ເງິນແລະເຄຶ່ອງບໍຣິຈາກ ໄດ້ມາ ຈະໂປ່ງໃສ

ຈໍາປາທອງ
2018.08.24
F-oudong ທ່ານ ອຸດົງ ໄຊຊະນະ ເຈົ້າໜ້າທີ່ ພະນັກງານຣັຖ ຈາກ ຣັດວໍຊິງຕັນ ສະຫະຣັຖ ອາເມຣິກາ
RFA/Oudong

ພາຍຫລັງທີ່ເຂື່ຶອນເຊປຽນ-ເຊນໍ້ານ້ອຍ ແຕກ ນໍ້າຖ້ວມເສັຍຫາຍໜັກມາໄດ້ 21 ມື້ ທາງການ ສປປລາວ ປະກາດວ່າ ຈະນໍາໃຊ້ການ ຊ່ອຍເຫລືອ ເປັນວັດຖຸສິ່ງຂອງ ແລະເງິນບໍຣິຈາກ ເປັນຈໍານວນຫລວງຫລາຍ ຂອງປະຊາຊົນລາວ, ຊາວຕ່າງປະເທສ ແລະ ຣັຖບາລ ຫຼາຍປະເທສ ຮວມທັງ ສະຫະຣັຖອາເມຣິກາ, ໄທ, ອອສເຕຣເລັຍ, ເພື່ອບັນເທົາທຸກຜູ້ປະສົບພັຍນໍ້າຖ້ວມ ຍ້ອນເຂື່ຶອນເຊປຽນ-ເຊນໍ້ານ້ອຍ ແຕກ ນັ້ນ “ໃຫ້ເກີດຜົລປໂຍດສູງສຸດ, ໃຫ້ສົມກັບຄວາມຕັ້ງໃຈ ແລະນ້ຳໃຈຂອງຜູ້ຊ່ວຍເຫຼືອ” ຕາມຄໍາເວົ້າຂອງ ທ່ານ ຄຳແພງ ໄຊສົມແພງ ຣັຖມົນຕຣີກະຊວງແຮງງານ ແລະສະຫວັດດີການສັງຄົມ ໃນມື້ວັນທີ 13 ສິງຫາ 2018 ຊຶ່ງເຖິງປັດຈຸ ບັນ, ເງິນບໍຣິຈາກນັ້ນຍັງບໍ່ທັນໄດ້ ຖືກນຳໃຊ້ເທື່ອ, ຍັງເກັບໄວ້ຢູ່ໃນທະນາຄານ.

ມາເຖິງມື້ວັນທີ 10 ສິງຫາ 2018 ນີ້ ທາງການລາວ ປະກາດວ່າ ຍອດເງິນບໍຣິຈາກຜ່ານກະຊວງແຮງງານ ແລະສະຫວັດດີການສັງຄົມ ເປັນເງິນກີບ 17 ຕື້ປາຍ ກີບ, ເງິນບາດ 27 ລ້ານ 3 ແສນບາດ ແລະ ເງິນໂດລາ 12 ລ້ານປາຍໂດລາ ແລະຍອດບໍຣິຈາກ ຜ່ານແຂວງ ອັດຕະປື ມີ 29, ຕື້ 700 ລ້ານກີບ.

ກ່ຽວກັບວ່າ ເງິນບໍຣິຈາກ ແລະເຄຶ່ອງຊ່ອຍເຫລືອຜູ້ປະສົບພັຍເປັນຈໍານວນຫຼວງຫລາຍນັ້ນ ຈະໄປເຖິງມືປະຊາຊົນ ແລະຖືກນໍາໃຊ້ໃຫ້ເກີດ ຜົລປໂຍດສູງສຸດ, ໃຫ້ສົມກັບຄວາມຕັ້ງໃຈ ແລະນ້ຳໃຈຂອງຜູ້ຊ່ວຍເຫຼືອແທ້ ຫຼືບໍ່ນັ້ນ ຕາມຄໍາເວົ້າຂອງ ທ່ານ ອຸດົງ ໄຊຊະນະ ເຈົ້າໜ້າທີ່ ຣັຖ ວໍຊິງຕັນ ສະຫະຣັຖ ອາເມຣິກາ ແລ້ວແມ່ນວ່າ ເປັນຄວາມຮັບຜິດຊອບ ຂອງຣັຖບາລ ສປປລາວ ຮວມທັງຜົລຮ້າຍຕ່າງໆ ທັງໝົດ ທີ່ເກີດຈາກເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແຕກນັ້ນ.

ທ່ານໃຫ້ວິທຍຸເອເຊັຍເສຣີ ສໍາພາດໃນມື້ວັນ 22 ສິງຫາ 2018 ຊຶ່ງເບື້ອງຕົ້ນ ທ່ານໄດ້ກ່າວວ່າ ໃນການນໍາໃຊ້ເງິນ ແລະເຄຶ່ອງຊ່ອຍເຫລືອ ທີ່ວ່ານັ້ນ ຄວນມີຄນະກັມການກວດກາ ແລະ ນັກຂ່າວຕິດຕາມ:

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.