ທາງການໂຈະສຳປະທານ ປູກຢາງ

ຈໍາປາທອງ
2015.12.25
F-Rubber ສວນປູກ ຢາງພາລາ ທີ່ ຈີນ ດຸດຖິ້ມປ່ຽນເປັນ ສວນກ້ວຍ
RFA/VD

ຣັຖບາລລາວ ສຳຣວດ ກວດກາ ດິນ ທີ່ ໃຫ້ນັກລົງທຶນ ສຳປະທານ ປູກ ຢາງພາລາ ໃນ ທົ່ວປະເທສ ແລະ ເຫັນວ່າ ການໃຊ້ດິນ ນັ້ນ ບໍ່ຄຸ້ມຄ່າ ດັ່ງນັ້ນ ຈຶ່ງໂຈະ ຊົ່ວຄາວ ບໍ່ໃຫ້ ສຳປະທານ ໄປຈົນເຖິງ ປີ 2017 ແລະຍັງຈະ ກວດກາ ຕໍ່ໄປ.

ການກວດກາ ນັ້ນ ໄດ້ເລີ້ມມາ ແຕ່ປີ 2012, ມາເຖິງ ປັດຈຸບັນ ໄດ້ໂຈະ ໄປແລ້ວ 30 ປາຍ ບໍຣິສັດ ຍ້ອນວ່າ ບໍ່ໄດ້ປູກ ຢາງພາລາ ຕາມໂຄງການ ທີ່ ໄດ້ສເນີ ຕົກລົງໄວ້ ດັ່ງ ເຈົ້າໜ້າທີ່ ຜແນກສົ່ງເສີມ ປູກໄມ້ ກະຊວງ ກະສີກັມ ແລະ ປ່າໄມ້ ກ່າວຕໍ່ ເອເຊັຽເສຣີ ໃນ ວັນທີ 24 ທັນວາ 2015 ນີ້ວ່າ:

"ໂຈະ ຊົ່ວຄາວ ຜູ້ໃດທີວ່າ ຣັຖບາລ ໄດ້ ອະນຸມັດ ໄດ້ກວດກາ ຄືນໃໝ່ໝົດ ຫາກ ພາກສ່ວນໃດ ເຮັດໄດ້ດີ ເຮົາກໍໃຫ້ ເຮັດຕໍ່ ຫາກ ພາກສ່ວນໃດ ເຮັດບໍ່ດີ ເຮົາກໍໂຈະ ເລີຍ ໃຫ້ຢຸດເລີຍ ບໍ່ມີເນື້ອທີ່ ອີກ ແລະ ຜູ້ທີ່ສເນີ ຂໍ ສຳປະທານ ໃໝ່ນັ້ນ ແມ່ນບໍ່ໃຫ້ ອີກ ຫຼາຍຢູ່ 30 ກວ່າ ບໍຣິສັດ ເລີ້ມຕັ້ງແຕ່ 2012 ເຮົາກວດໆໆ ນີ້ ຮອດປີ 2015 ຍັງບໍ່ແລ້ວ ເຮົາສິກວດ ຮອດ 2017. ສຳລັບ ທີ່ດິນ ທີ່ຖືກໃຫ້ ໂຈະ ສຳປະທານ ນັ້ນ ຣັຖບາລ ຈະເອົາຄືນ ເພື່ອໃຊ້ປໂຍດ ແນວອື່ນ".

ໃນ ກອງປະຊຸມ ຣັຖບາລ ເມື່ອ ກາງເດືອນ ທັນວາ 2015 ນີ້ ໄດ້ມີການ ຊີ້ນຳໃຫ້ ພາກສ່ວນ ກ່ຽວຂ້ອງ ກັບການໂຈະ ໂຄງການ ລົງທຶນ ແລະ ການ ອະນຸມັດ ໂຄງການ ໃໝ່ ໄປປັບປຸງ ວຽກງານ ຂອງຕົນ. ຫາກ ໂຄງການໃດ ປະຕິບັດ ມີ ປະສິດທິຜົລ ທາງດ້ານ ເສຖກິດ ສູງ ໂດຍມີການ ຢັ້ງຢືນ ຈາກ ທະນາຄານ ແມ່ນ ອະນຸມັດ ໃຫ້ ຕໍ່ໄປໄດ້. ແຕ່ສຳລັບ ໂຄງການ ປູກຕົ້ນວິກ ແລະ ຢາງພາລາ ໃຫ້ ໂຈະ ໄວ້ກ່ອນ ເພາະ ຈະ ໄດ້ມີການ ກວດກາ ຄິດໄລ່ ແລະ ຈັດສັນ ປະເພດດິນ ໃຫ້ ເໝາະສົມ.

ຕາມຂໍ້ມູນ ຂອງ ກະຊວງ ຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ, ຣັຖບາລລາວ ໄດ້ ອະນຸມັດ ໃຫ້ ນັກລົງທຶນ ສໍາປະທານ ສະເພາະ ປູກ ຢາງພາລາ ໃນ ເນື້ອທີ່ 3 ແສນ ເຮັກຕາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.