ນາຍົກສັ່ງຫ້າມເຣື້ອງຂີ້ເຫຍື້ອ ໄຟຟ້າ
2016.06.23
ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຼີ ສປປລາວ ສັ່ງໂຈະໂຮງງານ ຂີ້ເຫຍື້ອ ເອເລັກໂທຣນິກ ທີ່ ເປັນເຈົ້າຂອງ ໂດຍ ບໍຣິສັດ Hokeng Metal Processing ຂອງຈີນ ຢູ່ນິຄົມ ອຸດສະຫະກັມ ເຂດ ເສຖກິດ ພິເສດ ໂນນທອງ ເມືອງ ໄຊທານີ ນະຄອນຫຼວງ ວຽງຈັນ ຍ້ອນສົ່ງ ຜົນກະທົບ ຕໍ່ ສິ່ງແວດລ້ອມ. ອີງຕາມ ຂໍ້ມູນ ຈາກຫ້ອງວ່າການ ສຳນັກງານ ນາຍົກ ຣັຖມົນຕຼີ.
ຫົວໜ້າຫ້ອງວ່າການ ສຳນັກງານ ນາຍົກຣັຖມົນຕຼີ, ທ່ານ ເພັດ ພົມພິພັກ ໄດ້ອອກແຈ້ງການ ໃນວັນທີ 14 ມິຖຸນາ ໄປຍັງບັນດາ ກະຊວງ ທີ່ກ່ຽວຂ້ອງ ເພື່ອໃຫ້ ຮັບຮູ້ ກ່ຽວກັບ ການສັ່ງໂຈະ ໂຮງງານ ດັ່ງກ່າວ ໃຫ້ຢຸດເຊົາ ການຜລິດ ເປັນການຊົ່ວຄາວ.
ຣັຖບານລາວ ໄດ້ມອບໝາຍ ກະຊວງ ອຸດສາຫະກັມ ແລະ ການຄ້າ, ກະຊວງ ຊັພຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບ ກັບ ພາກສ່ວນ ທີ່ກ່ຽວຂ້ອງ ແລະ ຄນະ ສະເພາະກິຈ ລົງໄປກວດກາ ມາຕຖານ ແລະ ສານພິດ ທີ່ ເປັນອັນຕະລາຍ ໃນ ໂຮງງານນັ້ນ, ແລະ ໃຫ້ໂຮງງານ ດຳເນີນການ ປັບປຸງ ໃຫ້ໄດ້ມາຕຖານ ແລະ ປະເມີນ ຜົນກະທົບ ຕໍ່ ສິງແວດລ້ອມ ແລະ ສັງຄົມ.
ແຈ້ງງການ ຍັງໄດ້ ກຳນົດ ອີກວ່າ: ຫ້າມບໍ່ໃຫ້ ນຳເຂົ້າ ໝໍ້ໄຟເກົ່າ ແລະ ຊິ້ນສ່ວນ ເສດເຫລືອ ຂອງເຄື່ອງ ເອເລັກໂທຼນິກ ເພາະວ່າ ມັນສົ່ງ ຜົນກະທົບ ຕໍ່ປະຊາຊົນ ແລະ ສິ່ງແວດລ້ອມ, ໃຫ້ເກັບມ້ຽນ ສິງເສດເຫລືອ ເອເລັກໂທຼນິກ ທີ່ ບັນຈຸຢູ່ໃນ 48 ຕູ້ ຄອນເທັນເນີ ໃນບ່ອນທີ່ ເໝາະສົມ ແລະ ບໍ່ໃຫ້ ນຳມາໃຊ້, ຜລິດ ຫລື ປຸງແຕ່ງ ອັນໃດອີກ.
ນອກຈາກນີ້ ຍັງມີ ການກວດສອບ ໂຮງງານ ທີ່ດໍາເນີນ ທຸຣະກິຈ ແບບນີ້ ໃນ ທົ່ວປະເທດ, ຢູ່ເຂດ ເສຖກິຈ ພິເສດ ແລະ ເຂດເສຖກິຈ ສະເພາະ ຢູ່ແຂວງ ອື່ນໆອີກ, ຣັຖບານ ຈະບໍ່ ອະນຸຍາດ ໃຫ້ສ້າງຕັ້ງ ໂຮງງານ ປະເພດ ດັ່ງກ່າວ ເພີ້ມອີກ ໃນລາວ.
ກ່ຽວກັບບັນຫາດັ່ງກ່າວ ເອເຊັຽເສຣີ ກໍໄດ້ຂໍ ສຳພາດ ທ່ານ ຄຳປະດິດ ຄຳມູນເຮືອງ ຫົວໜ້າ ກົມ ສິ່ງແວດລ້ອມ, ກະຊວງ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ໃນວັນທີ 22 ມິຖຸນາ ເພື່ອຂໍຂໍ້ມູນ ເພີ້ມເຕີມ, ແຕ່ທ່ານ ປະຕິເສດ ທີ່ຈະຕອບ ຄຳຖາມ.
ເຈົ້າໜ້າທີ່ທ່ານນຶ່ງ ຜູ້ທີ່ເຮັດວຽກ ປະສານງານ ກັບ ບໍຣິສັດ ໃຫ້ເຫດຜົນວ່າ ສາເຫດ ທີ່ ຣັຖບານ ສັ່ງໂຈະ ກໍຍ້ອນວ່າ ໂຮງງານ ບໍ່ມີ ລະບົບ ບຳບັດນ້ຳເສັຽ ທີ່ໄດ້ມາຕຖານ ຈື່ງ ສົ່ງຜົນກະທົບ ຕໍ່ ສິ່ງແວດລ້ອມ ແລະ ປະຊາຊົນ ທ້ອງຖີ່ນ. ກ່ອນໜ້ານີ້ ໃນວັນທີ 20 ພຶສພາ ທີ່ຜ່ານມາ ຄນະສະເພາະກິຈ ໂດຍ ມີຕົວແທນ ຈາກ ຂະແໜງການ ທີ່ກ່ຽວຂ້ອງ ໄດ້ລົງໄປ ກວດກາ ໂຮງງານ, ເຫດການ ດັ່ງກ່າວ ກໍມີ ການປະຊຸມ ປຶກສາຫາລືກັນ ຢູ່ຫ້ອງການ ສຳນັກງານ ນາຍົກ ຣັຖມົນຕຼີ.