ຂ.ຫົວພັນ ໃຫ້ໂຮງງານ ຖ່ານຫີນ ຈ່າຍຄ່າ ເສັຽຫາຍ

ໄຊຍາ
2018.03.27
F-Houaphanh ການພັທນາສ້າງສາ ໃນແຂວງຫົວພັນ
photo: FB friend's page

ເມື່ອອາທິດຜ່ານມາ ເຈົ້າໜ້າທີ່ ໄດ້ປຶກສາຫາລື ກັບປະຊາຊົນ ບ້ານຫ້ວຍຄົງ ແລະບ້ານຫລັກ 20 ກຽ່ວກັບຄ່າຊົດເຊີຍ ທີ່ດິນ ເມື່ອປີກາຍ ໂຮງງານໄຟຟ້າຖ່ານຫີນ ຂອງບໍລິສັດ CCF ຈາກຈີນ ໄດ້ດຸດດິນແດງ ໄປຖົມດິນນາຂອງຊາວບ້ານ ທາງການໄດ້ກຳນົດ ລາຄາຄ່າຊົດເຊີຍ ເຮັກຕ້າລະ 100 ລ້ານກີບ ແຕ່ຍັງບໍ່ໄດ້ກຳນົດວ່າ ຈະໃຫ້ໂຮງງານ ເລີ້ມຈ່າຍເມື່ອໃດ. ດັ່ງເຈົ້າໜ້າທີ່ຫ້ອງການ ແຂວງຊຳເໜຶອ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 27 ມີນາ ນີ້ວ່າ:

"ເມື່ອອາທິດແລ້ວນີ້ເນາະ ໄປປຶກສາຫາລືກັບອຳນາດການປົກຄອງ ເນາະ ປະຊາຊົນເວົ້າວ່າເຣື່ອງຄ່າຊົດເຊີຍ ທີ່ດິນຫັ້ນເປັນດິນທຳການຜລິດ ແລະ ຜົລປູກ ຖືວ່າມີກຳນົດຈະໃຊ້ແທນ ເຮັກຕ້ານຶ່ງ 100 ລ້ານກີບ ບໍ່ໄດ້ບັງຄັບ ປະຊາຊົນດອກ ໃຫ້ເພິ່ນສເນີເນາະ."

ເຈົ້າໜ້າທີ່ທ່ານນີ້ ກ່າວອີກວ່າ ຄ່າຊົດເຊີຍທີ່ຫ້ອງການປົກຄອງ ເມືອງຊຳເໜືອ ໄດ້ໃຫ້ບໍຣິສັດຈີນ ຈ່າຍນັ້ນ ຍັງບໍ່ເປັນທີ່ພໍໃຈ ຂອງຊາວບ້ານ ຫລາຍຄົນ ທີ່ຕ້ອງການຄ່າຊົດເຊີຍ ເຮັກຕ້າລະ 120 ລ້ານກີບຂຶ້ນໄປ. ດັ່ງທ່ານກ່າວວ່າ:

"ຊາວບ້ານຕ້ອງການອັນນຶ່ງຫັ້ນ ຄ່າດິນຊົດເຊີຍຫັ້ນ 120 ຂຶ້ນເມືອ ພວກໂຮງງານຫັ້ນ ຈະເອົາເງີນໃຫ້ ເພາະວ່າຫລາຍໃດ໋ ຜົນກະທົບຖືວ່າ ສະເພາະດິນນານີ້ຖືວ່າ ເກືອບ 90%ໃດ໋."

ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຮງງານ ໄຟຟ້າຖ່ານຫີນດັ່ງກ່າວ ມີບ້ານຫ້ວຍຄົງ ມີ 80 ຄອບຄົວ ແລະບ້ານຫລັກຊາວ ຢູ່ 20 ຄອບຄົວ ໄດ້ຮັບຜົນກະທົບ ແຕ່ຈຳນວນເນື້ອທີ່ ຍັງບໍ່ທັນຖືກເປີດເຜີຍ.

ເມື່ອປີກາຍບໍຣິສັດ CCF ຍື່ນຂໍ້ສເນີຈະຊົດເຊີຍ ໃຫ້ປະຊາຊົນຈຳນວນ 1 ລ້ານກີບຕໍ່ 1 ເຮັກຕ້າ ແຕ່ປະຊາຊົນບໍ່ຮັບ. ນັບຕັ້ງແຕ່ເກີດ ຜົນກະທົບ ມາຮອດປະຈຸບັນ ຊາວບ້ານໄດ້ຂຽນຄຳຮ້ອງຟ້ອງ ໄປຍັງອຳນາດການປົກຄອງ ຂັ້ນເມືອງ ແລະ ຂັ້ນແຂວງ 3-4 ເທື່ອແລ້ວ ແຕ່ຍັງບໍ່ໄດ້ຮັບການແກ້ໄຂ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.