ຂ.ຫົວພັນ ແກ້ໄຂບັນຫາ ຣົດເຖື່ອນ
2018.02.08
ປັດຈຸບັນ ອໍານາດການປົກຄອງແຂວງຫົວພັນ ກໍາລັງແກ້ໄຂບັນຫາ ການລັກນໍາເອົາຣົດໃຫຍ່ ແລະຣົດຈັກ ມາຈາກແຂວງອື່ນ ແລະຈາກ ຕ່າງປະເທສ ເຂົ້າມາແຂວງຫົວພັນ ແບບບໍ່ໄດ້ແຈ້ງການ ເສັຽພາສີອາກອນ. ຜ່ານການກວດກາພົບວ່າ ມີການນໍາຣົດ ເຂົ້າມາແບບບໍ່ຖືກ ຕ້ອງເຖິງ 2,000 ປາຍຄັນ. ໃນນັ້ນຣົດໃຫຍ່ 100 ຄັນ ແລະ ຣົດຈັກ 1,500 ປາຍຄັນ. ດັ່ງເຈົ້າໜ້າທີ່ ຜແນກການເງິນ ແຂວງຫົວພັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ກຸມພາ ນີ້ວ່າ:
"ໂຕເປັນຣົດນໍາເຂົ້າບໍ່ຖືກຕ້ອງ ຣົດເຖື່ອນ ຣົດຈັກກັບຣົດໃຫຍ່ເດ ເຂົາເຈົ້າເອົາມາເອງ ແບບວ່າສ່ວນຕົວນະ ເຂົາຫາກເອົາເຂົ້າເອງ ບໍ່ມີ ບໍຣິສັດນໍາເຂົ້າດອກ ພວກເຮົາໄດ້ແກ້ຈໍານວນນຶ່ງແລ້ວ ແກ້ 1,000 ປາຍຄັນແລ້ວ ທັງຣົດຈັກຣົດໃຫຍ່ນະ."
ທ່ານເວົ້າວ່າ ຜູ້ທີ່ນໍາຣົດເຂົ້າມາ ແບບບໍ່ຖືກຕ້ອງນັ້ນ ສ່ວນໃຫຍ່ຣົດຈັກແມ່ນນໍາມາຈາກ ວຽດນາມ ແລະຣົດໃຫຍ່ມາຈາກ ນະຄອນຫຼວງ ວຽງຈັນ, ນໍາມາໃຊ້ສ່ວນຕົວ ແບບບໍ່ຖືກຕ້ອງຕາມ ຣະບຽບກົດໝາຍ.
ເພື່ອສະກັດກັ້ນບັນຫາດັ່ງກ່າວ ທ່ານເວົ້າວ່າ ທາງຜແນກການເງິນແຂວງ ໄດ້ມອບໝາຍໃຫ້ ເຈົ້າໜ້າທີ ປະຈໍາດ່ານຕ່າງໆ ຕິດຕາມ ແລະ ກວດກາການນໍາຣົດ ເຂົ້າມາຢ່າງເຂັ້ມງວດ ແລະຊຸກຍູ້ໃຫ້ຜູ້ທີ່ ນໍາຣົດເຂົ້າມາແບບບໍ່ຖືກຕ້ອງ ນັ້ນໄປເສັຍພາສີອາກອນ.
ເມື່ອປີ 2017 ທີ່ຜ່ານມາ ກະຊວງການເງິນ ສປປລາວ ສາມາດແກ້ໄຂບັນຫາ ຣົດເຖື່ອນໃນລາວ ໄດ້ທັງໝົດ 5,600 ປາຍຄັນ.