ຣັຖບານລາວມີແຜນປູກປ່າ ເພື່ອຟື້ນຟູປ່າໄມ້ທົ່ວປະເທດ ໃຫ້ໄດ້ 37,000 ເຮັກຕ້າ ໂດຍສະເພາະໃນເຂດປ່າສງວນແຫ່ງຊາດ ທັງ 24 ແຫ່ງ ເລີ່ມແຕ່ປີ 2016 ຫາ 2020 ແຕ່ຍັງຂາດງົບປະມານ ປີນຶ່ງແຂວງນຶ່ງ ໄດ້ຮັບງົບປະມານພຽງ 25 ລ້ານກີບ ເພື່ອປູກປ່າ ຊຶ່ງບໍ່ພຽງພໍ. ດັ່ງ ເຈົ້າໜ້າທີ່ກົມປ່າໄມ້ ກະຊວງກະສິກັມປ່າໄມ້ ກ່າວຕໍ່ວິທຍຸເອເຊັຍເສຣິ ໃນວັນທີ 16 ເມສາ ນີ້ວ່າ:
"ບໍ່ມີບັນຫາເລື່ອງຟື້ນຟູປ່າໄມ້ ມັນມີບັນຫາເລື່ອງການປູກມັນຕ້ອງໃຊ້ທຶນຫຼາຍ ຟື້ນຟູເຮົາກໍ່ຍັງບໍ່ໄດ້ພິລຶກພິລໍ້າດອກ ພຽງແຕ່ຮັກສາກວດກາ ລາດຕາເວັນເນາະ ແຕ່ມັນມີບັນຫາບ່ອນປູກຫັ້ນແຫລະ ຢູ່ໃນເຂດປ່າຜລິດແທ້ໆ ບໍ່ຈຳເປັນຫລາຍປານໃດດອກ."
ທ່ານກ່າວຕື່ມວ່າ ສຳລັບການປູກປ່າ ຈະຕ້ອງປູກໄມ້ທີ່ທາງການລາວໄດ້ ຈັດຕຽມໄວ້ຕາມຄວາມເໝາະສົມຂອງພື້ນທີ່ ໃນແຕ່ລະທ້ອງຖິ່ນ ໃຫ້ປູກໃນພື້ນທີ່ວ່າງ ຫລືຣັຖບານຈັດສັນໄວ້ໃຫ້ເຊັ່ນເຂດປ່າສງວນ. ປ່່າໂຄກ ເພື່ອເພີ່ມຄວາມປົກຫຸ້ມປ່າໄມ້ໃຫ້ 70% ຕາມທີ່ກຳນົດໄວ້ ໃນຍຸທສາດ. ປັດຈຸບັນ ທາງການລາວສາມາດ ປູກປ່າໃນທົ່ວປະເທດ ຍັງບໍ່ເຖິງ 5 ພັນເຮັກຕ້າ.
ປັດຈຸບັນທົ່ວປະເທດ ມີເນື້ອທີ່ປ່າໄມ້ເຫຼືອພຽງ 40% ເທົ່ານັ້ນ. ອີກສາເຫດນຶ່ງທີ່ເຮັດໃຫ້ການປູກປ່າລ່າຊ້າ ແລະບໍ່ໄດ້ຕາມເປົ້າໝາຍ ແມ່ນ ການຂາດແຮງງານ. ດັ່ງເຈົ້າໜ້າທີ່ຜແນກກະສິກັມປ່າໄມ້ ແຂວງເຊກອງ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:
"ສະເພາະຣັຖແທ້ໆ ມັນກໍ່ບໍ່ຫລາຍດອກ ຍັງໄດ້ໜ້ອຍຢູ່ ເພາະວ່າງົບປະມານນັ້ນມັນບໍ່ມີ ສະເພາະປູກໄມ້ຄັນວ່າຂື້ນແຜນ ກະຫຼາຍຢູ່ ຖືວ່າ ສູນກາງເພີ່ນຂຶ້ນມາໃຫ້ ກະໜ້ອຍດຽວນຶ່ງນ່າ ບໍ່ຫລາຍດອກ ມັນກະຊໍ່າ 20 ຫາ 30 ລ້ານກີບ ຂຶ້ນກັບເງິນກອງທຶນ ພັທນາເພິ່ນ."
ທີ່ຜ່ານມາປ່າໄມ້ແຂວງເຊກອງ ຖືກທຳລາຍເກືອບໝົດ ສ່ວນນຶ່ງກໍຍ້ອນຣັຖບານ ອະນຸຍາດໃຫ້ກຸ່ມນາຍທຶນ ທັງພາຍໃນ ແລະຕ່າງປະເທດ ເຂົ້າມາສັມປະທານທີ່ດິນ ເພື່ອປູກຕົ້ນໄມ້ ເສຖກິດແລະຕັ້ງໂຮງຈັກໂຮງງານ ສ້າງເຂື່ອນໄຟຟ້າ ແລະຂຸດຄົ້ນບໍ່ແຮ່.