ປະຊາຊົນໂຍກຍ້າຍຈາກ ເຂື່ອນ ນໍ້າງຽບ 1
2018.03.06
ໂຄງການເຂື່ອນໄຟຟ້າ ນໍ້າງຽບ1 ແຂວງບໍຣິຄໍາໄຊ ໄດ້ໂຍກຍ້າຍປະຊາຊົນ ທີ່ໄດ້ຮັບຜົນກະທົບກວ່າ 500 ຄອບຄົວພື້ນທີ່ ກໍ່ສ້າງເຂື່ອນ ໄຟຟ້າ ເປັນທີ່ຮຽບຮ້ອຍແລ້ວ ໃນນັ້ນມີປະຊາຊົນປະມານ 175 ຄອບຄົວ ໄດ້ໂຍກຍ້າຍ ເຂົ້າໄປຢູ່ບ້ານຈັດສັນໃໝ່ ພູໂຮມໄຊ ຕາມແຜນ ຂອງໂຄງການ. ດັ່ງ ເຈົ້າໜ້າທີ່ ຜແນກພລັງງານແລະບໍ່ແຮ່ ແຂວງບໍຣິຄໍາໄຊ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ່ 6 ມີນາ ນີ້ວ່າ:
“ຂະເຈົ້າຍ້າຍມາຢູ່ຕາມແຜນ ຫັ້ນ ມັນສໍ່ານັ້ນ ແຕ່ວ່າ ພວກໂຍກຍ້າຍໄປ ບ່ອນອື່ນ ມັນກໍຫລາຍຮວມແລ້ວ ມັນກໍ 500 ກວ່າຄອບຄົວ ທັງໝົດນີ້ ໄດ້ຮັບຜົນກະທົບ ທັ້ງໝົດກໍປະມານນັ້ນ ໃນຈໍານວນນຶ່ງ ເຂົາເຈົ້າກໍໄປຢູ່ນອກ ຕ່າງຫາກ, ດຽວນີ້ ມັນຢູ່ໃນໂຄງການ ເຮົາມັນ ບໍ່ທັນມີ ຕົວປູຢາງ ດຽວນີ້ມີແຕ່ ດິນແດງເຂົ້າກ່ອນ ຊ່ວຍຊາວບ້ານ.”
ທ່ານວ່າ ສໍາລັບການຊົດເຊີຍຄ່າເສັຍຫາຍ ໃຫ້ປະຊາຊົນນັ້ນ ໄດ້ເຣີ້ມມາແຕ່ ທ້າຍປີ 2016 ແລະເຣີ້ມໂຍກຍ້າຍ ປະຊາຊົນ ກຸ່ມທໍາອິດ ໄປຢູ່ບ້ານຈັດສັນ ພູໂຮມໄຊ ໃນເດືອນ ພຶສຈິກາ ປີ 2017 ຈໍານວນ 24 ຄອບຄົວ, ໃນຕົ້ນປີ 2018 ກໍໄດ້ໂຍກຍ້າຍ ປະຊາຊົນຕຶ່ມອີກ 51 ຄອບຄົວ ຈາກແຂວງ ໄຊສົມບຸນ ເປັນກຸ່ມທີ 2 ແລະກຸ່ມ ທີ 3 ມີ 100 ຄອບຄົວ. ນອກຈາກນັ້ນ ມີປະຊາຊົນ 320 ຄອບຄົວ ຮັບເອົາເງິນ ຊົດເຊີຍຢ່າງດຽວ ແລະສມັກໃຈ ໄປຢູ່ບ່ອນອື່ນ. ເວົ້າຮວມແລ້ວ ມູນຄ່າ ການຊົດເຊີຍ ແລະສ້າງ ໂຄງຮ່າງພື້ນຖານ ທັງໝົດປະມານ 10 ລ້ານ ໂດລ່າ ສະຫະຣັຖ.
ເຈົ້າໜ້າທີ່ ຜແນກພລັງງານ ແລະບໍ່ແຮ່ ແຂວງບໍຣິຄໍາໄຊ ກ່າວວ່າ ບ້ານ ຈັດສັນ ພູໂຮມໄຊ ແມ່ນມີສິ່ງອໍານວຍ ຄວາມສະດວກ ຫລາຍຢ່າງ ເປັນຕົ້ນນໍ້າປະປາ, ໄຟຟ້າ, ສຸຂສາລາ, ຕລາດ, ໂຮງຮຽນອານຸບານ ໂຮງຮຽນປະຖົມ ໂຮງຮຽນມັທຍົມຕອນຕົ້ນ ພ້ອມດ້ວຍ ຄຣູອາຈານ ແລະ ພື້ນທີ່ກະສິກັມ ພ້ອມກັບ ຊົລປະທານ.
ຢ່າງໃດກໍຕາມ ໂຄງການເຂື່ອນໄຟຟ້າ ນໍ້າງຽບ 1 ຕັ້ງຢູ່ຣະຫວ່າງ ນໍ້າງຽບ ແຂວງບໍຣິຄໍາໄຊ ສາມາດຜລິດກະແສໄຟຟ້າ ໄດ້ 291 ເມກາວັດ ໂດຍ ການຮ່ວມລົງທຶນ ຣະຫວ່າງປະເທດຍີ່ປຸ່ນ 45%, ບໍຣິສັດ EGAT ປະເທດໄທ 30%, ແລະຣັຖບານ ສປປລາວ 25% ຮວມມູນຄ່າ ການລົງທຶນ ຂອງໂຄງການປະມານ 860 ລ້ານ ໂດລ່າ ສະຫະຣັຖ ໂດຍຈະເປີດໃຊ້ ເປັນທາງການ ໃນ ປີ 2019 ຕາມຣາຍງານ.