ຊາວລາວຕ້ອງຈ່າຍຄ່າທາງ ສອງເທົ່າ

ອຸ່ນແກ້ວ ສຸກສະຫວັນ
2017.10.05
f-roads ທາງເປັນຂຸມ ໄປມາຍາກ
Citizen Journalist

ຣັຖບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມທາງ ຖືກປະກາດໃຊ້ ຢ່າງເປັນທາງການ ໃນວັນທີ 20 ກັນຍາ 2017 ທີ່ ຜ່ານມາ. ປະເພດຣົດຈັກ ສອງລໍ້ ຫຼືສາມລໍ້ ທີ່ມີຄວາມແຮງນັບແຕ່ 110 ຊີຊີ ໄປຫາ 200 ຊີຊີ ຂຶ້ນໄປ ຈະຕ້ອງເສັຍຄ່າທາງແຕ່ 15 ພັນກີບ ຫາ 100 ພັນກີບ.

ຣົດຂົນສົ່ງສ່ວນຕົວ ເຊັ່ນ; ຣົດເກັງ, ຣົດຈິບ, ຣົດຕູ້, ແລະ ຣົດກະບະ ທີ່ມີຄວາມແຮງ 1000 ຊີຊີ ໄປຫາ 5000 ຊີຊີ ຂຶ້ນໄປ ຈະຕ້ອງ ເສັຍຄ່າ ທຳນຽມ ແຕ່ 100 ພັນກີບ ໄປຫາ 500 ພັນກີບ.

ປະເພດຣົດຂົນສົ່ງສິນຄ້າ ຄື ຣົດບັນທຸກ ທີ່ມີຄວາມແຮງ 2,500 ຫາ 5,000 ຂຶ້ນໄປ ບັນທຸກນ້ຳໜັກ ແຕ່ 3.5 ໂຕນ ໄປຫາ 50 ໂຕນ ຈະຕ້ອງເສັຍຄ່າ ທຳນຽມແຕ່ 150 ພັນກີບ ໄປຫາ 500 ພັນກີບ.

ປະເພດຣົດໂດຍສານ: ນັບແຕ່ຣົດຈຳໂບ້, ຣົດຕຸກໆ, ຣົດຕູ້ ແລະ ຣົດສອງແຖວ ຂຶ້ນໄປຮອດ ຣົດເມ ຂະໜາດໃຫຍ່ ທີ່ມີຄວາມແຮງ 5 ພັນຊີຊີ ມີ 35 ບ່ອນນັ່ງ ຈະຕ້ອງຈ່າຍຄ່າ ທໍານຽມທາງ ແຕ່ 50 ພັນກີບ ໄປຫາ 400 ພັນກີບ.

ຊາວລາວເຫັນວ່າ ການກຳນົດເສັຍຄ່າທຳນຽມທາງ ປະຈຳປີ ຕາມຣັຖບັນຍັດ ຂອງປະທານປະເທດ ລົງວັນທີ 20 ກັນຍາ 2017 ແມ່ນ ສູງກວ່າ ຣາຄາເດີມຫຼາຍ. ປະເພດ ຣົດສ່ວນຕົວ ທີ່ມີຄວາມແຮງ ແຕ່ 2,001 ຫາ 2,500 ຊີຊີ; ເຈົ້າຂອງຣົດ ຕ້ອງເສັຍ ຕົວຢ່າງ: ຄ່າ ທຳນຽມທາງ ບໍ່ເກີນ 80 ພັນກີບຕໍ່ປີ, ແຕ່ໃນລາຄາໃໝ່ນີ້ ເຈົ້າຂອງຣົດຕ້ອງ ໄດ້ເສັຍຄ່າທຳນຽມເຖິງ 250 ພັນກີບຕໍ່ປີ ຊຶ່ງແພງກວ່າເກົ່າ ຫຼາຍເທົ່າຕົວ.

ກ່ຽວກັບເລື້ອງນີ້ຂ້າພະເຈົ້າ ໄດ້ສຳພາດປະຊາຊົນ ຜູ້ທີ່ຈະໄດ້ຮັບຜົນກະທົບ ໂດຍກົງຈາກຣັຖບັນຍັດດັ່ງກ່າວ, ທ່ານຜູ້ນີ້ ກ່າວວ່າ ການຂຶ້ນ ຄ່າທຳນຽມທາງເອົາແຕ່ຊິຂຶ້ນ ໂດຍບໍ່ໄດ້ຢັ່ງຫາງສຽງ ປະຊາຊົນ ແຕ່ຢ່າງໃດ, ແລະ ໃນເມື່ອວ່າ ຣັຖບານຊຸດກ່ອນ ໄປສ້າງໜີ້ສ້າງສິນມາ ກະໃຫ້ ຣັຖບານຊຸດກ່ອນ ມາໃຊ້ໜີ້ ເລື້ອງການສ້າງທາງ.

ປະຊາຊົນອີກທ່ານນຶ່ງ ກໍເວົ້າວ່າ ສາເຫດທີ່ຂຶ້ນຄ່າທຳນຽມທາງ ແມ່ນຣັຖບານ ໄປສ້າງໜີ້ເອົາໄວ້ ນຳບໍຣິສັດກໍ່ສ້າງ ໃນການສ້າງທາງແລ້ວ ໃຫ້ປະຊາຊົນ ເປັນຜູ້ຮັບໃຊ້ແທນ ໂດຍ ທີ່ອອກຣັຖບັນຍັດ ມາເກັບເງິນນຳ ປະຊາຊົນ.

ນອກຈາກເສັຍຄ່າທໍານຽມທາງແລ້ວ ຜູ້ໃຊ້ຣົດຈະຕ້ອງໄດ້ເສັຍເງິນ ເຂົ້າກອງທຶນທາງ ໂດຍຜ່ານພາສີນໍ້າມັນ ໝາຍຄວາມວ່າ ເຈົ້າຂອງຣົດ ທຸກຄົນ ທີ່ຊື້ນໍ້າມັນ ເສັຍພາສີນໍ້າມັນ 500-1000. ນອກຈາກນີ້ ນະຄອນຫລວງວຽງຈັນ ກໍກຳລັງຈະຜ່ານ ດຳລັດ ວ່າດ້ວຍກອງທຶນທາງ ສະເພາະຢູ່ນະຄອນຫລວງ ເພື່ອເອົາເງິນ ດັ່ງກ່າວ ສ່ວນນຶ່ງໄປໃຊ້ໜີ້ ການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ຢູ່ ນະຄອນຫລວງ.

ທ່ານ ເດດສົງຄົມ ທຳມະວົງ ຫົວໜ້າຜແນກໂຍທາທິການ ແລະຂົນສົ່ງ ນະຄອນຫລວງ ວຽງຈັນ ໄດ້ກ່າວຕໍ່ນັກຂ່າວ ໃນວັນທີ 12 ກໍຮະກະດາ ວ່າ:

"ຍ້ອນວ່າ ທຶນທັງໝົດນີ້ ແມ່ນຂອງປະຊາຊົນ ເພື່ອເອົາມາຮັບໃຊ້ ກໍ່ສ້າງ ແລະ ສ້ອມແປງ ຂອງນະຄອນຫຼວງ ວຽງຈັນ ລະກະໃຊ້ໜີ້ ບາງສ່ວນປະມານ 25 ເປີເຊັນ ກໍ່ສ້າງແລະ ສ້ອມແປງປະມານ 74 ເປີເຊັນ ລະກະເງິນ ບໍຣິຫານອີກ 1 ເປີເຊັນ ໃຊ້ໜີ້ ແມ່ນໃຊ້ໜີ້ ເສັ້ນທາງທີ່ ປະຊາຊົນນຳໃຊ້ ປັດຈຸບັນ ນີ້ເນາະ ການກໍ່ສ້າງ ແລະ ສ້ອມແປງ 74 ເປີເຊັນ ແມ່ນເອົາມາໃຊ້ຕາມແຜນ ທີ່ທາງອົງການ ປົກຄອງ ຮັບຮອງໂດຍ ຜ່ານແຜນຂອງ ສະພາແຫ່ງຊາດ ຮັບຮອງ ເຮົາບໍ່ໄດ້ເອົາເງິນ ດັ່ງກ່າວນີ້ ມາໃຊ້ ໂດຍທີ່ບໍ່ມີ ຕາມແຜນເນາະ ໂດຍທີ່ບໍ່ແມ່ນ ຜແນກໂຍທາ ເປັນຜູ້ຄຸ້ມຄອງ ລະຜແນກໂຍທາ ຊິໄປໃຊ້ຈ່າຍຕາມຄວາມຕ້ອງການຂອງຜແນກໂຍທາເນາະ ບໍ່ແມ່ນ".

ກ່ຽວກັບເລື້ອງນີ້ ທ່ານ ສົມດີ ດວງດີ ໄດ້ກ່າວຕໍ່ໜັງສືພິມວຽງຈັນທາມສ ວ່າ:

ທ່ານ ຈະປຶກສາຫາລື ກັບເຈົ້າໜ້າທີ່ ກົມອາກອນ ກ່ຽວກັບການປະຕິບັດ ຣັຖບັນຍັດ ສະບັບໃໝ່ ຊ້າສຸດ ພາຍໃນເດືອນ ຕຸລານີ້.

ທ່ານ ສົມດີ ກ່າວຕື່ມອີກວ່າ:

ກະຊວງການເງິນໄດ້ມີແຜນການ ເກັບຄ່າທຳນຽມທາງ ໃຫ້ມີປະສິດທິຜົນ ໂດຍທີ່ຜູ້ເຈົ້າຂອງຣົດ ຈະຕ້ອງຈ່າຍຜ່ານລະບົບ ທະນາຄານ ເທົ່ານັ້ນ. ນອກຈາກນີ້ ກະຊວງການເງິນ ກໍຈະປະສານງານ ກັບເຈົ້າໜ້າທີ່ ຕຳຣວດຈະຣາຈອນ ເພື່ອຮັບປະກັນ ການຈັດຕັ້ງ ປະຕິບັດ ຣັຖບັນຍັດ ດັ່ງກ່າວ.

ຈາກນີ້ຜູ້ໃຊ້ຣົດ ຈະຕ້ອງໄດ້ເສັຍກໍຄື ພາສີນຳເຂົ້າຣົດ ຫຼາຍກວ່າ 100 ເປີເຊັນ ຂອງມູນຄ່າຣົດ ທີ່ເຈົ້າຂອງຣົດ ຈະຕ້ອງໄດ້ເສັຍໃນເວລາ ທີ່ຊື້ຣົດ, ຄ່າທຳນຽມທາງທີ່ເພີ້ມຂຶ້ນ ບໍ່ຕ່ຳກ່ວາ 300 ເປີເຊັນ ເສັຍພາສີນ້ຳມັນລິດນຶ່ງ 500-1000 ກີບ ໃນເວລາທີ່ຊື້ນໍ້າມັນ ແມ່ນເຂົາຫັກ ເອົາໂດຍອັດຕະໂນມັດ ເພື່ອເອົາເງິນມາ ເຂົ້າກອງທຶນທາງ, ແລະຖ້າວ່າ ດຳລັດ ກອງທຶນທາງ ຢູ່ນະຄອນຫລວງ ຜ່ານສະພາ ແຫ່ງຊາດ ຜູ້ໃຊ້ຣົດຢູ່ ນະຄອນຫລວງ ວຽງຈັນ ຍິ່ງຈະໄດ້ເສັຍ ຫລາຍຂຶ້ນອີກ.

ແລ້ວຄິດເບິ່ງວ່າ ຜູ້ໃຊ້ຣົດຕ້ອງໄດ້ ແບກຫາມຮັບເອົາ ຄ່າໃຊ້ທາງນັ້ນ ຫລາຍຂະໜາດໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.