ຂ.ຫົວພັນຢາກໄດ້ການພັທນາ

ມະນີຈັນ
2016.11.11
F-Huaphanh ບ້ານໝໍ້ ບ້ານວັທນະທັມ ແຂວງຫົວພັນ
Screen captured travel Huaphanh video

ປັດຈຸບັນ ປະຊາຊົນ ແຂວງຫົວພັນ ຕ້ອງການ ໂຄງການ ພັທນາ ຫຼາຍດ້ານ ເພື່ອ ໃຫ້ສົມເປັນ ແຂວງບໍ່ເກີດ ການປະຕິວັດ ເຖິງແມ່ນວ່າ ໃນລະຍະ 40 ປີ ມານີ້ຈະ ໄດ້ຮັບການ ພັທນາ ແດ່ແລ້ວກໍຕາມ ແຕ່ ປະຊາຊົນ ສ່ວນໃຫຍ່ ກໍຍັງບໍ່ຫລຸດພົ້ນ ອອກຈາກ ຄວາມທຸກຍາກ. ກ່ຽວກັບ ເຣຶ່ອງນີ້ ຊາວເມືອງແອດ ໄດ້ກ່າວຕໍ່ RFA ໃນວັນທີ 10 ພຶສຈິກາ 2016 ວ່າ ທຸກມື້ນີ້ ພາຍໃນເມືອງ ຍັງຂາດ ຄວາມສະດວກ ຫຼາຍຢ່າງ ໂດຍສະເພາະ ຢູ່ບ້ານ ຂອງຕົນ ຍັງບໍ່ທັນ ມີໂຮງຮຽນ ເທື່ອ:

"ໂຄງການ ກະຢາກໄດ້ ຢູ່ແຕ່ວ່າ ການພັທນາ ບ້ານ ທີ່ຢັງຢາຍ ສົມມຸດວ່າ ໂຮງຮຽນເນາະ ໂຮງຮຽນນີ້ ຍັງບໍ່ທັນ ມີບ້ານນີ້ນະ ບ້ານອື່ນ ໃກ້ຄຽງນີ້ ມີໝົດແລ້ວ ຢາກໄດ້ ໂຮງຮຽນ ໃຫ້ລູກ ໃຫ້ຫຼານກ່ອນ ໂອ໊ ໂຄງການນີ້ ບໍ່ຢາກເຂົ້າມາ ປານໃດ".

ທ່ານເວົ້າຕື່ມວ່າ ນອກຈາກນັ້ນ ຕົນເອງແລະຊາວບ້ານ ອີກຫຼາຍຄົນ ຢາກໃຫ້ມີ ການພັທນາ ກະສິກັມ ໃຫ້ຄົນທ້ອງຖິ່ນ ເພາະ ປະຊາຊົນ ສ່ວນໃຫຍ່ ມີອາຊີບ ປູກຝັງ. ແລະຫວັງວ່າ ຈະໄດ້ຮັບ ໂຄງການ ພັທນາ ຕື່ມອີກ ຈາກ ຣັຖບານ ຊຸດໃໝ່.

ໃນຂນະດຽວກັນ ຊາວເມືອງ ຊໍາເໜືອ ທ່ານນຶ່ງ ກໍເວົ້າວ່າ ເຖິງມີຫຼາຍ ໂຄງການພັທນາ ຂອງຣັຖ ຢູ່ ແຂວງຫົວພັນ ແຕ່ຢູ່ ຫຼາຍທ້ອງຖິ່ນ ກໍຍັງ ທຸກຍາກຢູ່. ຕົນຢາກ ໃຫ້ທາງການ ເພີ່ນ ປັບປຸງສະພາບ ເສັ້ນທາງ ຢູ່ພາຍໃນ ແຂວງ ໃຫ້ໄດ້ ມາຕຖານ ຂຶ້ນ ເພາະເຖິງ ຈະມີທາງ ປູຢາງ ຫຼາຍເສັ້ນ ແຕ່ກໍຢູ່ ໃນສະພາບ ເປ່ເພ ເລື້ອຍໆ ໃນ ຣະດູຝົນ:

"ແຂວງຫົວພັນນີ້ ຍັງທຸກຍາກ ຫົນທາງ ໄປມາກໍບໍ່ດີ ກໍຢາກໃຫ້ ຣັຖບານນີ້ ປັບປຸງ ທາງໃຫ້ດີ ກະໄປ ກະມາໄດ້ ແຕ່ຫາກບໍ່ງາມ ຄືບ່ອນອື່ນ ບໍ່ມີທຶນ ສ້ອມແປງ".
ຢ່າງໃດກໍຕາມ ຢູ່ໃນ ກອງປະຊຸມ ສະພາ ແຫ່ງຊາດ ເມື່ອອາທິດ ທີ່ແລ້ວ ພັນໂທ ແອ່ນ ອຸ່ນທະນົງບຸດ ສະມາຊິກ ສະພາ ແຫ່ງຊາດ ຈາກແຂວງ ຫົວພັນ ໄດ້ກ່າວວ່າ ເຖິງ ແຂວງຫົວພັນ ເປັນບ່ອນ ກໍາເນີດ ການປະຕິວັດ ແຕ່ປະຊາຊົນ ຍັງທຸກຍາກ ແລະ ບໍ່ໄດ້ຮັບ ການພັທນາ ເທົ່າທີ່ຄວນ ໂດຍສະເພາະ ເຣຶ່ອງ ຖນົນ ຫົນທາງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.