ບໍຣິສັດຊີມັງ ຈີນ ມີບັນຫາ ພາຍໃນ

ຈໍາປາທອງ
2018.06.29
F-Cement ເຂດກໍ່ສ້າງໂຮງງານຜລິດຊິມັງ ຂອງນັກລົງທຶນຈີນ ບ້ານນໍ້າເວີນໃຕ້ ບ້ານນາໄຊ ແລະບ້ານນາທົ່ງ ເມືອງນາໝໍ້ ແຂວງອຸດົມໄຊ ທີ່ປະຊາຊົນ ໄດ້ຮັບຜົນກະທົບ ຈາກຣົດບັນທຸກ
RFA/VD

ບໍຣິສັດຊີມັງ ຂອງຈີນຢູ່ແຂວງຫຼວງພຣະບາງ ແລະແຂວງອຸດົມໄຊ ພາກເໜືອຂອງລາວ ຂັດແຍ່ງກັນພາຍໃນ ຍ້ອນມີການປ່ຽນຜູ້ຖືຫຸ້ນ ແລະ ຜູ້ບໍຣິຫານຄົນໃໝ່.

ບໍຣິສັດ Guizhou Jiangge Cements ຂອງຈີນ ສ້າງໂຮງງານຊີມັງ ຢູ່ເມືອງຫຼວງພຣະບາງມາດົນແລ້ວ ແຕ່ເມື່ອເດືອນທີ່ຜ່ານມາ ບໍຣິສັດ ນີ້ມີບັນຫາການເງິນແລະຊັພສິນໃນບໍຣິສັດ ທາງເຈົ້າໜ້າທີ່ແຂວງຫຼວງພຣະບາງ ກໍໄດ້ເປັນຄົນກາງຊ່ວຍໄກ່ເກັ່ຽ ຣະຫວ່າງຜູ້ບໍຣິຫານບໍຣິສັດ ຊຸດເກົ່າແລະຊຸດໃໝ່ ຊຶ່ງມາເຖິງປັດຈຸບັນນີ້ ກໍຍັງແກ້ບໍ່ຕົກເທື່ອ. ດັ່ງເຈົ້າໜ້າທີ່ແຂວງຫລວງພຣະບາງ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 29 ມິຖຸນາ ນີ້ວ່າ:

"ເອ ແມ່ນແຫລະ ເວົ້າເຣຶ່ອງການປ່ຽນຫຸ້ນຂະເຈົ້າ ອໍານວຍການຂະເຈົ້າມັນບໍ່ລົງລອຍກັນພາຍໃນນ່າ ດຽວນີ້ຂະເຈົ້າກໍາລັງ ເວົ້າກັນຢູ່ ອັນນີ້ ເປັນບັນຫາພາຍໃນ ຂະເຈົ້າ ເວົ້າເຣຶ່ອງການຄ້າງຊໍາລະພັນທະ ອາກອນນໍ ແລະກໍພວກພະນັກງານ ດຽວນີ້ຂະເຈົ້າ ກໍມີການປ່ຽນຫຸ້ນ ແລ້ວກໍ ປ່ຽນຜູ້ບໍຣິຫານ ຄົນໃໝ່ຫັ້ນນະ ມັນກໍເລີຍເຮັດໃຫ້ ມີບັນຫາໜ້ອຍນຶ່ງ ຢູ່ບ່ອນໂຮງງານ."

ສໍາລັບບໍຣິສັດ Xiao Changshou ຊຶ່ງຕັ້ງຢູ່ເມືອງນາໝໍ້ ແຂວງອຸດົມໄຊ ກໍມີບັນຫາເຣຶ່ອງເຈົ້າຂອງຫຸ້ນສ່ວນ ຜິດກັນ ແລະໄດ້ເຈຣະຈາກັນ ແຕ່ຕົກລົງກັນບໍ່ໄດ້ ເຮັດໃຫ້ເຈົ້າໜ້າທີ່ ແຂວງອຸດົມໄຊ ເຂົ້າໄປຄຸ້ມກັນ ແລະ ເຝົ້າໂຮງງານຊີມັງ ມາຕັ້ງແຕ່ເດືອນພຶສພາ ທີ່ຜ່ານມາຈົນຮອດ ປັດຈຸບັນ. ດັ່ງເຈົ້າໜ້າທີ່ ເມືອງນາໝໍ້ ກ່າວໃນມື້ດຽວກັນນັ້ນວ່າ:

"ຕົວນີ້ບໍ່ມີໜາ ບໍ່ໄດ້ຍິນຂ່າວ ມີແຕ່ອັນນັ້ນ ບໍຣິສັດຫຸ້ນສ່ວນຂອງຂະເຈົ້າ ເຂົາຜິດກັນເບາະ ແລ້ວລະມີເຈົ້າໜ້າທີ່ຄຸ້ມກັນ ໄປເຝົ້າຢູ່ຫັ້ນ ບໍ່ໃຫ້ ເຂົາເຈົ້າຕີກັນຊື່ໆ ແມ່ນແຫລະທາງ ປກສ ທາງເມືອງ ແລະທາງແຂວງຢູ່ຫັ້ນເລີຍ ປະຈໍາຢູ່ຫັ້ນເລີຍ ບໍ່ໃຫ້ຜິດຕີກັນ ຫ່າກໍ່ເດືອນແລ້ວນີ້."

ພ້ອມກັນນັ້ນກໍມີຣາຍງານວ່າ ໂຮງງານຊີມັງຂອງຈີນ 2 ແຫ່ງ ທີ່ວ່ານັ້ນເຊົາຜລິດ ພາຍຫຼັງທີ່ມີກຸ່ມຄົນຮ້າຍ ປະກອບອາວຸດ ບຸກເຂົ້າໄປໃນ ໂຮງງານ ແຕ່ມື້ວັນທີ 16 ຫາວັນທີ 18 ພຶສພາ ທີ່ຜ່ານມາ, ເອົາເງິນແລະຊັພສິນ ອັນມີຄ່າຢ່າງຫຼວງຫຼາຍໄປ.

ແຕ່ເຈົ້າໜ້າທີ່ເມືອງນາໝໍ້ ເວົ້າວ່າ ບໍ່ເຄີຍໄດ້ຍິນຂ່າວທີ່ວ່ານັ້ນ ແລະທັງຢືນຢັນວ່າ ເຣຶ່ອງດັ່ງ ກ່າວບໍ່ເຄີຍເກີດຂຶ້ນ ແຕ່ຢ່າງໃດ.

ບໍຣິສັດ Guizhou Jiangge ແລະບໍຣິສັດ Xiao Changshou ຂອງຈີນ ທີ່ຕັ້ງຢູ່ 2 ແຂວງດັ່ງກ່າວເປັນບໍຣິສັດໃຫຍ່ເຂົ້າມາເປີດໂຮງງານ ຜລິດຊີມັງ ສໍາລັບການກໍ່ສ້າງເຂື່ອນ, ສນາມບິນ, ທາງດ່ວນ ແລະທາງຣົດໄຟຄວາມໄວສູງ ລາວ-ຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.