ຣັຖຈະຍົກເລີກ 201 ໂຄງການ ທີ່ບໍ່ພັທນາ
2019.02.25
ຣັຖບານລາວ ມີແຜນການ ຈະຍົກເລີກ ການສັມປະທານ ທີ່ດິນ ແລະ ໂຄງການຕ່າງໆ 200 ປາຍ ໂຄງການ ໃນໄລຍະ 3 ປີຂ້າງຫນ້າ ຖ້າບໍ່ມີ ການພັທນາ ດັ່ງເຈົ້າຫນ້າທີ່ ກະຊວງຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 25 ກຸມພານີ້ວ່າ:
“ດິນເນາະ ມີການສັມປະທານ ແຕ່ວ່າ ບໍ່ໄດ້ມີການເຮັດກິຈກຳຫຍັງ, ຊື່ງເຮັດໃຫ້ດິນຕອນນັ້ນ ມັນບໍ່ໄດ້ສ້າງມູນຄ່າ ໃຫ້ມັນວ່າງໄວ້ຊື່ໆເນາະ ເພາະສະນັ້ນ ຣັຖກໍຍາກຮຽກກັບຄືນ ເຈົ້າວ່າ ຈະພັທນາໂຕນີ້ໂຕນີ້ ແຕ່ເຈົ້າ ບໍ່ມີການເຄື່ອນໄຫວຕໍ່ດິນນີ້ ສະນັ້ນ ຄັນກາຍ 3 ປີ ກັບມານີ້ ກໍຈະມີການເອົາດິນຕົວນີ້ ກັບຄືນ.”
ທ່ານກ່າວຕື່ມວ່າ ໃນກອງປະຊຸມ ຣັຖບານ ປະຈຳເດືອນ ກຸມພາ ປີນີ້ ໄດ້ມີການພິຈາຣະນາ ກ່ຽວກັບ ຜົລການກວດກາ ການສັມປະທານ ທີ່ດິນ ແລະ ໂຄງການຕ່າງໆ ທົ່ວປະເທດ ແຕ່ປີ 2015 ຫາປີ 2019 ພົບວ່າ ຍັງມີ 201 ໂຄງການ ທີ່ຍັງບໍ່ມີການ ພັທນາ ຫຍັງເລີຍ, ຊຶ່ງໃນ ປັດຈຸບັນ ທາງການ ຍັງບໍ່ທັນຍົກເລີກໂຄງການໃດໆເທື່ອ ຈະໃຫ້ເວລາອີກ 3 ປີ ແຕ່ຖ້າບໍ່ພັທນາ ຈະຖືກຍົກເລີກ ປາສຈາກ ຄ່າຊົດເຊີຍໃດໆ, ຊຶ່ງໂຄງການດັ່ງກ່າວ ບາງໂຄງການ ຈະຢູ່ໃນເຂດຊົນນະບົດ ໃນນັ້ນ ຮ່ວມດ້ວຍ ການສ້າງໂຄງຮ່າງພື້ນຖານ ຖນົນຫົນທາງ:
"ສ່ວນຫຼາຍ ມັນກໍບໍ່ໄດ້ຢູ່ໃນເມືອງເນາະ ສ່ວນຫຼາຍ ມັນກໍຢູໃນເຂດຊົນນະບົດ ສ່ວນຫຼາຍ ກໍຢູ່ພາກເໜືອພຸ້ນ ຄືບໍຣິສັດເຮັດທາງ ຢູ່ຫລາຍໆ ບໍຣິສັດ ກໍຍັງແລ້ວ ເຮັດໄປແລ້ວ ກໍວາງໄວ້ ບໍ່ມາເຮັດເລີຍ ຢູ່ບໍ່ແກ້ວ ອຸດົມໄຊ ຜົ້ງສາລີພວກນີ້ນະ.”
ທ່ານກ່າວວ່າ ການກວດກາ ໂຄງການຕ່າງໆ ໃນໄລຍະ 3 ປີຂ້າງຫນ້ານີ້ ທາງການລາວ ໄດ້ແຕ່ງຕັ້ງ ເຈົ້າໜ້າທີ່ ຈາກຫຼາຍພາກສ່ວນ ເປັນຜູ້ ຮັບຜິດຊອບໃນ ການກວດກາ ເປັນຕົ້ນ ຜແນກຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ, ຜແນກອຸສາຫະກຳແລະການຄ້າ, ຜແນກ ກະສິກຳ ແລະ ປ່າໄມ້ ຮ່ວມດ້ວຍ ຊຸມຊົນ ແລະ ຂັ້ນສູນກາງ ວ່າຈະມີໂຄງການໃດແດ່ ຈະຖືກຍົກເລີກຢ່າງແທ້ຈິງ.