ປະຊາຊົນຮຽກຮ້ອງເປີດ ການສັນຈອນ

ໄຊຍາ
2020.04.30
F-transportation ຣົດສອງແຖວ ຂົນສົ່ງຜູ້ໂດຍສານ ນັກທ່ອງທ່ຽວໄປມາ ເຮັດໃຫ້ເສຖກິດເໜັງຕີງ ປະຊາຊົນອອກທໍາມາຫາກິນ
RFA/Mat

ມາຕການຄວບຄຸມພຍາດໂຄວິດ-19 ຂອງຣັຖບານລາວ ທີ່ໃຊ້ມາເກືອບນຶ່ງເດືອນນັ້ນ ໄດ້ມີຜົລກະທົບຕໍ່ການທຳມາຫາກິນ ຂອງປະຊາຊົນ. ຕໍ່ມາຕການຜ່ອນຜັນຂອງຣັຖບານ ທີ່ຈະເຣີ້ມໃຊ້ໃນວັນທີ 03 ພຶສພາ ປະຊາຊົນກໍໄດ້ຮຽກຮ້ອງມາຍັງທາງການ ເພື່ອໃຫ້ເປີດການສັນຈອນ ທົ່ວປະເທດ ເພື່ອໃຫ້ການຄ້າຂາຍ ກັບຄືນມາຊູ່ສະພາບປົກກະຕິ. ດັ່ງແມ່ຄ້າໄດ້ກ່າວຕໍ່ເອເຊັຽເສຣີໃນວັນທີ 29 ເມສາ ວ່າການເປີດດ່ານໄວ ກໍເປັນເຣື່ອງດີ ເຊິ່ງປັດຈຸບັນຢາກໃຫ້ຣັຖບານ ເປີດການຂົນສົ່ງແລະທຸຣະກິດຕ່າງໆພາຍໃນກ່ອນ.

"ກາຢາກໃຫ້ເປີດພາຍໃນປະເທດກ່ອນ ເພາະວ່າບາງຢ່າງສີນຄ້າມາຈາກຕ່າງແຂວງມັນ ກໍເຂົ້າມາບໍ່ໄດ້ເປັນຜັກ ເນື້ອງົວເນື້ອຫຍັງເພາະວ່າ ນຳສັດເຂົ້າມາຈາກຕ່າງແຂວງ ບໍ່ໄດ້ຕອນນີ້ງົວ ຫລືອີ່ຫຍັງກໍບໍ່ຄ່ອຍ ພໍ ທີ່ຕລາດຫັ້ນນ່າ."

ຕໍ່ກໍຣະນີການຮຽກຮ້ອງ ໃຫ້ເປີດການສັນຈອນນັ້ນ ທ່ານ ພອນປະເສີດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ຣະບາດວິທຍາ ຄະນະ ສະເພາະກິດຄວບຄຸມພຍາດໂຄວິດ-19 ໄດ້ຖແລງເຖີງເງື່ອນໄຂໃນການ ຜ່ອນຜັນວ່າ: ຖ້າກວດບໍ່ພົບເຊື້ອກໍເປັນເງື່ອນໄຂທີ່ີດີ ໃນການຍົກ ເລີກບາງມາຕການ ເພື່ອຫລຸດຜ່ອນ ຜົລກະທົບ ດ້ານຊີວິດການເປັນຢູ່.

"ວັນທີ 03 ນີ້ຖ້າເຮົາບໍ່ພົບເຊື້ອຖືວ່າເປັນເງື່ອນໄຂທີ່ດີ ທີ່ຈະຕ້ອງມີແຜນໃນການຍົກເລີກບາງມາຕການ ເພື່ອຫລຸດຜ່ອນຜົລກະທົບ ທາງດ້ານ ຊີວິດການເປັນຢູ່ ຂອງປະຊາຊົນແລະກາເສຖກິດຫຼາຍໆດ້ານ. ມັນກາຊິມີຄວາມສ່ຽງ ໃນການຕິດເຊື້ອຢ່າງນ້ອຍແຂວງພາກໃຕ້ ກາສາມາດ ຮອງຮັບການກວດວິເຄາະ ໄດ້ຫລາຍສົມຄວນ ເພື່ອຮັບປະກັນວ່າໃນອະນາຄົດ ເຮົາມີການປິດປະເທດ."

ເຖີງແນວໃດກໍ່ຕາມຍັງມີ ປະຊາຊົນຈຳນວນນື່ງ ຢ້ານວ່າຖ້າເປີດການສັນຈອນ ຫຼື ເປີດດ່ານຈະມີຄວາມສ່ຽງ ເພາະວ່າຍັງມີການຣະບາດຢູ່ ປະເທດໃກ້ຄຽງ ດັ່ງຊາວນະຄອນຫຼວງວຽງຈັນໄດ້ກ່າວຕໍ່ ເອເຊັຽເສຣີວ່າ:

"ກາບໍ່ຢາກໃຫ້ສ່ຽງຈົນເກີນໄປເພາະວ່າ ຢູ່ໃນທົ່ວໂລກຕອນນີ້ເຣື່ອງໂຄວິດ ນີ້ປະເທດອື່ນຍັງຄຸມບໍ່ຢູ່ ຄືຢູ່ໄທ ຈັ່ງຊີ້ເປີດດ່ານປຸບເຂົາກໍຈະເຮັດ ຄ້າຂາຍເຮົາກາຢ້ານໂຕນັ້ນ ເຊິ່ງຖ້າວ່າມັນເຣີ້ມຕິດມັນກາຊິເຣີ້ມ ມາຕການລ໋ອກດາວໃໝ່ ແຕ່ວ່າຢາກໃຫ້ມີກິຈການພາບໃນ ແລະ ກາເຮັດ ວຽກທົ່ວໄປ ສ່ວນເຣື່ອງອອກທ່ຽວເຂົ້າ ບໍ່ເຫັນດີເທື່ອ."

ໄລຍະການໃຊ້ມາຕການຄວບຄຸມພຍາດໂຄວິດ-19 ຕາມຕລາດແຫ່ງຕ່າງໆ ມີຄົນໄປຊື້ເຄື່ອງໜ້ອຍລົງ ເຖິງແມ່ນວ່າອາຫານການກິນຍັງ ສນອງໄດ້ແຕ່ລູກຄ້າ ບໍ່ມີຍ້ອນແຕ່ລະຈຸດ ມີການຕັ້ງດ່ານກວດກາ ຈື່ງ ເຮັດໃຫ້ການໄປຕລາດຫຍຸ້ງຍາກ, ສ່ວນແມ່ຄ້າບາງຣາຍຕ້ອງໄດ້ ຂາຍເຄື່ອງຜ່ານທາງໄລຟ ເຟສບຸກ ດັ່ງ ເຊັ່ນແມ່ຄ້າຂາຍຊີ້ນ ຢູ່ຕລາດໜວງດ້ວງ ໄດ້ໄລຟສົດຂາຍຊີ້ນ ຕາມຣາຄາຕລາດຖ້າຢຸູ່ໃກ້ໄປສົ່ງ ຖ້າຢູ່ໄກບໍ່ໄດ້ໄປສົ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.