ຮອງຜູ້ນໍາຮຽກຮ້ອງໃຫ້ ຊົດເຊີຍ ຊາວບ້ານ

ຮອງປະທານ ສູນກາງ ແນວລາວສ້າງຊາດ ຮຽກຮ້ອງ ໃຫ້ຣັຖບານ ຈ່າຍຄ່າຊົດເຊີຍ ໃຫ້ ປະຊາຊົນ ທີ່ຍັງແກ່ຍາວ ຢູ່ໃນເວລານີ້

ໂຄງການ ສ້າງທາງຣົດໄຟ ລາວ-ຈີນ ທີ່ ຕັດຜ່ານທົ່ງນາ ແລະ ບ້ານເຮືອນ ຂອງປະຊາຊົນ RFA/LX

ຮອງປະທານສູນກາງແນວລາວສ້າງຊາດ ຮຽກຮ້ອງໃຫ້ຣັຖບານ ຈ່າຍຄ່າຊົດເຊີຍ ໃຫ້ປະຊາຊົນໃນຫຼາຍທ້ອງຖິ່ນ ທີ່ລໍຖ້າຄ່າຊົດເຊີຍ ຈາກ ໂຄງການພັທນາຕ່າງໆ ເພື່ອຟື້ນຟູຊີວິດ ການເປັນຢູ່ຂອງເຂົາເຈົ້າ. ດັ່ງຊາວບ້ານ ກົກງີ້ວ ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ທີ່ໄດ້ຮັບຜົລກະທົບ ຈາກໂຄງການສ້າງທາງ ຣົດໄຟ ລາວ-ຈີນ ໄດ້ໃຫ້ສຳພາດ ເມື່ອທ້າຍເດືອນ ທັນວາ ປີ 2018 ວ່າ; ເຖິງແມ່ນທາງການ ສັນຍາວ່າຈະຈ່າຍແຕ່ ປະຊາຊົນລໍຖ້າມາສອງປີແລ້ວ ຍັງບໍ່ໄດ້ຮັບເງິນຄ່າຊົດເຊີຍ ຈົນໄດ້ອອກຈາກບ້ານ ມາຫາວຽກເຮັດຢູ່ໄທ.

"ຍັງໄດ້ສອງປີແລ້ວອ້າຍ ເພາະວ່າຕອນແລກໆ ສະພາແຂວງເພີ່ນຂຶ້ນມາປະຊຸມ ຢູ່ບ້ານບອກວ່າ ບໍ່ຕ້ອງນ້ອຍໃຈເດີ້ ຄອບຄົວໃດ ທີ່ຖືກ ຜົລກະທົບທາງຣົດໄຟ ພັກ-ຣັຖ ເພິ່ນສິຈ່າຍຄ່າເສັຍຫາຍໃຫ້ ເຂົາສິຄູນສອງໃຫ້ວ່າຊັ້ນ ປະຊາຊົນກະດີໃຈແຫລະເນາະ ມາເຖິງດຽວນີ້ ມິດຈ່ອຍລ່ອຍ ບໍ່ຮູ້ເລື່ອງຮູ້ລາວເລີຍ ວ່າສິໄດ້ຫລືບໍ່ໄດ້."

ໃນຂນະດຽວກັນ ຮອງປະທານສູນກາງ ແນວລາວສ້າງຊາດ ເນັ້ນຢໍ້າວ່າ ປະຈຸບັນມີຫລາຍໂຄງການ ແກ່ຍາວເວລາການຈ່າຍ ຄ່າຊົດເຊີຍ ເປັນຕົ້ນໂຄງການກໍ່ສ້າງ ເຂື່ອນນໍ້າອູ1 ແລະນໍ້າອູ2 ຢູ່ແຂວງຫຼວງພຣະບາງ, ເຂື່ອນໄຟຟ້ານໍ້າເອົ້າ ຢູ່ເມືອງທ່າໂທມ ແຂວງໄຊສົມບູນ, ໂຄງການພັທນາຫາດຊາຍທຽມ ແມ່ນໍ້າພະນາຍ ແຂວງວຽງຈັນ, ໂຄງການເຂື່ອນໄຟຟ້າອີມູນ ເມືອງດາກຈຶງ ແລະ ອີກຫລາຍໂຄງການ.

ຕໍ່ການຊົດເຊີຍທີ່ຮຽກຮ້ອງໃນນາມຕາງໜ້າ ອົງການຈັດຕັ້ງມະຫາຊົນ ສູນກາງແນວສ້າງຊາດ ຂໍໃຫ້ສະພາແຫ່ງຊາດ ເລັ່ງພິຈາຣະນາ ໃຫ້ ຣັຖບານກະຕຸ້ນ ເຈົ້າຂອງໂຄງການ ທີ່ກ່າວມານັ້ນໃຫ້ແກ້ໄຂຄ່າຊົດເຊີຍ ໃຫ້ປະຊາຊົນ ເພື່ອໃຫ້ເຂົາເຈົ້າມີທືນຮອນ ໃນການພັທນາຊີວິດ ການເປັນຢູ່ໃຫ້ດີຂຶ້ນ.

ສ່ວນອີກບັນຫາ ຮອງປະທານສູນກາງແນວລາວສ້າງຊາດ ຮຽກຮ້ອງໃຫ້ ໃຫ້ນັກທຸຣະກິດ ທັງພາຍໃນ ແລະຕ່າງປະເທດ ທີ່ໄດ້ອະນຸຍາດ ສຳປະທານທີ່ີດິນ ຄວນປະຕິບັດຣະບຽບກົດໝາຍຢ່າງເຂັ້ມງວດ. ຖ້າໄດ້ຮັບອະນຸຍາດ ຫລື ມີເອກສານຖືກຕ້ອງ ຈຶ່ງ ລົງມືປະຕິບັດ ພ້ອມນີ້ ຣັຖທີ່ອອກອະນຸຍາດຕ້ອງຄົ້ນຄວ້າ ໃຫ້ຣະອຽດຕໍ່ບົດວິພາກເສຖກິດ ເພື່ອຫລີກລ້ຽງຄວາມສ່ຽງ ບໍ່ໃຫ້ເກີດຜົນກະທົບຕາມມາ, ດັ່ງບົດຮຽນ ເຂື່ອນ ເຊປຽນ-ເຊນໍ້ານ້ອຍແຕກ.

ອັນສຳຄັນໃນການພິຈາຣະນາ ການລົງທຶນໂຄງການໃດນຶ່ງ ຢູ່ທ້ອງຖິ່ນໃດ ຂໍໃຫ້ປະຊາຊົນທ້ອງຖິ່ນນັ້ນໄດ້ ມີສ່ວນຮ່ວມປຶກສາຫາລື ປະກອບ ຄຳເຫັນ ຕໍ່ໂຄງການດັ່ງກ່າວ ແຕ່ຫົວທີເພື່ອໃຫ້ປະຊາຊົນຮັບຮູ້ເຂົ້າໃຈ ແລະ ມີຄວາມເປັນເອກພາບກັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org