ຂ.ຫົວພັນ ຄວບຄຸມພຍາດ ປາກເປື່ອຍ ລົງເລັບ

ໄມຊູລີ
2018.06.05
F-Foot-Mouth ທາງການຂແນງລ້ຽງສັດ ອອກສີດຢາປ້ອງກັນພຍາດປາກເປື່ອຍລົງເລັບ ໃຫ້ ງົວ ຄວາຍ ຂອງຊາວບ້ານ ແລະແນະນໍາວິທີປ້ອງກັນ ການແຜ່ລາມ ຂອງເຊື້ອພຍາດນໍາດ້ວຍ
LNTV

ຂແນງລ້ຽງສັດ ແຂວງຫົວພັນ ສາມາດຄວບຄຸມ ການແຜ່ຣະບາດ ຂອງ ພຍາດປາກເປື່ອຍລົງເລັບ ໄດ້ໃນ 3 ເມືອງ ຄື: ຊໍາໃຕ້, ສົບເບົາ, ແລະເມືອງວຽງໄຊ. ສ່ວນເມືອງອື່ນໆອີກ 5 ເມືອງ ທີ່ມີສັດລ້ຽງ ຕິດເຊື້ອພຍາດນັ້ນ ຍັງຕິດຕາມເຝົ້າຣະວັງຢູ່. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຂແນງລ້ຽງສັດ ແຂວງຫົວພັນ ໃນມື້ວັນທີ 1 ມິຖຸນາ ນີ້:

“ກະສງົບໄປ 3 ເມືອງແລ້ວຢູ່ເມືອງວຽງໄຊ, ຊໍາໃຕ້ ກັບເມືອງສົບເບົາ ທໍາອິດກະເປັນຢູ່ 8 ເມືອງ ຍັງໜັກກວ່າໝູ່ກະແມ່ນ ເມືອງຮຽມ, ກັບ ເມືອງຊໍາເໜືອ 29 ບ້ານນີ້ແຫລະ 2 ເມືອງນີ້.”

ທ່ານກ່າວວ່າ ທາງຂແນງລ້ຽງສັດ ໄດ້ມີແຈ້ງການ ໃຫ້ເຈົ້າໜ້າທີ່ຢູ່ເມືອງຕ່າງໆ ທີ່ ພຍາດປາກເປື່ອຍລົງເລັບ ແຜ່ຣະບາດ ຕັ້ງດ່ານກວດກາ ຢ່າງເຂັ້ມງວດ ເພື່ອສະກັດກັ້ນ ບໍ່ໃຫ້ມີການ ເຄື່ອນຍ້າຍສັດລ້ຽງປະເພດ ງົວ, ຄວາຍ, ໝູ, ແລະແບ້ ຈາກເມືອງນຶ່ງ ໄປຫາເມືອງນຶ່ງ ທີ່ເຮັດ ໃຫ້ການຄວບຄຸມ ການແຜ່ລາມຂອງເຊື້ອພຍາດ, ຫາກຜູ້ໃດຝ່າຝືນ ຈະຖືກຕັກເຕືອນ ແລະປັບໃໝ.

ພ້ອມດຽວກັນນັ້ນ ທາງການກໍໄດ້ແຈ້ງໃຫ້ 2 ເມືອງ ທີ່ຍັງບໍ່່ມີການຣະບາດ ຂອງພຍາດນີ້ ຄືເມືອງຊ່ອນ ແລະເມືອງກັວນ ມີການເຝົ້າຣະວັງ ຢ່າງໃກ້ຊິດ ເພາະຢ້ານສັດລ້ຽງ ທີ່ຕິດເຊື້ອ ຈາກເມືອງອື່ນ ຖືກນໍາໄປ 2 ເມືອງນີ້ ຍ້ອນປະຊາຊົນສ່ວນຫຼາຍຍັງບໍ່ຮູ້ ກ່ຽວກັບການຄວບຄຸມ ເຊື້ອພຍາດດັ່ງກ່າວ.

ນັບຕັ້ງແຕ່ເດືອນ ມົກຣາ 2018 ຈົນມາຮອດປັຈຈຸບັນນີ້ ຢູ່ທົ່ວແຂວງຫົວພັນ ມີສັດລ້ຽງຕາຍຍ້ອນພຍາດ ປາກເປື່ອຍລົງເລັບ 700 ປາຍໂຕ ແລະມີສັດທີ່ຕິດເຊື້ອພຍາດ ອີກປະມານ 11 ພັນໂຕ. ມີຣາຍງານວ່າກະຊວງກະສິກັມແລະປ່າໄມ້ ແລະຂແນງລ້ຽງສັດ ແຂວງຫົວພັນ ກໍາລັງ ວາງແຜນ ສັກຢາໃຫ້ສັດລ້ຽງ ທີ່ຢູ່ໃນເຂດ ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອພຍາດດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.