ຣັຖບານລາວປະກາດ ບໍ່ຂຶ້ນ ເງິນເດືອນ
2018.11.30

ທ່ານ ທອງລຸນ ສີສຸລິດ, ນາຍົກຣັຖມົນຕຣີລາວ ໄດ້ກ່າວຕໍ່ກອງປະຊຸມສະພາແຫ່ງຊາຕລາວສມັຍສາມັນ ເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 8 ໃນມື້ເຊົ້າຂອງວັນທີ 28 ພຶສຈິກາ ນີ້ວ່າ ທ່ານຂໍຄວາມຮ່ວມມືກັບບັນດາສະມາຊິກພັກ ແລະ ພະນັກງານ ຣັຖກອນ ທົ່ວປະເທສ ໃຫ້ອົດທົນເສັຽສຣະ ໃຫ້ເຫັນອົກເຫັນໃຈຣັຖບານ ເພາະໃນປີນີ້ຈະບໍ່ມີການປັບເງິນເດືອນ ໃຫ້ແກ່ພະນັກງານໃນສັງກັດຣັຖ ເນື່ອງຈາກຣັຖບານ ຍັງມີຄວາມຈຳເປັນ ແລະ ປະສົພກັບສະພາວະຂາດເຂີນງົບປະມານ. ດັ່ງທ່ານໄດ້ກ່າວ ຕອນນຶ່ງວ່າ:
“ດຽວນີ້, ຈຳນວນຣັຖກອນແບບນີ້ ພວກເຮົາຈະຂຶ້ນເງິນເດືອນກະບໍ່ໄດ້ຫັ້ນເດ. ກໍໄດ້ສເນີຂໍອະນຸຍາດນຳສະມາຊິກພັກ, ຣັຖກອນ ພະນັກງານ ຂອງພວກເຮົາ ໃຫ້ອົດທົນໄປກ່ອນໄລຍະນຶ່ງ ເພື່ອປັບປຸງກັນໄປກ່ອນ ອັນນີ້ຂໍໃຫ້ເຫັນໃຈ ຂໍໃຫ້ເຫັນໃຈ”.
ນອກເໜືອຈາກການປະກາດບໍ່ຂຶ້ນເງິນເດືອນໃຫ້ພະນັກງານຣັຖກອນໃນທົ່ວປະເທສແລ້ວ, ນາຍົກຣັຖມົນຕຣີ ຍັງໄດ້ຊີ້ແຈງວ່າ ເສຖກິຈລາວ ຍັງສືບຕໍ່ຂຍາຍໂຕຊ້າລົງ ຈາກທີ່ຄາດຄະເນໄວ້ວ່າ ຮວມຍອດຜລິຕພັນພາຍໃນ ຫຼື GDP ຈະຂຍາຍໂຕ 7,2 ເປີເຊັນ, ແຕ່ໂຕຈິງໝົດປີອາຈ ຂຍາຍໂຕຊ້າ ຫຼຸດລົງເຫຼືອ ພຽງ 6,8 ເປີເຊັນ ເນື່ອງຈາກມີຫຼາຍປັດໃຈກະທົບໃສ່ເສຖກິຈລາວ ທັງປັດໃຈພາຍໃນ ແລະປັດໃຈພາຍນອກ. ພ້ອມດຽວກັນນີ້, ຣັຖບານຍັງມີໜີ້ສິນສາທາຣະນະສະສົມ 60 ປາຍເປີເຊັນຂຶ້ນໄປຂອງ GDP ແລະ ຖືກຈັດເຂົ້າໃນກຸ່ມປະເທສ ທີ່ມີຄວາມ ຫຍຸ້ງຍາກໃນການໃຊ້ໜີ້ສິນຄືນ, ອີງຕາມການຣາຍງານຈາກ ທ່ານ ບົວສອນ ບຸບຜາວັນ, ປະທານສະຖານບັນຄົ້ນຄວ້າເສຖກິຈແຫ່ງຊາຕ ແລະ ອະດີດນາຍົກຣັຖມົນຕຣີ ທີ່ໄດ້ຣາຍງານໃນກອງປະຊຸມ ໃນນະຄອນຫຼວງວຽງຈັນ ເມື່ອທ້າຍເດືອນຕຸລາ ທີ່ຜ່ານມາ.
ນັກສັງເກດການດ້ານເສຖກິຈ ມະຫາພາກໃນລາວທ່ານນຶ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ ສາເຫຕຫຼັກໆທີ່ເຮັດໃຫ້ ຣັຖບານລາວຂາດງົບປະມານຢ່າງໜັກ ແລະ ຕິດໜີ້ຕ່າງປະເທສ ອັນມະຫາສານ ກໍຍ້ອນວ່າ ມີການນຳໃຊ້ເງິນທີ່ກູ້ຢືມ ຈາກຕ່າງປະເທສ ນຳມາໃຊ້ຈ່າຍເຂົ້າໃນໂຄງການລົງທຶນ ຂອງຣັຖຢ່າງຂາດແຜນການທີ່ຮັດກຸມ ໃນລັກສນະພາວະວິສັຍ, ບໍ່ທັນມີບົດວິພາກເສຖກິຈ-ເຕັກນິກ ທີ່ລະອຽດ ກໍຍັງມີການອະນຸມັດໂຄງການ.
ຫຼາຍໂຄງການໂດຍສ່ວນໃຫຍ່ ບໍ່ມີຄຸນນະພາບ ແລະ ກໍ່ໃຫ້ເກີດເປັນໂຄງການໜີ້ສິນ ເຮັດໃຫ້ໂຄງການບໍ່ສຳເຣັດ, ແທນທີ່ຈະເປັນໂຄງການ ທີ່ກໍ່ປໂຍດໃຫ້ກັບສັງຄົມ. ໂຄງການທີ່ມີຜົລກຳໄລ, ພັດນຳກຳໄລມາຖົມຂຸມໃຫ້ໂຄງການທີ່ຂາດທຶນ. ໂຄງການ ທີ່ສເນີເຂົ້າມາໃໝ່ ພັດຕ້ອງໄປກູ້ຢືມເງິນ ຈາກຕ່າງປະເທສເຂົ້າມາເລື້ອຍໆ ໜີ້ ສາທາຣະນະຈຶ່ງສູງ.
“ມັນກະທົບກັບໂຄງການອື່ນ. ໂຄງການອື່ນມີຜົລກຳໄລ ໂຄງການນີ້ພັດເໝິດໄປສູນ. ມັນມາຕຳກັນ ມັນກະເລີຍບໍ່ສຳເຣັດ ມັນກະບໍ່ໂດດເດັ່ນ. ຄັນ 10 ໂຄງການນີ້, ມີຈັກ 2 ໂຄງການສາ ທີ່ເປັນໂຄງການໜີ້ເສັຽ, ມັນກະຍັງພໍໃຊ້ໄດ້. ອັນນີ້ໂຄງການ ຂ້ອຍຄຶດຂຶ້ນມາ ກຸ່ມຂ້ອຍຄຶດ ຂຶ້ນມາຈັ່ງຊີ້, ເຖິງວ່າມັນບໍ່ມີຜົລປໂຍດໃຫ້ສັງຄົມ, ແຕ່ວ່າຂ້ອຍຄຶດຂຶ້ນມາ ຂ້ອຍສເນີມາ ລະກະເອີ່ກັນ ສເນີຜ່ານໄປ. ໂດຍທີ່ບໍ່ມີຮອດ ບົດວິພາກ ເສຖກິຈ-ເຕັກນິກ ບໍ່ມີຜົລສຳຣວຈອອກແບບກະມີ. ບາງໂຄງການບໍ່ທັນມີຮອດ ບົດວິພາກເສຖກິຈ-ເຕັກນິກ ກະຍັງມີມູລຄ່າລະ, ບໍ່ແມ່ນເອົາເງິນມາໃຊ້ກ່ອນ ມັນເອົາເຂົ້າໃນແຜນເລີຍນ່າ. ແຕ່ບາງໂຄງການ ທີ່ເຮັດມາແລ້ວນີ້ນ່າ ຍັງບໍ່ມີປັນຍາຊິມາໃຊ້ໜີ້ ເຂົາກະມີ ມັນສັບໄຂວ່ກັນບໍ່?.”
ເມື່ອບໍ່ດົນມານີ້, ທ່ານ ຄຳມະນີ ອິນທິຣາສ, ຣັຖມົນຕຣີກະຊວງພລັງງານ ແລະ ບໍ່ແຮ່ຂອງລາວ ກໍໄດ້ກ່າວຍອມໃນກອງປະຊຸມສະພາ ແຫ່ງຊາຕ ສມັຍສາມັນທີ່ພວມດຳເນີນໄປ ຢູ່ນີ້ດ້ວຍວ່າ ຫຼາຍໂຄງການກໍ່ສ້າງເຂື່ອນໄຟຟ້າ ທີ່ຖືກສ້າງຂຶ້ນມາຊົມໃຊ້ ພາຍໃນປະເທສ ແມ່ນເກີນຄວາມຈຳເປັນ ເພາະມີການນຳໃຊ້ພຽງແຕ່ 42 ເປີເຊັນ, ເຊິ່ງມັນໄດ້ສໍ່ໃຫ້ເຫັນເຖິງ ການກໍ່ສ້າງເຂື່ອນໄຟຟ້າ ທີ່ຂາດການ ປະເມີນຄວາມຕ້ອງການທີ່ຈຳເປັນ ໃນການຊົມໃຊ້ໂຕຈິງ ແລະ ທັງເປັນຕົວຢ່າງນຶ່ງ ໃນຈຳນວນປະມານ 4,000 ໂຄງການ ທີ່ເປັນ ການລົງທຶນ ຂອງຣັຖໃນຂແນງການອື່ນໆ ທີ່ນຳໃຊ້ງົບປະມານ ຢ່າງບໍ່ຣະມັດຣະວັງ.
“ເນື່ອງຈາກວ່າການສນອງພລັງງານໄຟຟ້າໃຫ້ພຽງພໍຢູ່ພາຍໃນນີ້ ຄຳວ່າພຽງພໍ ບໍ່ຮູ້ວ່າແມ່ນທໍ່ໃດ? ຕໍ່ບັນຫາດັ່ງກ່າວນີ້, ຈຶ່ງເກີດບັນຫາ ຜລິດມາແລ້ວບໍ່ມີການຊົມໃຊ້ໄຟຟ້າ ຂອງພວກເຮົາບໍ່ຫຼາຍ. ແທນທີ່ຊິນຳໃຊ້ເຂົ້າແຕ່ໂຮງຈັກໂຮງງານ, ດຽວນີ້ໂຮງຈັກ ໂຮງງານຊົມໃຊ້ໄຟຟ້າ ແຕ່ 42 ເປີເຊັນ.”
ນອກຈາກນັ້ນ, ນາຍົກຣັຖມົນຕຣີ ທອງລຸນ ກໍໄດ້ກ່າວຢືນຢັນໃນກອງປະຊຸມສະພາແຫ່ງຊາຕ ກ່ຽວກັບຂໍ້ຂາດຕົກບົກຜ່ອງ ການນຳໃຊ້ ງົບປະມານ ແລະ ບັນຫາໜີ້ສິນ ສາທາຣະນະວ່າ ໄລຍະຜ່ານມາ, ໂຄງການລົງທຶນຂອງຣັຖບານ ມີການຂຶ້ນແຜນການ ໄປໃນຮູບແບບ ທີ່ບໍ່ມີງົບປະມານ ມາສນອງໄດ້ ເຮັດໃຫ້ຫຼາຍໂຄງການ ເຮັດໄປກ່ອນ ແລ້ວກໍເຮັດບໍ່ສຳເຣັດ ແລະ ທັງມີຄຸນນະພາບຕ່ຳທີ່ສຸດ.
“ຜ່ານມານີ້ແຜນການໄປພໍແຜນການ, ງົບປະມານໄປພໍງົບປະມານ. ແຜນການວາງອອກ, ແຕ່ວ່າງົບປະມານ ບໍ່ສນອງໄດ້ກໍ່ຕາມ, ເຮັດໄປ ກ່ອນ. ປີ 2019 ຊິບໍ່ເຮັດແລ້ວໄດ໋, ພວກເຮົາຈະໄດ້ອີງໃສ່ ເອີ້ນວ່າງົບປະມານ ທີ່ມີ ເພື່ອຈັດສັນໃສ່ໂຄງການຕ່າງໆ. ເພາະວ່າດຽວນີ້ ຕິດໜີ້ເຂົາຫຼາຍແລ້ວ ແລະ ຄຸນນະພາບຂອງການລົງທຶນ ໃນໄລຍະທີ່ຜ່ານມາ, ຕ່ຳທີ່ສຸດ.”
ນັກສັງເກດການດ້ານເສຖກິຈມຫາພາກໄດ້ແບ່ງປັນທັສນະ ຂອງທ່ານ ຕໍ່ຜູ້ສື່ຂ່າວເອເຊັຽເສຣີ ຕື່ມວ່າ ບັນຫາດ້ານເສຖກິຈໃນລາວ ທີ່ເກີດຂຶ້ນ ຊຳເຮື້ອ ມາເປັນເວລາດົນນານ ແລະ ມີທ່າທີວ່າຈະແກ່ຍາວນີ້ ສາມາດຖືກແກ້ໄຂໄດ້ ຖ້າຫາກຣັຖບານເປີດໃຈ ຮັບຟັງນັກວິຊາການ ແລະ ຊ່ຽວຊານ ທີ່ມີຄວາມສາມາດ ແລະ ເຊີນບຸຄລາກອນ ດ້ານການບໍຣິຫານ ທີ່ເຄີຍມີປະສົພການບໍຣິຫານອົງກອນ ທີ່ ປະສົພຜົລສຳເຣັດສູງ ໃຫ້ເຂົ້າມາມີສ່ວນຮ່ວມ ໃນທີມງານດ້ານເສຖກິຈ ຂອງຣັຖບານ.
“ເວົ້າຄວາມຊື່ນີ້ແຫຼະ ມັນຕ້ອງເອົາຄົນທີ່ວ່າວິຊາການແທ້ໆເຮັດວຽກຊ່ຽວຊານແທ້ໆ ຄັນຊິປົກປ້ອງເສຖກິຈ ມັນຕ້ອງມີວິທີການຂອງມັນແທ້ໆ. ຕ້ອງໃຫ້ຟັງວິຊາການ ຟັງຊ່ຽວຊານເຂົາໜ້ອຍນຶ່ງແດ່ ບໍ່ແມ່ນວ່າຊິເອົາແຕ່ ອັນນີ້ສ້າງຂຶ້ນມາເພື່ອໃຫ້ໄດ້ເງິນ, ໄດ້ເງິນຄ່ານັ້ນຄ່ານີ້.”
ຍັງຖືວ່າເປັນບັນຫາທ້າທາຍໜັກໜາສາຫັດ ທີ່ສຸດສຳລັບຣັຖບານລາວ ຊຸດນີ້ ໃນການແກ້ໄຂບັນຫາ ດ້ານເສຖກິຈທີ່ມີບັນຍາກາດ ບໍ່ແຈ່ມໃສ ມາໄດ້ໄລຍະນຶ່ງ, ຖ່າມກາງງົບປະມານ ທີ່ມີຢູ່ຢ່າງຈຳກັດ ແລະ ໜີ້ສິນສາທາຣະນະ ທີ່ກູ້ຢືມຈາກຕ່າງປະເທສ ສູງກວ່າ GDP ໃນຣະດັບ ທີ່ໜ້າເປັນຫ່ວງ.
ນີ້ຍັງບໍ່ນັບລວມບັນຫາການສໍ້ຣາສບັງຫຼວງ ທີ່ເປັນໂຕຖ່ວງດຶງໃຫ້ແກ່ການຈັດເກັບຣາຍຮັບຂອງຣັຖ ທີ່ມັກມີຣາຍງານວ່າ ມີການຮົ່ວໄຫຼເປັນ ຈຳນວນ ຫຼາຍຮ້ອຍຕື້ ຫຼືຫຼາຍພັນຕື້ກີບໃນແຕ່ລະປີ, ເຊິ່ງເຮັດໃຫ້ຫຼາຍຄົນກັງວົນວ່າ ເສຖກິຈລາວອາຈຕົກຕ່ຳ ແກ່ຍາວ ໄປອີກຫຼາຍປີ ຫຼືອາຈເຖິງ 10 ປີ ກວ່າຈະກັບມາສົດໃສ ໄດ້ອີກເທື່ອໃໝ່.