ໂຮງງານໄຟຟ້າຖ່ານຫີນ ຈີນ ຂໍເອກສານ ການຜລິດ
2018.09.18
ບໍຣິສັດ CCF ຂອງຈີນ ເຊິ່ງເປັນເຈົ້າຂອງໂຮງງານໄຟຟ້າຖ່ານຫີນ ຢູ່ເມືອງຊຳເໜືອ ແຂວງຫົວພັນ ກຳລັງແລ່ນເອກສານ ກັບທາງການລາວ ເພື່ອຂໍອະນຸຍາດ ດຳເນີນການຂຸດຄົ້ນຖ່ານຫີນ ເພື່ອຜລິດໄຟຟ້າຕາມຂັ້ນຕອນ ຫລັງຈາກໄດ້ສ້າງໂຮງງານ ໃກ້ຈະສຳເຣັດແລ້ວ ແຕ່ຍັງບໍ່ໄດ້ ຄຳຕອບ ວ່າຈະໄດ້ຮັບອະນຸຍາດ ຫລືບໍ່. ດັ່ງເຈົ້າໜ້າທີ່ ຜແນກຊັພຍາກອນທຳມະຊາດ ແລະສິ່ງແວດລ້ອມ ແຂວງຫົວພັນ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 18 ກັນຍາ ນີ້ວ່າ:
"ຖືວ່າຍັງໃດ໋ ເປັນທາງການຫັ້ນຍັງບໍ່ທັນໄດ້ຮັບ ຖືວ່າຍັງແລ່ນເອກສານຢູ່ເນາະ ການອະນຸຍາດຫັ່ນ ດ້ານເຕັກນິກບໍ່ ຫລືວ່າມາຕຖານຂອງ ຄຸນນະພາບ ຖ່ານ ບໍ່ແນວໃດຫັ້ນ."
ທ່ານກ່າວຕື່ມວ່າໃນໄລຍະຜ່ານທາງ ບໍຣິສັດໄດ້ຂໍອະນຸຍາດ ແຕ່ສຳປະທານທີ່ດິນ ແລະສ້າງໂຮງງານເທົ່ານັ້ນ ແຕ່ຍັງບໍ່ສາມາດເຮັດການຜລິດ ໄດ້ ຈົນກ່ວາທາງການລາວ ຈະມີຄຳສັ່ງໃຫ້ເຮັດເທົ່ານັ້ນ ຍັງບໍ່ຮູ້ຄັກແນ່ວ່າທາງການ ຈະອະນຸຍາດຫລືບໍ່; ອາຈຕ້ອງ ໄດ້ລໍຖ້າຜົນການ ພິຈາຣະນາ ຂອງພາກສ່ວນກ່ຽວຂ້ອງຕໍ່ໄປ.
ມາຮອດປະຈຸບັນ ການສ້າງໂຮງງານດ່ັງກ່າວໄດ້ຢຸດສງັກ ມາເປັນເວລາຫລາຍເດືອນແລ້ວ ແລະບໍຣິເວນໂຮງງານ ກໍບໍ່ມີການເຄື່ອນໄຫວຫຍັງ ສ່ວນນຶ່ງເປັນຍ້ອນຣະດູຝົນ ແລະທາງການ ເມືອງຊຳເໜືອ ຍັງໃຫ້ຄຳຕອບ ບໍຣິສັດຈີນ ບໍ່ໄດ້ວ່າຈະໃຫ້ໂຮງງານ ສຶບຕໍ່ຫລືລະງັບໂຮງງານ ໄປເລີຍ.
ຢ່າງໃດກໍຕາມ ປະຊາຊົນ 40 ຄອບຄົວຢູ່ບ້ານຫ້ວຍຄົງ ແລະ ປະຊາຊົນບ້ານຫລັກຊາວ ອີກ 20 ຄອບຄົວ ຢູ່ເມືອງຊຳເໜືອ ແຂວງຫົວພັນ ທີ່ຖືກຜົລກະທົບ ຈາກໂຮງງານຖ່ານຫີນດັ່ງກ່າວ ໄດ້ຍື່ນໜັງສືຮ້ອງຮຽນ ໄປຫາຂັ້ນເມືອງ ແລະ ຂັ້ນແຂວງເພີ່ມຕື່ມອີກ ເພື່ອໃຫ້ທາງການ ຕິດຕາມ ການຊົດເຊີຍ ຂອງ ບໍຣິສັດດັ່ງກ່າວ ທີ່ໄດ້ຕົກລົງວ່າ ຈະໃຫ້ເງິນຊົດເຊີຍ ແກ່ເນື້ອທີ່ທຳການຜລິດ ຂອງປະຊາຊົນ ທີ່ເສັຍຫາຍ ເຮັກຕ້າລະ 100 ລ້ານກີບ ຍ້ອນຖືກດິນແດງ ຂອງໂຄງການຖົມໃສ່.
ແຕ່ມາຮອດປະຈຸບັນປະຊາຊົນຍັງບໍ່ໄດ້ຮັບຄ່າຊົດເຊີຍເທື່ອ ເມື່ອເຈົ້າໜ້າທີ່ຕິດຕໍ່ໄປຫາ ບໍຣິສັດກໍ່ຍັງບໍ່ໄດ້ຮັບຄຳຕອບໃດໆ.