ຫຼາຍໂຄງການພັທນາສໍາເຣັດ ໄປແລ້ວ
2015.06.02
ທາງການ ລາວ ວ່າ ໃນ ເຄິ່ງປີ 2015 ນີ້, ໄດ້ ສໍາເຣັດ ຫລາຍ ໂຄງການ ໂຄງຮ່າງ ພື້ນຖານ, ການ ຄົມມະນາຄົມ ແລະ ສາທາຣະນຸ ປະໂພກ ແລ້ວ, ເຖິງ ແມ່ນວ່າ ການ ຈັດຕັ້ງ ປະຕິບັດ ບາງ ໂຄງການ ມີຄວາມ ຫຼ້າຊ້າ ກໍຕາມ. ສໍາລັບ ໂຄງການ ທີ່ ຍັງ ຄ້າງຄາ ຢູ່ ນັ້ນ, ຈະ ດໍາເນີນ ຕໍ່ໄປ ແລະ ຄາດວ່າ ໃນ ທ້າຍ ປີນີ້, ຈະ ສາມາດ ສໍາເຣັດ ໂຄງການ ອີກ ຈໍານວນ ນຶ່ງ. ຕາມ ການ ເປີດເຜີຍ ຂອງ ເຈົ້າໜ້າທີ່ ກະຊວງ ໂຍທາ:
ໂຄງການ ກໍ່ສ້າງ ພື້ນຖານ ທີ່ ພວກເຮົາ ສໍາເຣັດ ແລ້ວ, ແລະ ໄດ້ ເປີດໃຊ້ ໃນ ຊ່ວງ ທ້າຍປີ ມາຫາ ຕົ້ນປີ, ຂົວ ຂ້າມ ນໍ້າຂອງ ຈາກ ບ້ານຫາດ ຫາ ເມືອງໂຂງ ຂົວ ມິຕພາບ ລາວ-ມຽນມ້າ, ເສັ້ນທາງ ເລກ ທີ 15 ຕັ້ງແຕ່ ນາປົ່ງ ຜ່ານ ເມືອງ ສາຣະວັນ ໄປຫາ ຊາຍແດນ ວຽດນາມ. ບັດນີ້ ພວກເຮົາ ກໍາລັງ ສືບຕໍ່ ເຮັດ ຢູ່ ດຽວນີ້ ໜີ້, ຄັນວ່າ ໂຕມັນ ຊິ ສໍາເຣັດ ນີ້ແມ່ນ ນໍ້າ ປະປາ ເມືອງ ທ່າແຂກ ໂຄງການ ນີ້ ແມ່ນ ໂຄງກາ ຂອງ ໃຈກາ".
ຂົວ ທີ່ ສ້າງ ສໍາເຣັດ ແລະ ເປີດໃຊ້ ໃນ ທ້າຍປີ 2014 ກໍມີ ຂົວ ຂ້າມ ນໍ້າຂອງ ດອນໂຂງ ຂົວ ຂ້າມ ໄປຫາ ດອນສັນ, ນອກນັ້ນ ກໍມີ ຂົວ ປາກແບງ ຊຶ່ງ ຈະເຊື່ອມຕໍ່ ຖນົນ ເລກທີ 12 ຕະເວັນຕົກ ຕະເວັນອອກ ຈາກ ຊາຍແດນ ປະເທດ ໄທ, ໄປຈຸໃສ່ ຊາຍແດນ ປະເທດ ວຽດນາມ, ຊຶ່ງ ຄາດວ່າ ຈະສ້າງ ແລ້ວ ໃນ ທ້າຍປີ ນີ້. ຕໍ່ມາ ກໍແມ່ນ ຂົວ ຂ້າມ ນໍ້າຂອງ ໂຄກ ເຂົ້າດໍ ໃນ ແຂວງ ໄຊຍະບູຣີ ສໍາເຣັດ ສ້າງ ເສົາ ແລ້ວ, ຂົວ ຂ້າມ ນໍ້າ ເຊກອງ ທີ່ ອົງການ ໃຈກ້າ ໃຫ້ ການ ຊ່ວຍເຫລືອ. ແລະ ເມື່ອ ອາທິດ ຜ່ານມາ ນີ້ ກໍ ມີການ ເປີດໃຊ້ ສນາມ ບິນ ແຂວງ ອັດຕະປື.
ສໍາລັບ ໂຄງການ ນໍ້າ ປະປາ ຢູ່ ເມືອງ ທ່າແຂກ ມີ ຄວາມ ສາມາດ ໃນການ ຜລິດນໍ້າ ວັນລະ 15,000 ແມັດກ້ອນ ນັ້ນ ຈະ ສໍາເຣັດ ໃນ ທ້າຍປີ ນີ້. ໂຄງການ ນໍ້າ ປະປາ ທີ່ ຕ້ອງ ສືບຕໍ່ ກໍ່ສ້າງ ກໍມີ ໂຄງການ ນໍ້າ ປະປາ ດົງ ໝາກຄາຍ ຢູ່ ນະຄອນ ຫລວງ ວຽງຈັນ ທີ່ ໄດ້ຮັບ ເງິນກູ້ ຈາກ ປະເທດ ຈີນ, ໂຄງການ ນໍ້າ ປະປາ ສໍາລັບ 5 ຕົວເມືອງ ນ້ອຍ ທີ່ ໄດ້ຮັບ ເງິນກູ້ ຈາກ ສໍານັກງານ ຄວາມ ຮ່ວມມື ທາງ ເສຖກິດ ກັບ ປະເທດ ເພື່ອນບ້ານ ຂອງ ໄທ ຫລື NEDA ປະກອບ ດ້ວຍ ເມືອງແບງ ຂ. ອຸດົມໄຊ, ເມືອງຄອບ ຂ. ໄຊຍະບູຣີ, ເມືອງ ຫ້ວຍຊາຍ ຂ. ບໍ່ແກ້ວ, ເມືອງ ໄຊບູລີ ຂ. ສວັນນະເຂດ ແລະ ເມືອງໂຂງ ຂ. ຈໍາປາສັກ.
ເສັ້ນທາງ ທີ່ ກໍາລັງ ກໍ່ສ້າງ ຢູ່ ກໍມີ ຖນົນເລກ 1 ຈາກ ຊາຍແດນ ຈີນ ມາຫາ ແຂວງ ຜົ້ງສາລີ ລະຍະ ທາງ 100 ກ່ວາ ກິໂລແມັດ. ສໍາລັບ ໂຄງການ ທີ່ ຈະເລີ້ມ ໃໝ່ ຕໍ່ໄປ, ທ່ານວ່າ ບໍ່ທັນມີ ຣາຍ ຣະອຽດ ເທື່ອ ແຕ່ ຄາດວ່າ ໂຄງການ ເກົ່າ ທີ່ ບໍ່ທັນໄດ້ ຈັດຕັ້ງ ປະຕິບັດ ນັ້ນ ກໍຄົງນອນ ຢູ່ໃນ ໂຄງການ 5 ປີ ຕໍ່ໄປ.