ຣັຖບານລາວຈະອາສັຍ ດິນ ໃຊ້ໜີ້
2021.03.26
ໜີ້ສິນຕ່າງປະເທດ ທີ່ ຣັຖບານລາວຕິດ ໃນປີ 2020 ຈໍານວນ 12 ຈຸດ 6 ຕື້ໂດລາ ສະຫະຣັຖ ແລະ ມີແນວໂນ້ມ ເພີ່ມຂຶ້ນຕໍ່ເນື່ອງ ຊຶ່ງເປັນບັນຫາໃຫຍ່ຫຼວງ ທີ່ຈະຊໍາຮະໄດ້ໝົດ. ດັ່ງນັ້ນ ເພື່ອຫລຸດຜ່ອນໜີ້ສາທາຣະນະ ນັ້ນລົງ ຣັຖບານລາວ ຈຶ່ງມີແຜນທີ່ຈະໃຫ້ ນັກລົງທຶນທັງພາຍໃນ ແລະຕ່າງປະເທດ ເຊົ່າ-ສັມປະທານທີ່ດິນ ເພື່ອນໍາເອົາເງິນ ທີ່ຈະໄດ້ຮັບນັ້ນ ໄປຊໍາຮະໜີ້ສິນ ທີ່ຕິດຄ້າງ ຕ່າງປະເທດ.
ທ່ານ ສອນໄຊ ສີພັນດອນ ຣັຖມົນຕຣີກະຊວງແຜນການ ແລະ ການລົງທຶນ ກ່າວຕໍ່ກອງປະຊຸມ ສະພາແຫ່ງຊາດຊຸດທີ 9 ໃນມື້ວັນ ທີ 24 ມິນາ ນີ້ວ່າ:
“ສືບຕໍ່ຄົ້ນຄວ້າ ແກ້ໄຂໜີ້ສິນ ໃຫ້ເຈົ້າໜີ້ຣາຍໃຫຍ່ ດ້ວຍການຫັນໜີ້ເປັນທຶນ ດ້ວຍຮູບການສັມປະທານ ດິນກະສິກັມເພື່ອຜລິດເປັນ ສິນຄ້າໂຄງການ ລົງທຶນຮ່ວມກັັບຣັຖ PPP ຫລືວ່າໂຄງການ ສັມປະທານ ເພື່ອຫລຸດຜ່ອນການເອື່ອຍອີງ ໃຊ້ແຕ່ທຶນຂອງຣັຖ ເທົ່ານັ້ນ ຊຶ່ງຜ່ານມາກໍໄດ້ ປະຕິບັດ ຫຼາຍໂຄງການໂດຍສະເພາະ ແມ່ນເສັ້ນທາງດ່ວນຕ່າງໆ.”
ແຜນການທີ່ຈະຫັນໜີ້ເປັນທຶນ ໄດ້ເລີ່ມທົດລອງ ປະຕິບັດມາແລ້ວ ໃນບາງໂຄງການລົງທຶນ ເປັນຕົ້ນ ໂຄງການທາງດ່ວນ ລາວ-ຈີນ ກໍປ່ອຍໃຫ້ ບໍຣິສັດຈີນ ເຊົ່າ-ສັມປະທານດິນ ແຄມທາງຕລອດທາງ ເບື້ອງລະ 50 ແມັດ, ແລະໂຄງການທາງຣົດໄຟ ລາວ-ຈີນ ກໍໃຫ້ຈີນເຊົ່າ-ສັມປະທານດິນ ແຄມທາງ ແລະ ພື້ນທີ່ພາຍໃນສະຖານີຣົດໄຟ ຕາມອາຍຸທີ່ໄດ້ ສັມປະທານ ໃນຂນະທີ່ປະຊາຊົນລາວ ທີ່ອາສັຍຢູ່ໃກ້ໂຄງການນັ້ນ ໄດ້ຮັບຜົລກະທົບ ຢ່າງໜັກໜ່ວງ ແຕ່ ຣັຖບານລາວ ກໍບໍ່ໄດ້ຊ່ອຍເຫລືອ ພວກເຂົາເຈົ້າ ເທົ່າທີ່ຄວນ.
ຈາກນະໂຍບາຍ ທີ່ຣັຖບານລາວ ໄດ້ອະນຸຍາດໃຫ້ນັກລົງທຶນ ທັງພາຍໃນ ແລະຕ່າງປະເທດ ເຊົ່າ-ສັມປະທານ ສ້າງກິຈການຫຼາຍ ຢ່າງເປັນຕົ້ນ ເຂື່ອນໄຟຟ້າ, ການຂຸດຄົ້ນແຮ່ທາດ, ການປູກກ້ວຍ, ທາງດ່ວນ ແລະທາງຣົດໄຟ ຊຶ່ງໂຄງການທັງໝົດ ໄດ້ສ້າງຜົລ ກະທົບ ຕໍ່ສິ່ງແວດລ້ອມ ແລະປະຊາຊົນຫຼາຍ.
ຕໍ່ນະໂຍບາຍດັ່ງກ່າວ ທ່ານ ສີຄໍາ ບຸນມີໄຊ ສະມາຊິກສະພາແຫ່ງຊາດ ແຂວງຫົວພັນ ໄດ້ຖາມ ທ່ານ ສອນໄຊ ສີພັນດອນ ຢູ່ກອງ ປະຊຸມສະພາແຫ່ງຊາດ ທີ່ຫາກໍຜ່ານມານີ້ວ່າ ທຸກໂຄງການ ທີ່ຣັຖບານລາວ ຂັ້ນສູນກາງເປັນຜູ້ອະນຸຍາດ ໃຫ້ລົງທຶນ ລ້ວນແລ້ວແຕ່ ສ້າງຜົລກະທົບ ຕໍ່ປະຊາຊົນ ຢ່າງໜັກໜ່ວງ, ບໍ່ເຄີຍຂໍຄໍາຄິດເຫັນ ຈາກປະຊາຊົນ ໃນພື້ນທີ່ ເຊັ່ນ ການຂຸດຄົ້ນແຮ່ທາດ ໃນແຂວງ ຫົວພັນ ດັ່ງທີ່ທ່ານກ່າວຕອນນຶ່ງວ່າ:
“ເພາະວ່າໄລຍະຜ່ານມານີ້ ກ່ຽວກັບການລົງທຶນ ທີ່ແມ່ນຄວາມຮັບຜິດຊອບ ຂອງຂັ້ນສູກາງຕົວຢ່າງວ່າ ການຂຸດຄົ້ນແຮ່ທາດຈັ່ງຊີ້ ຕົວຈິງແລ້ວແມ່ນ ຜ່ານມາ ແມ່ນຖືວ່າ ການລົງທຶນ ຫັ້ນແບບວ່າ ທີ່ວ່າບໍ່ໄດ້ເອົາຄວາມເຫັນ ປະຊາຊົນ ມີແຕ່ວ່າເບື້ອງຣັຖ ໄທເຮົາ ເຫັນດີວ່າໄປຂຸດຄົ້ນ ກະໄປຂຸດຄົ້ນ. ຈັ່ງຊັ້ນໃນໄລຍະຜ່ານມານີ້ ມີຜົລກະທົບຫລາຍ ຄືແຂວງຫົວພັນ ພວກເຮົາລະແມ່ນກ່ຽວກັບ ການຂຸດຄົ້ນແຮ່ທາດນີ້ ຖືວ່າປະຊາຊົນ ມີຜົລເສັຽຫາຍໜັກໜ່ວງ.”
ເມື່ອຕົ້ນປີ 2021 ນີ້ ແຂວງຫົວພັນ ໃຫ້ບໍຣິສັດ DLV Mining ຈໍາກັດຂອງເອກຊົນລາວ ສໍາຣວດແລະສຶກສາ ຄວາມເປັນໄປໄດ້ ໃນການຂຸດຄົ້ນ ຫິນອຸດສາຫະກັມ Marble ຢູ່ເຂດ ບ້ານຄໍ້, ບ້ານຖິ່ນ ແລະບ້ານຊໍາໃຕ້ ເມືອງຊໍາໃຕ້ ໃນເນື້ອທີ່ເກືອບ 800 ເຮັກຕາ ໃນຂນະທີ່ຊາວບ້ານ ສ່ວນໃຫຍ່ກໍຍັງບໍ່ເຫັນດີ ໃນໂຄງການ ດັ່ງກ່າວ.
ຊາວບ້ານຜູ້ນຶ່ງ ຢູ່ເມືອງ ຊໍາເໜືອ ທີ່ໄດ້ຮັບຜົລກະທົບ ຈາກໂຄງການຂຸດຄົ້ນແຮ່ທາດ ຂອງບໍຣິສັດຈີນ ເວົ້າຕໍ່ RFA ໃນມື້ວັນທີ 26 ມິນາ ນີ້ວ່າ ເມື່ອປີ 2012 ມີບໍຣິສັດຈີນເຂົ້າມາ ສໍາຣວດ ແລະສຶກສາຄວາມເປັນໄປໄດ້ ຂອງໂຄງການຂຸດຄົ້ນແຮ່ທາດ ໃນເນື້ອທີ່ ປະມານ 400 ເຮັກຕາ. ໃນນັ້ນໄດ້ກວມເອົາດິນໄຮ່ ດິນສວນ ຂອງຊາວບ້ານ 80 ຄອບຄົວ ໂດຍທີ່ ຊາວບ້ານ ບໍ່ຮູ້ເຣື່ອງກ່ຽວກັບ ໂຄງການດັ່ງກ່າວ ແລະ ບໍ່ມີການຂໍຄໍາເຫັນ ຈາກຊາວບ້ານໃນພື້ນທີ່ກ່ອນ:
“ຕອນເພິ່ນລົງມາສໍາຣວດ ກວດການັ້ນກະບໍ່ຮູ້ຣາຍລະອຽດ. ແຕ່ວ່າຕອນລົງມາປະເມີນ ແລ້ວກະກວດກາຜົລກະທົບ ແຕ່ລະຄອບຄົວ ແຕ່ລະໄຮ່ນາ ຂໍ້ມູລຂອງປະຊາຊົນ ແຕ່ລະ ຄອບຄົວ. ແຕ່ເພິ່ນເຮັດແນວໃດ ກະຍັງບໍ່ທັນຮູ້ນໍາເຂົາ.”
ຊາວບ້ານອີກຜູ້ນຶ່ງ ຢູ່ເມືອງຫົງສາ ແຂວງໄຊຍະບູຣີ ທີ່ໄດ້ຮັບຜົລກະທົບ ຈາກໂຮງໄຟຟ້າ ຖ່ານຫິນຫົງສາລິກໄນ ຂອງບໍຣິສັດ ໄທຍ ກໍກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ ເມື່ອປີ 2008-2009 ບໍຣິສັດ ທີ່ຈະເຂົ້າມາກໍ່ສ້າງໂຮງໄຟຟ້າ ຊຶ່ງຖືເປັນໂຄງການ ຂນາດໃຫຍ່ ທີ່ມີຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ ຢ່າງໜັກໜ່ວງນັ້ນ ທາງບໍຣິສັດຜູ້ລົງທຶນ ໄດ້ມາ ໂອ້ລົມ ກັບຊາວບ້ານ ພຽງແຕ່ວ່າ ຈະສ້າງໂຮງໄຟຟ້າຂຶ້ນ ເວົ້າແບບລວມໆ. ຫາກຄອບຄົວໃດ ຖືກຜົລກະທົບ ກໍຈະໄດ້ຮັບເງິນຊົດເຊີຍ, ແຕ່ບໍ່ໄດ້ມາຖາມຄໍາຄິດເຫັນ ຈາກ ປະຊາຊົນ ໃນພື້ນທີ່ວ່າ ເຫັນດີນໍາໂຄງການນີ້ ຫລືບໍ່ ດັ່ງທີ່ທ່ານເວົ້າວ່າ:
“ມີແຕ່ວ່າກອງປະຊຸມ ເຂົາມາເປີດຢູ່ຕາມບ້ານ ແບບວ່າມາເວົ້າ ມາອະທິບາຍແບບທັສນະ ການກໍ່ສ້າງໄປແນວນັ້ນອະທິບາຍໄປແບບ ລວມຫັ້ນນ່າ ບໍ່ໄດ້ເຈາະຈົງວ່າ ເຫັນດີແບບນັ້ນ ແບບນີ້ ມັນບໍ່ມີມະຕິແບບນັ້ນ.”
ເຈົ້າໜ້າທີ່ດ້ານສິ່ງແວດລ້ອມ ແລະສັງຄົມ ກະຊວງຊັພຍາກອນທັມຊາດ ແລະ ສິ່ງແວດລ້ອມ ທ່ານນຶ່ງກ່າວຕໍ່ RFA ໃນມື້ວັນທີ 26 ມິນາ ນີ້ວ່າ ທຸກໂຄງການລົງທຶນ ຂອງຣັຖບານລາວ ແລະ ຕ່າງປະເທດ ມີຣະບຽບການກໍານົດໄວ້ ຈະແຈ້ງວ່າຕ້ອງສໍາຣວດ ແລະ ສຶກສາຄວາມເປັນໄປໄດ້ ຊຶ່ງໃນຣາຍລະອຽດ ກໍຈະມີການປະກອບ ຄໍາຄິດຄໍາເຫັນຈາກ 3 ຝ່າຍ ຄື ບໍຣິສັດ ຜູ້ລົງທຶນ, ຣັຖບານລາວ ແລະປະຊາຊົນ ໃນພື້ນທີ່. ແຕ່ກົລໄກດັ່ງກ່າວ ບໍ່ໄດ້ເຮັດຢ່າງມີປະສິດທິພາບ ແລະ ປະສິດທິຜົລ ຍ້ອນເຈົ້າໜ້າທີ່ຣັຖ ແລະ ພາກສ່ວນ ກ່ຽວຂ້ອງປ່ອຍປະບໍ່ມີ ການກວດກາ ກ່ອນຈະອະນຸມັດໂຄງການ ຈຶ່ງກາຍເປັນບັນຫາ ຕາມມາ:
“ມັນຈະມີກົລໄກຢູ່ເນາະ ແຕ່ວ່າເປັນກົລໄກ ທີ່ສາມາດໝັ້ນໃຈໄດ້ແທ້ບໍ໋ ວ່າມັນໄດ້ຜົລ ແລ້ວກະສຽງຂອງຜູ້ທີ່ຂະເຈົ້າໄດ້ຮັບຜົລກະທົບ ຫັ້ນມັນຖືກໄປພິຈາຣະນາຈັ່ງຊີ້ຫັ້ນນ່າ. ມັນກະເລີຍເປັນບັນຫາ ຕົວນີ້ຂຶ້ນມາ ທາງສະມາຊິກສະພາ ກະເລີຍອາດຮູ້ວ່າມັນມີບັນຫາ ຕົວນີ້.”
ໄລຍະຜ່ານມາ ຣັຖບານລາວ ໄດ້ເຮັດທຸກວິທີທາງ ໃນການຫລຸດຜ່ອນໜີ້ ສາທະຣະນະ ທີ່ເພີ່ມພູນຂຶ້ນນັບມື້ ເປັນຕົ້ນກວດກາ ໂຄງການເຊົ່າ-ສັມປະທານດິນ ທີ່ບໍ່ມີປະສິດທິພາບ, ຍົກເລີກໂຄງການລົງທຶນທີ່ບໍ່ຈໍາເປັນ, ປ່ຽນຮູບແບບການເກັບ ຣາຍຮັບ-ຣາຍຈ່າຍ ຈາກເງິນສົດເປັນຣະບົບ ອອນລາຍທັນສມັຍ ເພື່ອປ້ອງກັນເງິນຮົ່ວໄຫລ. ແຕ່ມາຕການທັງໝົດນັ້ນ ຍັງບໍ່ໄດ້ຜົລ ແລະຈໍານວນໜີ້ສິນ ກໍຍັງບໍ່ຫລຸດລົງຈາກເດີມ.
ເວົ້າສະເພາະ ໜີ້ສິນ ທີ່ຣັຖບານລາວ ຕິດຕ່າງປະເທດ 12 ຈຸດ 6 ຕື້ໂດລາ ສະຫະຣັຖ ແມ່ນຈີນ ເປັນເຈົ້າໜີ້ຣາຍໃຫຍ່ກວ່າໝູ່. ນອກນັ້ນກໍມີປະເທດໄທຍ ວຽດນາມ ຮວມເຖິງ ທະນາຄານຄານໂລກ ທະນາຄານພັທນາເອເຊັຽ ທີ່ຣັຖບານລາວ ກູ້ຢືມເງິນມາລົງທຶນ ໃນໂຄງການພັທນາຕ່າງໆ ເປັນຕົ້ນໂຄງການທາງຣົດໄຟ ລາວ-ຈີນ, ໂຄງການສ້າງທາງ ແລະໂຄງການເຂື່ອນໄຟຟ້າ.