ລາວພາດເປົ້າໝາຍສະຫັດສວັດ ບາງຂແນງ
2015.01.05

ທະນາຄານ ໂລກ ຣາຍງານ ວ່າ ສປປ ລາວ ມີ ຄວາມ ຄືບຫນ້າ ໃນການ ບັນລຸ ເປົ້າຫມາຍ ສະຫັດສວັດ ການພັທນາ ໃນ ຫລາຍ ຂແນງ ແຕ່ຍັງມີ ບາງຂແນງ ຍັງບໍ່ ສາມາດ ປະຕິບັດ ໄດ້. 44 ສ່ວນຮ້ອຍ ຂອງເດັກນ້ອຍ ອາຍຸ ຕ່ຳກວ່າ 5 ປີ ຍັງຂາດ ສານອາ ຫານ ຢູ່ແລະ 27 ສ່ວນຮ້ອຍ ຍັງມີ ນ້ຳໜັກ ຫລຸດ ມາຕຖານ ການ ເຕີບໂຕ.
ນອກຈາກ ນັ້ນ ສປປ ລາວ ຍັງມີ ອັດຕຣາ ການຕາຍ ສູງ ຂອງ ແມ່ຍິງ ທີ່ຖືພາ ແລະ ການ ອອກລູກ. ສປປ ລາວ ຍັງຈະຕ້ອງ ເຮັດວຽກ ໜັກ ກວ່ານີ້ ເພື່ອເຮັດໃຫ້ ເກີດຄວາມ ສເມີພາບ ຣະ ຫວ່າງ ເພດວັຍ ໃຫ້ ເປັນໄປຕາມ ແຜນການ ພັທນາ ແຫ່ງຊາດ ຂອງ ຣັຖບານ.
ໃນ ແຜນການ ພັທນາ ເສຖກິດ ສັງຄົມ ແຫ່ງຊາດ ຊຸດທີ 7 ສຳລັບ ປີ 2011-15 ທາງການ ລາວ ໄດ້ ວາງກົນໄກ ການລົບ ລ້າງ ຄວາມ ທຸກຍາກ ໃນລາວ ໃຫ້ໄດ້ ໃນປີ 2015 ດ້ວຍການ ສົ່ງເສີມ ການເຕີບໂຕ ທາງດ້ານ ເສຖກິດ ການ ພັທນາ ການສ້າງ ໂຄງຮ່າງ ພື້ນຖານ ເສຖກິດ ແລະສັງຄົມ ລາວ ໃຫ້ ທັນສມັຍ ຮ່ວມ ດ້ວຍ ການພັທນາ ຊັພຍາກອນ ມະນຸດ.
ທະນາຄານ ໂລກ ໄດ້ ເຮັດວຽກ ຮ່ວມກັບ ຣັຖບານ ລາວ ເພື່ອໃຫ້ ສປປລາວ ຫລຸດພົ້ນ ຈາກ ການເປັນ ປະເທດ ດ້ອຍພັທນາ. ການ ດຳເນີນງານ ຂອງກຸ່ມ ທະນາຄານ ໂລກ ໃນລາວ ແມ່ນຖືກ ຊີ້ແນະ ຈາກ ກົນໄກ ການ ພັທນາ ຂອງ ປີ 2012 ຫາ 2016 ທີ່ ໄດ້ອອກ ແບບ ເພື່ອ ສົ່ງເສີມ ແຜນການ ພັທນາ ແຫ່ງຊາດ ຊຸດທີ່ 7 ຂອງ ຣັຖບານ ບົນພື້ນຖານ ການພັທນາ ທີ່ ຍືນຍົງ ແລະ ຄວາມ ຮ່ວມມື ຈາກ ທຸກ ພາກສ່ວນ. ແຕ່ ມາຮອດ ປັດຈຸບັນ ຫລາຍ ແຜນການ ຍັງບໍ່ ສຳເຣັດ ຜົລຕາມ ທີ່ຄາດໄວ້.