ໃນງານສັມມະນານາໆຊາດທີ່ບາງກອກປະເທດໄທໃນວັນທີ 17 ກັນຍາ ຜ່ານມາ ໃນຫົວຂໍ້ "ການປະເມີນຄວາມພ້ອມຂອງອາຊຽນໃນການ ເຂົ້າສູ່ ປະຊາຄົມເສຖກິດອາຊຽນ ແບບຫລາຍປະເທດ ບົນພື້ນຖານໂອກາດ ຄວາມກັງວົນ ແລະການຕຽມຕົວ” ດຣ ພູເພັດ ແກ້ວພິລາວົງ ຫົວຫນ້າສູນວິຈັຍ ຂອງຄນະເສຖສາດແລະບໍຣິຫານທຸຣະກິດ ມະຫາວິທຍາລັຍແຫ່ງຊາດລາວ ຜູ້ຊື່ງເປັນຕົວແທນ ຂອງປະເທດລາວກ່າວວ່າ ສປປລາວ ມີຄວາມພ້ອມ ໃນການເຂົ້າສູ່ປະຊາຄົມ ເສຖກິດອາຊຽນໃນປີ 2015 ແຕ່ຍັງມີຫລາຍດ້ານ ທີ່ ຈະຕ້ອງ ພັທນາເພີ້ມຕື່ມ:
"ຖ້າທ່ານຖາມຂ້າພະເຈົ້າວ່າ ລາວ ພ້ອມບໍ່ທີ່ຈະເຂົ້າຮ່ວມ ປະຊາຄົມເສຖກິດອາຊຽນ ຄໍາຕອບກໍແມ່ນວ່າພ້ອມ ແຕ່ຍັງບໍ່ໄດ້ 100 ເປີເຊັນ ເທື່ອ".
ດຣ ພູເພັດໃຫ້ຄວາມເຫັນຕໍ່ກອງປະຊຸມວ່າ ທ່າແຮງໃນການລົງທຶນໃນລາວ ຄືການເຮັດທຸຣະກິດທາງດ້ານ ຊັພຍາກອນ ທັມມະຊາດ, ໂຄງ ການຂຸດຄົ້ນແຮ່ທາດ ໂຄງການພລັງງານໄຟຟ້າ, ຂແນງກະສີກັມ ແລະການທ່ອງທ່ຽວ ແລະຈຸດເດັ່ນອີກ ອັນນຶ່ງຂອງລາວ ກໍແມ່ນຄວາມ ຫມັ້ນຄົງ ທາງດ້ານການເມືອງ ທີ່ຈະສ້າງຄວາມ ເຊື່ອຫມັ້ນໃຫ້ແກ່ ນັກລົງທຶນ ຕ່າງຊາດໄດ້:
"ຍັງມີບັນຫາຫລາຍຢ່າງ ໃນການດຳເນີນ ທຸຣະກິດໃນລາວ ທະນາຄານໂລກ ບອກວ່າ ສປປລາວ ຍັງມີເສຖກິດຕໍ່າ ໃນບັນດາປະເທດ ອາຊຽນ ຍ້ອນການທ້າທາຍ ຫລາຍຢ່າງເຊັ່ນ ຄ່າຂົນສົ່ງສູງ ການພັທນາ ຊັພຍາກອນມະນຸດ ຍັງຕໍ່າ ແລະການສືກສາ ໃນລາວຍັງ ຂາດ ຄຸນນະພາບ".
ສຳລັບຂໍ້ດີ ຂອງປະຊາຄົມເສຖກິດອາຊຽນ ທີ່ມີຕໍ່ລາວ ດຣ ພູເພັດ ເວົ້າວ່າ ຈະເຮັດໃຫ້ຄວາມແຕກໂຕນ ຂອງການພັທນາ ຣະຫວ່າງ ລາວ ກັບປະເທດອາຊຽນ ອຶ່ນໆຫລຸດຫນ້ອຍລົງ ແລະຄວາມຄືບຫນ້າ ທາງດ້ານເສຖກິດ ກໍຈະເພີ້ມຂື້ນ ແຕ່ໃນຂນະດຽວກັນ ສປປລາວ ຍັງຕ້ອງ ການພັທນາ ຫລາຍສິ່ງຫລາຍຢ່າງ ນຶ່ງໃນນັ້ນ ກໍແມ່ນ ການພັທນາແຮງງານ ແລະ ຣະບົບການຂົນສົ່ງ ໃຫ້ໄດ້ມາຕຖານ.