ລາວຂາດງົປສົ່ງເສີມທຸຣະກິຈ

ທາງການລາວ ຂາດ ງົປມານ ໃນການສົ່ງເສີມ ຄວາມຮູ້ ກ່ຽວກັບ ທຸຣະກິດ ຂນາດກາງ ແລະ ຂນາດນ້ອຍ ເພື່ອຕຣຽມຕົວ ເຂົ້າສູ່ ປະຊາຄົມ ເສຖກິຈ ອາຊຽນ ໃນປີ 2015.

ເຄື່ອງໝາຍ ປະຊາຄົມ ເສຖກິຈ ອາຊ໊ຽນ Asean economic community

 

ເຈົ້າຫນ້າທີ່ການຄ້ານະຄອນຫລວງວຽງຈັນ ທ່ານນື່ງເວົ້າວ່າກະຊວງ ອຸດສາຫະກັມແລະການຄ້າມີແຜນການຈະຊ່ອຍທຸຣະກິດຂນາດກາງ ແລະຂນາດນ້ອຍ ໃນລາວໃຫ້ມີຄວາມພ້ອມໃນການເຂົ້າສູ່ປະຊາຄົມ ເສຖກິດອາຊຽນໃນປີ 2015 ແຕ່ຂາດງົປມານໃນການດໍາເນີນງານ. ດັ່ງທ່ານກ່າວວ່າ:

"ພວກເຮົາກໍມີໂຄງການ ໃນການຊ່ອຍເຫລືອ SME ຄືກັນຜ່ານກົມ ສົ່ງເສີມ sme ນີ້ເອົາຂໍ້ມູນໄປເຜີຍແພ່ຂະເຈົ້າແຕ່ວ່າໂຕນີ້ພວກເຮົາ ຍັງຂາດທືນຮອນຫລາຍ ຕ້ອງໄດ້ໃຫ້ການຊ່ອຍ ເຫລືອຈາກຕ່າງປະ ເທດມາຊ່ອຍຕື່ມອີກ".

ທ່ານເວົ້າຕໍ່ໄປວ່າ ປັດຈຸບັນ ຣັຖບານກໍາລັງປັບປຸງ ກົດຫມາຍຕ່າງໆ ເພື່ອຕຣຽມການເຂົ້າສູ່ ປະຊາຄົມເສຖກິດອາຊຽນ ແລະກໍມີໂຄງການ ຈະສົ່ງເສີມຄວາມຮູ້ດ້ານການຄ້າ ກົດຫມາຍ ແລະຣະບຽບໃນການເຮັດ ທຸຣະກິດຫາກປະຊາຄົມ ເສຖກິດອາຊຽນຮ່ວມກຸ່ມກັນ ແຕ່ຍັງບໍ່ຄ່ອຍເຫັນຄວາມຮ່ວມມືຢ່າງຈີງຈັງ ຣະຫວ່າງພາກຣັຖກັບພາກເອກກະຊົນ ໃນ ລາວ ຫລາຍເທົ່າທີ່ຄວນ.

ທຸຣະກິດຂນາດກາງ ແລະຂນາດນ້ອຍໃນລາວ ມີສັດສ່ວນເຖິງ 90% ຂອງທຸຣະກິດທັງຫມົດ ໃນປະເທດນັກວິຊາການລາວເວົ້າວ່າ ທຸຣະກິດ ຂນາດກາງ ແລະຂນາດນ້ອຍໃນລາວ ຈະເປັນກຸ່ມທີ່ຈະໄດ້ຮັບຜົລກະທົບອັນໃຫຍ່ຫລວງ  ຈາກການຮ່ວມກຸ່ມຂອງປະຊາຄົມເສຖກິດອາຊຽນ ໃນປີ 2015 ຖ້າບໍ່ມີການຕຣຽມພ້ອມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org