ຂ.ຄຳມ່ວນສັ່ງປິດໂຮງງານ ປຸງແຕ່ງໄມ້
2018.06.26
ຜແນກອຸດສາຫະກັມແລະການຄ້າ ແຂວງຄຳມ່ວນ ສັ່ງປິດໂຮງງານປຸງແຕ່ງໄມ້ ແລະເຟີນິເຈີ້ 6 ແຫ່ງທີ່ດຳເນີນການ ບໍ່ຖືກຕ້ອງຕາມ ກົດໝາຍ ໂຮງງານບໍ່ໄດ້ມາຕຖານ ແລະຣະເມີດຄຳສັ່ງເລກທີ 15/ນຍ ທີ່ຫ້າມຂຸດຄົ້ນໄມ້ ເຄື່ອນຍ້າຍໄມ້ ແລະ ສົ່ງໄມ້ອອກຕ່າງປະເທດ. ດັ່ງເຈົ້າໜ້າທີ່ກວດກາປ່າໄມ້ ຜແນກກະສິກັມແລະປ່າໄມ້ ແຂວງຄຳມ່ວນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ນີ້ວ່າ:
"ໂຮງງານທີ່ຍຸບເລີກໝາຍເຖິງ ໂຮງງານທີ່ບໍ່ໄດ້ມາຕຖານກໍ່ແມ່ນແທ້ ເພິ່ນຍຸບຫຼາຍໂຮງງານຫັ້ນ ເງື່ອນໄຂຄືເຂົາບໍ່ ປະຕິບັດຕາມຣະບຽບ ແລະບາງທີ່ເຂົາອາດຈະເປັນໂຮງງານຄອບຄົວ ໂຮງງານຂະໜາດນ້ອຍ ມັນບໍ່ຖືກຣະບຽບການ ກໍ່ໄດ້ຍຸບເລີກໄປ."
ໂຮງງານປຸ່ງແຕ່ງໄມ້ ແລະເຟີນິເຈີ້ ຈຳນວນ 6 ແຫ່ງນັ້ນແມ່ນເປັນຄຳສັ່ງຈາກເຈົ້າແຂວງ ຄຳມ່ວນ ຖອນໃບດຳເນີນທຸຣະກິດ ແລະ ໃຫ້ປິດ ທັນທີໃນນັ້ນ ຕັ້ງຢູ່ເມືອງທ່າແຂກ 2 ແຫ່ງ ຄືໂຮງງານປຸງແຕ່ງໄມ້ ສຳເຣັດຮູບນຳໂຊກ ແລະໂຮງງານເຟີນິເຈີິ້ໄມ້ ບີເອັມທີ. ເມືອງຫີນບູນ 3 ແຫ່ງ ຄືໂຮງງານຊອຍໄມ້ປູກ, ໂຮງງານເຟີນິເຈີ້ໄມ້ ສອງມັງກອນ ແລະໂຮງງານ ເຟີນິເຈີ້ໄມ່ ກີ ແລະ ເມືອງເຊບັ້ງໄຟ 1 ແຫ່ງ ຄືໂຮງງານ ເຟີນິເຈີ້ໄມ້ ວຽງໄຊ .
ຜ່ານມາແຂວງຄຳມ່ວນ ມີໂຮງງານປຸງແຕ່ງໄມ້ຂນາດໃຫຍ່ຖືກຍຸບ 12 ແຫ່ງຈາກທັງໝົດ 89 ແຫ່ງ ແລະໂຮງງານປຸງແຕ່ງໄມ້ແບບທຸຣະກິດ ຄອບຄົວ ຖືກຍຸບ 180 ແຫ່ງ ຈາກທັງໝົດ 281 ແຫ່ງຍ້ອນບໍ່ມີທະບຽນການຄ້າ ທີ່ຖືກຕ້ອງ.
ປະຈຸບັນແຂວງຄຳມ່ວນ ຍັງເຫຼືອໂຮງງານປຸງແຕ່ງໄມ້ ຂນາດໃຫຍ່ 77 ແຫ່ງ ແລະໂຮງງານປຸງແຕ່ງໄມ້ແບບທຸຣະກິດຄອບຄົວ 100 ແຫ່ງ ຊຶ່ງຖືວ່າຫຼຸດລົງເກືອບ 50%.
ໃນປີຜ່ານມາ ຣັຖບານລາວສັ່ງປິດໂຮງງານປຸ່ງແຕ່ງໄມ້ 140 ແຫ່ງ ທົ່ວປະເທດ ທີ່ດຳເນີນການບໍ່ຖືກຕ້ອງ ຕາມກົດໝາຍ ຕາມຄຳສັ່ງເລກທີ 15/ນຍ ໃນຈຳນວນ 140 ແຫ່ງ ນັ້ນຄືແຂວງໄຊຍະບູລີ 83 ແຫ່ງ, ນະຄອນຫຼວງວຽງຈັນ 8 ແຫ່ງ, ບໍລິຄຳໄຊ 13 ແຫ່ງ, ສັວນະເຂດ 13 ແຫ່ງ, ສາລະວັນ 4 ແຫ່ງ ແລະ ແຂວງເຊກອງ 19 ແຫ່ງ ແລະໃນນັ້ນຍັງບໍ່ຮວມເຖິງ ໂຮງງານປຸງແຕ່ງໄມ້ຂນາດນ້ອຍ ທີ່ອຳນາດການ ປົກຄອງແຂວງ ສັ່ງປິດນຳອີກ.
ກົມການນຳເຂົ້າ-ສົ່ງອອກ ກະຊວງອຸດສາຫະກັມແລະການຄ້າ ຣາຍງານວ່າ ປະຈຸບັນ ມີໂຮງງານປຸງແຕ່ງໄມ້ ໂຮງງານເຟີນິເຈິີ້ ຂນາດໃຫຍ່ ຂນາດກາງແລະຂນາດນ້ອຍ ທີ່ຂຶ້ນທະບຽນ ວິສາຫະກິດ ຖືກຕ້ອງຕາມກົດໝາຍ ແລະຜ່ານການກວດກາ ຈາກທາງການ ມີມາດຕະຖານທີ່ ສາມາດຊື້-ຂາຍໄດ້ໃນຂອບເຂດ ທົ່ວປະເທດທັງໝົດ 1,595 ແຫ່ງ.