ຕັດໄມ້ໃຊ້ໜີ້ເອກກະຊົນ

ອະວາຣີ
2015.07.09
F-Phousy ບໍຣິສັດ ພູສີ ຫລວງພຣະບາງ ກໍ່ສ້າງ
RFA/NY

ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ຂອງ ສປປ ລາວ, ອະນຸຍາດ ໃຫ້ ບໍຣິສັດ ພູສີ ຫລວງ ພຣະບາງ ກໍ່ສ້າງ ຕັດເອົາ ໄມ້ ໃນ ແຂວງ ອັດຕະປື, ເພື່ອ ໃຊ້ແທນ ເງິນ ທີ່ ບໍຣິສັດ ດັ່ງກ່າວ ໄດ້ ລົງທຶນ ສ້າງ ຖນົນ ເສັ້ນນຶ່ງ ໃນແຂວງ ອັດຕະປື ໃກ້ໆ ກັບເຂດ ຊາຍແດນ ວຽດນາມ ແລະ ກຳພູຊາ.

ເມື່ອ 2 ປີ ກ່ອນ ບໍຣິສັດ ພູສີ ຫລວງ ພຣະບາງ ກໍ່ສ້າງ ໄດ້ ລົງທຶນ ສ້າງ ຖນົນ ເສັ້ນນີ້, ທີ່ມີ ຄວາມຍາວ 153 ກິໂລແມັດ, ມູນຄ່າ ການກໍ່ສ້າງ 60 ຕື້ ກືບ ຫລື ປະມານ 7.5 ລ້ານ ໂດລາ ສະຫະຣັຖ, ປັດຈຸບັນ ສ້າງ ສຳເຣັດ ໄປແລ້ວ 88 ສ່ວນຮ້ອຍ.

ເມື່ອ ປີກາຍ ແທນທີ່ ຈະໃຊ້ຄືນ ດ້ວຍ ເງິນ, ຣັຖບານ ລາວ ໄດ້ ຕົກລົງ ໃຫ້ ບໍຣິສັດ ພູສີ ຫລວງ ພຣະບາງ ກໍ່ສ້າງ ຕັດ ເອົາໄມ້ ໃນ ແຂວງ ອັດຕະປື ແທນ; ຈົນເຖິງ ປັດຈຸບັນ ທາງ ບໍຣິສັດ ໄດ້ ເອົາໄມ້ ໄປແລ້ວ 20,000 ແມັດ ກ້ອນ ທີ່ ມີ ມູນຄ່າ 3.3 ລ້ານ ໂດລາ.

ສ່ວນເງິນ ທີ່ ເຫລືອ ຣັຖບານ ຈະເອົາ ເຂົ້າຢູ່ໃນ ແຜນການ ພັທນາ ເສຖກິດ ສັງຄົມ ຄັ້ງທີ 8 ຫລື ຄັ້ງຕໍ່ໄປ, ແປວ່າ, ຣັຖບານ ຈະ ພຍາຍາມ ໃຊ້ໜີ້ ສ່ວນທີ່ ເຫລືອ ນັ້ນ ຄືນ ໃຫ້ແກ່ ບໍຣິສັດ ພູສີ ຫລວງ ພຣະບາງ ກໍ່ສ້າງ, ດ້ວຍ ເງິນສົດ ຫລື ອາດ ຈະໃຫ້ ບໍຣິສັດ ຕັດ ເອົາໄມ້ ຕື່ມ ຕໍ່ໄປ.

ເມື່ອ ທ້າຍເດືອນ ທີ່ແລ້ວ ບໍຣິສັດ ພູສີ ຫລວງ ພຣະບາງ ກໍ່ສ້າງ, ໄດ້ສົ່ງ ຈົດໝາຍ ເຖິງກົມ ຂົວທາງ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ, ສເນີ ໃຫ້ ຣັຖບານ ໃຊ້ ເງິນ ສ່ວນ ທີ່ເຫລືອ ນັ້ນ ຄືນໃຫ້ ແກ່ ບໍຣິສັດ ດ້ວຍ ວິທີໃດ ວິທີນຶ່ງ.

ຖນົນ ເສັ້ນທາງ ທີ່ ວ່ານີ້ ຣັຖບານ ລາວ ເອິ້ນວ່າ, ເສັ້ນທາງ ຍຸທສາດ ລຽບຕາມ ຊາຍແດນ ລາວ-ວຽດນາມ ແລະ ກຳພູຊາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.