ຣັຖບານລາວເປັນໜີ້ ເອກຊົນ

ຈຳປາທອງ
2017.06.26
f-road ໂຄງການກໍ່ສ້າງ ຂຍາຍເສັ້ນທາງ ໃນນະຄອນຫຼວງວຽງຈັນ
RFA/LX

ຣັຖບານສປປລາວ ຕິດໜີ້ ບໍຣິສັດກໍ່ສ້າງເອກຊົນຫຼາຍເຖິງ 13 ພັນຕື້ກີບ ຫລືປະມານ 1.58 ຕື້ໂດລາ ສະຫະຣັຖ. ໃນລະຍະ 10 ປາຍປີ ຜ່ານມາຣັຖບານ ໄດ້ອະນຸຍາດ ໃຫ້ບໍຣິສັດເອກຊົນ ລົງທຶນກ່ອນ ໃນຫຼາຍໂຄງການ ເປັນຕົ້ນໂຄງການ ສ້າງຖນົນຫົນທາງແລ້ວ ຣັຖບານ ຈຶ່ງຈະຈ່າຍໜີ້ ນັ້ນຄືນໃຫ້ແກ່ ບໍຣິສັດ ຕາມຫລັງ.

ແຕ່ຣັຖບານ ຂາດເຂີນ ງົບປະມານ ມາຕລອດທຸກປີ, ຈົນບໍ່ສາມາດຈ່າຍເງິນຄືນ ໃຫ້ບໍຣິສັດ ເອກຊົນຕ່າງໆໄດ້. ກຸ່ມບໍຣິສັດ ສົມໄຊຈະເຣີນ ການກໍ່ສ້າງ ແລະ ບໍຣິສັດ ພູນມີໄຊ ກຳລັງສ້າງ ເສັ້ນທາງ ເລກທີ 16 ຢູ່ແຂວງເຊກອງ ຊຶ່ງ ມີມູນຄ່າເຖິງ 77 ລ້ານໂດລາ ສະຫະຣັຖ ໂດຍອອກເງິນ ສ້າງກ່ອນ. ແຕ່ບໍຣິສັດ ທີ່ວ່ານີ້ ໄດ້ຮັບເງິນຄືນ ຈາກຣັຖບານ ເທື່ອລະເລັກ ເທື່ອລະໜ້ອຍ, ດັ່ງເຈົ້າໜ້າທີ່ ຜູ້ຮັບຜິດຊອບ ໂຄງການ ທາງເລກທີ 16 ຢູ່ແຂວງເຊກອງ ກ່າວເມື່ອວັນທີ 23 ມີຖຸນາ ນີ້ວ່າ:

“ລົງທຶນໄປຄືກັນ ເຮັດໄປໄດ້ຈຳນວນນຶ່ງ ແລ້ວຄ່ອຍທະຍອຍ ຂໍເບີກຈ່າຍ ຜ່ານມາ ມັນກໍລັກສນະວ່າ ປີທຳອິດເນາະ ບໍຣິສັດ ເປັນຜູ້ລົງທຶນ ກ່ອນ ແລ້ວປີຕໍ່ມາ ເລີ່ມມີການ ເບີກຈ່າຍ ໄປຕາມແຕ່ລະ ລະຍະ ເລີ່ມຈ່າຍ ໄປເປັນແຕ່ລະປີໆໄປ ຈ່າຍມາຕລອດ ຕັ້ງແຕ່ປີ 2010 ມາຈົນຮອດ ປັດຈຸບັນນີ້”.

ໃນຈຳນວນໜີ້ທັງໝົດ 13 ພັນຕື້ກີບນັ້ນ ສຳລັບປີນີ້ ຣັຖບານລາວ ມີແຜນຈະຈ່າຍ ໃຫ້ບໍຣິສັດ ກໍ່ສ້າງພຽງແຕ່ 400 ຕື້ກີບ ຫຼືປະມານ 50 ລ້ານໂດລາ ສະຫະຣັຖ ເທົ່ານັ້ນ. ສ່ວນຫຼາຍ ຈະຈ່າຍໃຫ້ ບໍຣິສັດ ທີ່ສ້າງໂຄງການ ສຳເຣັດກ່ອນປີ 2012 ແລະ ຈະຈ່າຍໃຫ້ ໂຄງການ ທີ່ສ້າງສຳເຣັດ ຣະຫວ່າງປີ 2013 ຫາປີ 2016 ພຽງເລັກໜ້ອຍ.

ຍ້ອນຂາດເຂີນ ງົບປະມານ ແທນທີ່ຈະໃຊ້ໜີ້ ເປັນເງິນສົດ ຣັຖບານ ໄດ້ອະນຸຍາດໃຫ້ບາງບໍຣິສັດ ຂຸດຄົ້ນບໍ່ແຮ່ ເພື່ອໃຊ້ໜີ້ຄືນ ຕົວຢ່າງ ຣັຖບານ ໄດ້ຕົກລົງໃຫ້ ບໍຣິສັດ ພອນສັກ ຊອກຫາ ຂຸດຄົ້ນບໍ່ຖ່ານຫີນ. ດັ່ງເຈົ້າໜ້າທີ່ ຜູ້ຮັບຜິດຊອບ ໂຄງການທາງ ເລກທີ 15A ໃນ ແຂວງສາລະວັນ ກ່າວວ່າ:

”ໂຕນີ້ ມັນຂຶ້ນຢູ່ກັບ ບໍຣິສັດເອງ ເພາະວ່າບໍຣິສັດ ຂໍສັມປະທານ ບໍ່ຖ່ານຫີນເນາະ ຖ້າບໍຣິສັດ ຫາກຂຸດຄົ້ນຖ່ານຫີນ ໄປຂາຍໄດ້ໄວ ເພີ່ນກະໄດ້ເງິນຄືນໄວ ເພິ່ນບໍ່ໃຫ້ຂຸດຄົ້ນ ກະໝາຍຄວາມວ່າ ບໍ່ທັນໄດ້ຄືນ ຣັຖບານບໍ່ທັນໄດ້ຈ່າຍ ອັນນີ້ເປັນເງື່ອນໄຂ ຂອງສັນຍາ”.

ກ່ຽວກັບເຣຶ່ອງນີ້ ແຫຼ່ງຂ່າວຂອງທາງການລາວ ລາຍງານວ່າ ດຣ.ລີເບີ ບົວປາວ ຜູ້ອຳນວຍການ ສະຖາບັນ ຄົ້ນຄວ້າເສຖກິດ ແຫ່ງຊາດ ສປປລາວ ເປີດເຜີຍວ່າ ຮັຖບານ ຈະພຍາຍາມ ໃຊ້ໜີ້ຄືນໃຫ້ ບໍຣິສັດເອກຊົນ ທີ່ກໍ່ສ້າງ ໄດ້ມາຕຖານ ແລະ ປະຕິບັດ ຕາມລະບຽບ ກົດໝາຍ ນັ້ນກ່ອນ.

ທ່ານເວົ້າວ່າ ການທີ່ຣັຖບານ ຕິດໜີ້ ບໍຣິສັດເອກຊົນ ຫຼາຍເຖິງປານນັ້ນ ບໍ່ພຽງແຕ່ ຈະສົ່ງຜົລກະທົບ ຕໍ່ການເງິນ ຂອງບໍຣິສັດ ທີ່ຣັຖບານ ຕິດໜີ້ເທົ່ານັ້ນ ແຕ່ຫາກຍັງກະທົບ ຕໍ່ທຸຣະກິດ ຂອງທະນາຄານ ນຳອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.