ງາຊ້າງສົ່ງມາລາວຖືກຈັບ

ມະນີຈັນ
2015.08.02
F-trunk ງາຊ້າງ ທີ່ທາງ ເຈົ້າໜ້າທີ່ ໄທ ຍຶດໄດ້ ຕາມເຂດ ຊາຍແດນ
AFP

ລາວ ເປັນ ປະເທດ ຕົ້ນທາງ ທາງຜ່ານ ແລະ ປາຍທາງ ຂອງ ການ ຄ້າສັດປ່າ. ໃນ ຣະຍະ 4 ເດືອນ ຜ່ານມາ ທາງການ ໄທ ໄດ້ຍຶດ ງາຊ້າງ ຫຼາຍ ກວ່າ 1300 ງາ, ທີ່ ຖືກ ລໍາລຽງ ເຊື່ອງ ປົນມາ ກັບ ໝາກຖົ່ວ ແລະ ໃບຊາ ທີ່ ມີຈຸດ ເປົ້າໝາຍ ຢູ່ ສປປ ລາວ, ຊຶ່ງ ບົ່ງບອກ ເຖິງການ ປະຕິບັດ ງານ ຂອງ ຕໍາຣວດ ສາກົລ ຂນະທີ່ ບໍ່ມີການ ຮ່ວມມື-ແລະ ບໍ່ມີການ ຈັບກຸມ ຜູ້ ກະທຳ ຜິດ ໃດໆ ໃນລາວ, ຊຶ່ງ ເປັນ ປະເທດ ເປົ້າໝາຍ ປາຍທາງ ຂອງ ງາຊ້າງ ນັ້ນ. ລາວ ເປັນ ຈຸດຜ່ານ ທີ່ ສໍາຄັນ ສໍາລັບ ສັດທີ່ ຫາຍາກ ແລະ ໃກ້ສູນພັນ. ຕາມຣາຍງານ ຂ່າວ New York Times ສະບັບ ວັນທີ 1 ສິງຫາ 2015.

ຫຼາຍໆ ປະເທດ ໃນ ທົ່ວໂລກ ດໍາເນີນການ ຕ້ານ ວົງການ ລັກລອບ ຄ້າສັດປ່າ ທີ່ ເຮັດໃຫ້ ປ່າໄມ້ ແລະ ຊ້າງ ພັນ ອາຟຣິກກາ ແຮດ ແລະ ສັດອື່ນໆ ຫລຸດໜ້ອຍ ລົງ. ແຕ່ ລາວ ບໍ່ ປາບປາມ ຫລື ລົງໂທດ ພວກຄ້າ ສັດປ່າ ຜິດ ກົດໝາຍ ທີ່ວ່ານັ້ນ.

ທ່ານ Stevan Galster ຜູ້ ອໍານວຍການ ຝ່າຍ ບໍຣິຫານ Freeland, ຊຶ່ງ ເປັນ ອົງການ ຕ້ານ ການຄ້າ ຜິດ ກົດໝາຍ ທີ່ ມີສູນກາງ ຢູ່ ບາງກອກ, ຊຶ່ງ ເຮັດວຽກ ກັບ ອົງການ ພິທັກ ກົດໝາຍ ເພື່ອ ຕາມລ່າ ເຄືອຂ່າຍ ລັກລອບ ຄ້າສັດປ່າ ໃນ ທົ່ວໂລກ ນັ້ນ ເວົ້າວ່າ, ກຸ່ມ ແກ້ງ ອາຊຍາກັມ ສວຍໃຊ້ ການ ປະຕິບັດ ກົດໝາຍ ທີ່ ອ່ອນແອ ໃນລາວ. ເປັນທີ່ ຂ້ອນຂ້າງ ຈະແຈ້ງວ່າ ຄົນ ວຽດນາມ ແລະ ຄົນຈີນ ທີ່ກໍ່ ອາຊຍາກັມ ນັ້ນ   ກໍາລັງ ໃຊ້ລາວ ເປັນ ທາງຜ່ານ.

ທ່ານ Ed Royce ປະທານ ຄນະ ກັມມາທິການ ພົວພັນ ຕ່າງ ປະເທດ ສະພາ ຕໍ່າ ສະຫະຣັຖ ອະເມຣິກາ ຜູ້ ຮັບຜິດຊອບ ຮ່າງ ກົດໝາຍ ວ່າດ້ວຍ ການຕໍ່ສູ້ ຕ້ານ ການ ລັກລອບ ຄ້າສັດປ່າ ຊ່ວຍ ປະເທດ ອາຟຣິກກາ ເມື່ອ ໄວໆ ມານີ້ ກ່າວຜ່ານທ າງ ອີແມວ ວ່າ ລາວ ບໍ່ໄດ້ ບັນທຶກ ການຍຶດ ສັດປ່າ ຜິດ ກົດໝາຍ ໄວ້ ແມ່ນແຕ່ ຄັ້ງດຽວ ນັບຕັ້ງແຕ່ ໄດ້ເລີ່ມ ປະຕິບັດ ງານ ມາແຕ່ປີ 1989, ອັນເຮັດໃຫ້ ລາວ ກາຍເປັນ ສະຫວັນ ຂອງ ພວກ ຄ້າ ສັດປ່າ ຜິດ ກົດໝາຍ ແລະວ່າ ຣັຖບານ ລາວ ອ້າງເຖິງ ການ ຂາດເຂີນ ສິ່ງຕ່າງໆ ຂອງ ຕົນມາເປັນ ຂໍ້ອ້າງ ຂະນະທີ່ ຂ້ອນຂ້າງ ຈະແຈ້ງວ່າ ເຈົ້າໜ້າທີ່ໄດ້ຮັບ ຜົລປະໂຫຍດ ຈາກ ການຄ້າ ນີ້.

ແຕ່ຮອງ ຜູ້ ອໍານວຍການ ກວດກາ ສັດປ່າ ກົມກວດກາປ່າໄມ້ ຂອງລາວ ພອນສະຫວັນ ໂສພາຄໍາພັນ ປະຕິເສດວ່າ ເຈົ້າໜ້າທີ່ ລາວ ບໍ່ໄດ້ຮັບຜົລປະໂຫຍດ ຈາກການ ລັກລອບຄ້າ ສັດປ່ານັ້ນ.

ທ່ານ ເວົ້າວ່າ ລາວ ບໍ່ເປັນ ປະເທດ ທີ່ ຂ້າສັດ ພວກນັ້ນ ສັດພວກ ນັ້ນ ຖືກຂ້າ ຢູ່ ປະເທດ ອາຟຣິກກາ. ລາວ ພ້ອມທີ່ ຈະ ປະສານ ງານ ກັ ບທຸກຝ່າຍ. ຫາກ ປະຊາຄົມ ສາກົລ ມີຂໍ້ມູນ ທີ່ດີ ກໍຂໍໃຫ້ ບອກ, ຣັຖບານ ລາວ ພ້ອມທີ່ຈະ ແກ້ໄຂ ບັນຫາ ນີ້.

ແຕ່ ເຈົ້າໜ້າທີ່ ປະຕິບັດ ກົດໝາຍ ໃນ ປະເທດ ເພື່ອນບ້ານ ຂອງລາວ ແລະ ກຸ່ມ ຕ້ານ ການຄ້າ ສັດປ່າ ເວົ້າວ່າ ໄດ້ ສົ່ງຂໍ້ມູນ ສະເພາະ ແທ້ໆ ໃຫ້ ຝ່າຍລາວ ຫຼາຍເທື່ອ ມາແລ້ວ ແຕ່ ກໍບໍ່ມີ ຫຍັງ ເກີດຂຶ້ນ.

ເຈົ້າໜ້າທີ່ ອະເມຣິກັນ ເວົ້າວ່າ ນຶ່ງ ໃນຈໍານວນ ພໍ່ຄ້າ ສັດປ່າ ຜິດກົດໝາຍ ທີ່ ຊາວໂລກ ຮູ້ຈັກ ກັນດີ ເປັນນັກ ທຸຣະກິດ ລາວ ຊື່ ວິໄຊ ແກ້ວສະຫວ່າງ. ປັຈຈຸບັນ ພັກພວກ ຂອງເຂົາ ຜູ້ນຶ່ງ ຖືກຈັບ ໄດ້ ແລະ ຖືກ ຕັດສິນ ລົງໂທດ ຈໍາຄຸກ 40 ປີ ຢູ່ອາຟຣິກກາ ໃຕ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.