ກະຊວງໂຍທາທິການ ແລະຂົນສົ່ງ ໄດ້ສເນີໄປຍັງກະຊວງແຜນການ ແລະການລົງທຶນ ແລະ ກະຊວງການເງິນເພື່ອຂໍອະນຸມັດ ແຜນງົບປະມານຈ່າຍຄ່າຊົດເຊີຍ ໃຫ້ກັບຜູ້ທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງທາງຣົດໄຟລາວ-ຈີນ ມູນຄ່າ 465,07 ຕື້ກີບ. ການສເນີຂໍງົບປະມານກ້ອນນີ້ ຍັງບໍ່ທັນມີກຳນົດວ່າຈະໄດ້ຮັບອະນຸມັດເມື່ອໃດ. ໂດຍອີງຕາມການຣາຍງານຂອງ ທ່ານ ຈັດຕຸລາ ພະນະຣາສີ ຫົວໜ້າຄະນະຄຸ້ມຄອງ ໂຄງການກໍ່ສ້າງທາງຣົດໄຟລາວ-ຈີນ, ໃນກອງປະຊຸມການຈັດຕັ້ງປະຕິບັດ ໂຄງການທີ່ຈັດຂຶ້ນຢູ່ ແຂວງຫຼວງພຣະບາງ ເມື່ອວັນທີ 21 ກໍຣະກະດາ ຜ່ານມາ.
ຕໍ່ກັບເຣື່ອງດ່ັງກ່າວ ວິທຍຸເອເຊັຽເສຣີໄດ້ຕິດຕໍ່ຫາເຈົ້າໜ້າທີ່ ໃນຄະນະຄຸ້ມຄອງໂຄງການກໍ່ສ້າງທາງຣົດໄຟລາວ-ຈີນ ປະຈຳສູນກາງ ເພື່ອສອບຖາມຣາຍລະອຽດແຕ່ເຈົ້າໜ້າທີ່ ພາກສ່ວນກ່ຽວຂ້ອງ ຍັງບໍ່ສາມາດໃຫ້ຄຳຕອບໄດ້.
ແຕ່ເຖິງຢ່າງໃດກໍ່ຕາມ ເຈົ້າໜ້າທີ່ໃນຄະນະຄຸ້ມຄອງ ໂຄງການກໍ່ສ້າງທາງຣົດໄຟລາວ-ຈີນ ທາງແຂວງພາກເໜຶືອທ່ານນຶ່ງທີ່ຂໍສງວນ ຊື່ແລະຕຳແໜ່ງກ່າວວ່າ ຍັງບໍ່ທັນຮູ້ຣາຍລະອຽດ ເທື່ອວ່າທາງຂັ້ນເທິງ ໄດ້ມີການສເນີຂໍງົບປະມານ ດັ່ງກ່າວແນວໃດແທ້, ແຕ່ເຊື່ອວ່າ ໜ້າຈະໄດ້ຮັບການສນອງງົບປະມານມໍ່ໆນີ້ ເພີື່ອນຳມາເບີກຈ່າຍໃຫ້ ພາກສ່ວນກ່ຽວຂ້ອງໃນແຂວງ ເພື່ອໄປດຳເນີນການຈ່າຍຄ່າຊົດ ເຊີຍແກ່ຜູ້ໄດ້ຮັບຜົລກະທົບ ທີ່ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ ເພື່ອໃຫ້ສຳເຣັດກ່ອນຈັດພິທີເປີດໃຊ້ ໂຄງການດັ່ງກ່າວ ດັ່ງທ່ານໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 23 ກໍຣະກະດາວ່າ.
"ບໍ່ຮູ້ຄືກັນນ່າ ເຮົາຢູ່ເມືອງເຮົາຄິດວ່າ ບາງເທື່ອທ້າຍເດືອນ 7 ວັນທີ 27-28 ນີ້ ບາງເທື່ອສິມາແລ້ວຍັງຄ້າງຢູ່ງວດນີ້ແຫຼະ ເຮົາກຳລັງ ເຊັນເອກກະສານຣົດໄຟລາວ-ຈີນ ເອກກະສານ ບໍ່ແລ້ວ."
ທາງດ້ານຊາວບ້ານຫຼາຍຄົນ ທີ່ຍັງບໍ່ໄດ້ຮັບເງິນຄ່າຊົດເຊີຍ ຈາກໂຄງການກໍ່ສ້າງທາງຣົດໄຟລາວ-ຈີນ ເທື່ອນັ້ນກໍຍັງລໍຖ້າແລະຫວັງ ວ່າຈະໄດ້ຮັບເງິນຄ່າຊົດເຊີຍໃນໄວໆນີ້.
ພາຍຫຼັງຮູ້ຂ່າວຈາກກະຊວງໂຍທາທິການ ແລະຂົນສົ່ງ ໄດ້ສເນີຂໍງົບປະມານ ຈາກພາກສ່ວນທີ່ກ່ຽວຂ້ອງ ເພື່ອນຳມາຈ່າຍໃຫ້ກັບຜູ້ໄດ້ ຮັບຜົລກະທົບນັ້ນ, ມີຊາວບ້ານໄດ້ກ່າວວ່າ.
"ລໍຖ້າມາດົນເຕີບແລ້ວ ຕັ້ງແຕ່ປີກາຍປະມານ ເດືອນ 10 ເດືອນ 11 ນີ້ນ່າ ຕັ້ງແຕ່ເພິ່ນຈະສ້າງພຸ້ນແຫຼະຈົນຮອດດຽວນີ້ຍັງບໍ່ໄດ້ເທື່ອ ບອກວ່າເພິ່ນຈະໃຫ້ ແຕ່ວ່າເພິ່ນຍັງບໍ່ໄດ້ບໍ່ວ່າ ເດືອນນີ້ເດືອນນັ້ນ ຫັ້ນນ່າ."
ຍານາງ ໄດ້ກ່າວຕື່ມວ່າຄອບຄົວຂອງນາງເອງ ໄດ້ເສັຽດິນຈຳນວນນຶ່ງໃຫ່ແກ່ ໂຄງການສ້າງສະຖານີຣົດໄຟລາວ-ຈີນ ແຫ່ງນຶ່ງໃນເຂດ ນະຄອນຫຼວງວຽງຈັນ ເຊິ່ງທາງຄອບຄົວກໍມີ ຄວາມຫວັງຈະໄດ້ຮັບຄ່າຊົດເຊີຍກ່ອນພິທີເປີດ ນໍາໃຊ້ຣົດໄຟລາວ-ຈີນຢ່າງເປັນທາງການ ໃນທ້າຍປີນີ້ເພື່ອນຳເງິນຊົດເຊີຍ ທີ່ໄດ້ໄປຊອກຊື້ດິນຢູ່ບ່ອນໃໝ່.
ໃນຂນະທີ່ຊາວບ້ານອີກທ່ານນຶ່ງ ໄດ້ກ່າວວ່າພາຍຫຼັງຮູ້ຂ່າວ ຄວາມຄືບໜ້າດັ່ງກ່າວຈາກກະຊວງໂຍທາທິການ ແລະຂົນສົ່ງ ກໍເຮັດໃຫ້ ຕົນເອງມີຄວາມຫວັງວ່າ ຈະໄດ້ຮັບເງິນຄ່າ ຊົດເຊີຍຈາກໂຄງການ ກໍ່ສ້າງທາງຣົດໄຟລາວ-ຈີນ ໃນປີນີ້ ເຊິ່ງໃນເຂດບ້ານຂອງລາວ ເຫຼືອແຕ່ຄອບຄົວຂອງລາວ ພຽງຄອບຄົວດຽວທີ່ຍັງບໍ່ໄດ້ເງິນຄ່າຊົດເຊີຍ.
"ກະດົນເຕີບແລ້ວ ກະໜ້າາຈະໄດ້ ກະວ່າສິຈັດການໃຫ້ແລ້ວປີນີ້ແຫຼະ ກໍຫຼາຍຢູ່ມີແຕ່ຂ້ອຍຜູ້ດຽວ."
ສ່ວນຊາວບ້ານທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຍ ຈາກໂຄງການດັ່ງກ່າວອີກທ່ານນຶ່ງກ່າວວ່າລາວເອງ ໄດ້ເປີດບັນຊີທະນາຄານຕັ່ງແຕ່ດົນແລ້ວ ເພື່ອຖ້າພາກສ່ວນທີ່ກ່ຽວຂ້ອງ ໂອນເງິນຄ່າ ຊົດເຊີຍເຂົ້າບັນຊີ ແຕ່ມາຮອດປັດຈຸບັນກໍຍັງບໍ່ທັນຮູ້ວ່າ ຈະໄດ້ຍາມໃດ ແລະໃນໄລຍະ ຜ່ານມາກໍໄດ້ຍິນຂ່າວຈາກທາງການ ຫຼາຍເທື່ອວ່າຈະຈ່າຍໃຫ້ ແຕ່ເງິນຄ່າຊົດເຊີຍ ກໍຍັງບໍ່ຖືກ ໂອນເຂົ້າບັນຊີຈັກເທື່ອ.
"ບໍ່ທັນໄດ້ເອີ ບໍ່ຍາກດອກເປີດບັນຊີຫັ້ນນ່າ ເພິ່ນວ່າໄດ້ຕ້ອງໄດ້ນຳເພິ່ນ ວ່າບໍ່ໄດ້ກະບໍ່ໄດ້ຫັ້ນແຫຼະ ຄົນວ່າຫຼາຍຄົນແລ້ວ ກະບໍ່ທັນໄດ້ ບ້ານເຮົາກໍບໍ່ແນ່ນອນປານໃດ ໄດ້ຍາມໃດເຮົາ ຕ້ອງ ຮູ້ໄດ້ເດ້."
ຊາວບ້ານຜູ້ໄດ້ຮັບຜົລກະທົບ ຈາກໂຄງການທາງຣົດໄຟລາວ-ຈີນ ທີ່ຂໍສງວນຊື່ແລະສຽງ ກ່າວວ່າຕົນເອງກໍລໍຖ້າເງິນຄ່າຊົດເຊີຍ ດັ່ງກ່າວມາດົນເຕີບແລ້ວ ແລະກໍຍັງບໍ່ມີທ່າທີ່ວ່າຈະໄດ້ ໃນມໍ່ໆນີ້ ເຊິ່ງໃນແຕ່ລະເທື່ອ ທີ່ຖາມໄປຍັງພາກສ່ວນທີ່ກ່ຽວຂ້ອງຂັ້ນບ້ານ ແລະເມືອງ ກໍໄດ້ຮັບຄຳຕອບພຽງແຕ່ວ່າ ໃຫ້ລໍຖ້າແລະອົດທົນໄປກ່ອນ.
ມາຮອດປັດຈຸບັນໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ຈາກເຂດບໍ່ເຕັນຊາຍແດນລາວ-ຈີນ ແຂວງຫຼວງນໍ້າທາ ຫາສະຖານີນະຄອນ ຫຼວງວຽງຈັນເຂດທ່ານາແລ້ງ ມີຄວາມຍາວ 426 ກິໂລແມັດ ມີຄວາມຄືບໜ້າໂດຍຮວມ 92,80% ເຊິ່ງໃນນັ້ນວຽກງານການກໍ່ສ້າງ ສະຖານີຂົນສົ່ງຜູ້ໂດຍສານ ທັງໝົດ 11 ແຫ່ງ ມີຄວາມຄືບໜ້າ 73,96% ແລະ ການຕັ້ງເສົາໄຟຟ້າ ແລະ ວາງສາຍໄຟຟ້າແຮງສູງ ກໍມີຄວາມຄືບໜ້າຫຼາຍ, ອີງຕາມການຣາຍງານຂອງຄະນະຄຸ້ມຄອງ ໂຄງການກໍ່ສ້າງທາງຣົດໄຟລາວ-ຈີນ ໃນວັນທີ 20 ກໍຣະກະດາ 2021.
ຫຼ້າສຸດເມື່ອວັນທີ 20 ກໍຣະກະດາ ຜ່ານມາ ທາງຄະນະເຈົ້າໜ້າທີ່ ທີ່ກ່ຽວຂ້ອງໃນດ້ານບັນຊາການຣົດໄຟລາວ-ຈີນ ກໍໄດ້ເຣີ່ມທົດລອງ ແລ່ນຣົດໄຟ ຢ່າງບໍ່ເປັນທາງການ ຕັ້ງແຕ່ແຂວງ ຫຼວງພຣະບາງ ຫາ ນະຄອນຫຼວງວຽງຈັນ ພ້ອມທັງມີການເຜີຍແຜ່ ຄລິປວີດີໂອ ທົດລອງແລ່ນ ຜ່ານສື່ສັງຄົມອອນລາຍ ແລະ ຈະມີແຜນທົດລອງແລ່ນຣົດໄຟ ຢ່າງເປັນທາງການ ໃນເດືອນສິງຫາ ນີ້.