ດອນຄອນ.