ພື້ນທີ່ດິນລາວທີ່ຖືກເຊົ່າ ໄປແລ້ວ
2014.02.07

ຣັຖບານລາວ ໃຫ້ສັມປະທານທີ່ດິນ ເພື່ອປູກຢາງພາຣາ ແລະຕົ້ນ ວິກ ເຖິງ 570,000 ເຮັກ ຕາຣ໌ໃນທົ່ວປະເທດ. ນັ້ນແມ່ນ ໂຕເລກ ຫລ້າສຸດ ທີ່ກະຊວງແຜນການ ແລະ ການລົງທຶນ ຂອງລາວ ໄດ້ ເຜີຍແພ່ ຢ່າງເປັນທາງການ ໂດຍຜ່ານທາງ ໜັງສືພິມຂ່າວສານ ປະເທດລາວ ເມື່ອສອງມື້ ທີ່ຜ່ານມາ.
ໜັງສືພິມຜູ້ຈັດການຂອງໄທ ໄດ້ຣາຍງານໂດຍອີງຕາມການເປີດ ເຜີຍ ຂອງທາງການລາວ ນັ້ນຕື່ມວ່າ ຣັຖບານລາວ ໄດ້ໃຫ້ ສັມ ປະທານທີ່ດິນ ເພື່ອປູກພືດອຸດສາຫະກັມ ການຄ້າ ທັງສອງຢ່າງ ນັ້ນສ່ວນຫຼາຍຄື: 60 ສ່ວນຮ້ອຍຢູ່ພາກເໜືອຂອງລາວ ເປັນຕົ້ນ ຢູ່ແຂວງວຽງຈັນ ອຸດົມໄຊ ແລະ ຫລວງນ້ຳທາ.
ເປັນທີ່ຮູ້ກັນດີແລ້ວວ່າ ຈີນ ເປັນຜູ້ໄດ້ສັມປະທານທີ່ດິນ ຢູ່ພາກ ເໜືອ ຫລາຍກວ່ານັກລົງທຶນອື່ນໆ. ເປັນທີ່ສັງເກດວ່າ ຂ່າວສານ ປະເທດລາວ ຊຶ່ງເປັນ ກະບອກສຽງ ຂອງ ຣັຖບານລາວ ບໍ່ໄດ້ຣາຍ ງານ ເຖິງການ ປູກຢາງພາຣາ ຂອງວຽດນາມ ຢູ່ພາກກາງ ແລະ ພາກໃຕ້ ຂອງລາວເລີຍ. ທັງໆທີ່ໜັງສືພິມ ຜູ້ຈັດການ ຄາດຄະເນວ່າ ວຽດນາມ ປູກຢາງພາຣາ ຢູ່ແຂວງ ເຊກອງ ແລະ ອັດຕະປື ຫລາຍພັນ ເຮັກຕາຣ໌.
ທີ່ດິນ 570,000 ເຮັກຕາຣ໌ ທີ່ຣັຖບານລາວ ໄດ້ໃຫ້ສັມປະທານໄປນັ້ນ ກວ້າງຊ່ຳໃດ? ຖ້າ ຄິດໄລ່ກິໂລແມັດ ຈະກວ້າງເທົ່າກັບ 5,700 ຕາຕະລາງ ກິໂລແມັດ ຫລື ກິໂລແມັດ ມົນທົນ;
ຂ່າວສານປະເທດລາວ ແລະຜູ້ຈັດການ ຣາຍງານອີກວ່າ ຣັຖບານລາວ ລວບລວມພື້ນທີ່ ທີ່ໃຫ້ ສັມປະທານ ເພື່ອປູກຢາງພາຣາ ແລະ ຕົ້ນວິກ ທັງໝົດ ກ່ອນຣັຖບານ ຈະປະກາດໂຈະ ການໃຫ້ ສັມປະທານ ເມື່ອປີກາຍ ແຕ່ຫາກໍເປີດເຜີຍ ໂຕເລກ.
ຕໍ່ບັນຫາທີ່ວ່າເປັນຫຍັງຈຶ່ງໂຈະການໃຫ້ ສັມປະທານ? ຄຳຕອບ ກໍເພາະຣັຖບານເຫັນວ່າ ການໃຫ້ ສັມປະທານນັ້ນ ສົ່ງຜົນກະທົບ ຕໍ່ ປະຊາຊົນ ແລະ ສິ່ງແວດລ້ອມ ແຮງເກີນໄປ.