ເຫດວິກິດການເງິນໃນ ສປປລາວ
2013.10.10

ໃນມໍ່ໆມານີ້ ສປປລາວ ຖືກ ຕັກເຕືອນ ຈາກ ອົງການ ກອງທຶນ ສາກົນ ວ່າໃຫ້ ປະຫຍັດ ແລະ ໃຫ້ ປະຕິຮູບ ນະໂຍບາຍ ການເງິນ ແລະ ການໃຊ້ຈ່າຍ ເພື່ອ ຫລີກລ່ຽງ ເຫດວິກິດ ການເງິນ ທີ່ ຈະເກີດຂຶ້ນໄດ້.
ອິງຕາມຄໍາຖແລງຂອງເຈົ້າຫນ້າທີ່ກອງທືນສາກົນ ທີ່ມີສູນກາງຢູ່ ກຸງວໍຊີງຕັນ ສະຫະຣັຖອະເມຣິກາ ຜແນກທີ່ກ່ຽວຂ້ອງຈາກອົງການກອງທືນ ສາກົນໄດ້ຈັດການສຳມະນາໃຫ້ຄຳແນະນໍາປະຈໍາປີ ແກ່ຣັຖບານລາວຂຶ້ນ ທີ່ນະຄອນຫລວງວຽງຈັນ ວ່າງຫລັງໆມານີ້ສະແດງຄວາມເປັນຫ່ວງ ຕໍ່ສະພາບການເງິນເຟີ້ ທີ່ຖີບຕົວສູງຂຶ້ນເລື້ອຍໆ ຣະບົບການທະນາຄານໃນລາວ ການຈ່າຍຫນີ້ສີນຂອງຣັຖບານ ການຂາດດຸນການຄ້າ ແລະ ການຫລຸດລົງ ຢ່າງຫລວງຫລາຍ ຂອງເງີນຕຣາຕ່າງປະເທດ ຊື່ງເປັນເງິນສຳຮອງ ໃນທະນາຄານ ແຫ່ງຊາດລາວ.
ທ່ານ ອາສວິນ ອາຫຸຍຢາ ຜູ້ທີ່ເປັນຜູ້ນຳພາຄນະ ຂອງກອງທຶນສາກົນໄປລາວ ເພື່ອໄປຮ່ວມປະຊຸມດັ່ງກ່າວ ຣະຫວ່າງວັນທີ 28 ສິງຫາ ຫາ ວັນທີ 12 ກັນຍາ ກ່າວຫລັງຈາກທີ່ທ່ານກັບມາ ສະຫະຣັຖວ່າ ການຄວບຄຸມ ການໃຊ້ຈ່າຍຂອງ ຣັຖບານລາວ ເປັນສີ່ງສຳຄັນໃນການຕ້ານ ການຮົ່ວໄຫລ ຂອງເງີນຕຣາຕ່າງປະເທດເພື່ອ ເປັນທາງອອກຂອງເຫດວິກິດ ທາງດ້ານການເງິນ ທີ່ຈະເກີດຂື້ນໃນອະນາຄົດ.
ການຕັກເຕືອນຂອງອົງການກອງທຶນສາກົນ ມີຂຶ້ນຫລັງຈາກທີ່ພົບວ່າ ລາຍຮັບຂອງຣັຖບານລາວ ໄດ້ຫລຸດລົງຢ່າງຕໍ່ເນື່ອງ ທີ່ເຮັດໃຫ້ ນາຍົກ ຣັຖມົນຕຣີລາວ ທ່ານ ທອງສິງ ທັມມະວົງ ອອກຄຳສັ່ງໃຫ້ກະຊວງ ທະບວງກົມຕ່າງໆ ໃນລາວ ຄວບຄຸມການໃຊ້ຈ່າຍ ຢ່າງເຄັ່ງຄັດໃນການ ຈ່າຍຫນີ້ສິນຂອງຣັຖ ເພື່ອຫລີກລ່ຽງເຫດວິກິດ ທາງດ້ານການເງີນໃນລາວ.
ປັດຈຸບັນສປປລາວເປັນຫນີ້ຕ່າງປະເທດໃນສັດສ່ວນປະມານ 29.8 % ຂອງຍອດຜົລຮ່ວມຂອງປະເທດແລະກໍເພີ້ມຂຶ້ນເລື້ອຍໆ ຣັຖບານລາວ ອາດຈະບໍ່ສາມາດໃຊ້ຫນີ້ ຕ່າງປະເທດໄດ້ທັນເວລາຍ້ອນ ການບໍຣິຫານຈັດການທາງດ້ານການເງີນບໍ່ໄດ້ມາຕຖານ ການຮົ່ວໄຫລ ການສໍ້ຣາສ ບັງຫລວງ ແລະ ການເກັບພາສີລາຍໄດ້ ຂອງຣັຖບານ ກໍຖືກສໍ້ໂກງ ແລະຍັກຍອກຈາກເຈົ້າຫນ້າທີ່ຣັຖ ເຮັດໃຫ້ຣັຖບານລາວ ບໍ່ສາມາດສ້າງ ລາຍຮັບ ໃຫ້ສົມດູນກັບລາຍຈ່າຍໄດ້.