ຣັຖບານລາວພິຈາຣະນາ ຜ່ອນຜັນ ພາສີອາກອນ

ອຸ່ນແກ້ວ ສຸກສະຫວັນ
2021.05.01
ຣັຖບານລາວພິຈາຣະນາ ຜ່ອນຜັນ ພາສີອາກອນ ຄະນະສະເພາະກິດ ເສຖກິດ ປຶກສາຫາລື ນະໂຍບາຍການເງິນ, ນໍາໂດຍ ຮອງນາຍົກຣັຖມົນຕຣີ ຣັຖມົນຕຣີ ກະຊວງແຜນການ ແລະ ການລົງທຶນ ທ່ານ ສອນໄຊ ສີພັນດອນ
ນັກຂ່າວພົລເມືອງ

ຄະນະສະເພາະກິດ ແລະ ພາກສ່ວນກ່ຽວຂ້ອງ ກຳລັງມີການຄົ້ນຄວ້ານະໂຍບາຍ ແນວທາງຫຼຸດຜ່ອນການເກັບພາສີ-ອາກອນ ແລະ ດອກເບັ້ຽເງິນກູ້ ໃຫ້ແກ່ຫົວໜ່ວຍທຸຣະກິຈເປັນຕົ້ນ ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ ທີ່ໄດ້ຮັບຜົນກະທົບຈາກໂຄວິດ-19 ຮອບສອງ. ເຈົ້າໜ້າທີ່ກະຊວງການເງິນ ຜູ້ທີ່ຂໍສງວນຊື່ ແລະ ຕຳແໜ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 30 ເມສາ ວ່າ:

"ຄົ້ນຄວ້າເປັນເອກສານຢູ່ ນະໂຍບາຍທີນຶ່ງລະແມ່ນ ອັນເລື່ອງອາກອນລາຍໄດ້ ເງິນເດືອນ ຄືເກົ່າປີກາຍນີ້ແຫຼະ ມັນຕ້ອງມີເອກສານ ຄັກແນ່ກ່ອນ ລໍລໍຖ້າເບິ່ງເພາະວ່າ ເພິ່ນກຳລັງ ຮ່າງຢູ່ດຽວນີ້ ເພິ່ນບໍ່ທັນໄດ້ຕັດສິນ ກຳລັງຄົ້ນຄວ້າຢູ່."

ທາງການລາວຍັງ ຄົ້ນຄວ້າ ນະໂຍບາຍເງິນກູ້ຢືມ, ນະໂຍບາຍແຮງງານ, ການຄຸ້ມຄອງການຜລິດ ແລະ ນະໂຍບາຍສັງຄົມ ໃນການ ຫຼຸດຄ່ານ້ຳຄ່າໄຟຟ້າ ຄ່າໂທຣະສັບ ອິນເຕີເນັດ ແລະ ຄ່າບໍຣິການຂີ້ເຫຍື້ອ ອີກດ້ວຍ.

ໃນຂນະທີ່ ເຈົ້າໜ້າທີ່ຂແນງການທ່ອງທ່ຽວ ຢູ່ນະຄອນຫຼວງວຽງຈັນ ຜູ້ຂໍສງວນຊື່ ແລະສຽງ ໄດ້ກ່າວວ່າ ວຽກງານດ້ານການທ່ອງທ່ຽວ ທາງການ ກໍກຳລັງປຶກສາຫາລືກັນຢູ່ ເພື່ອຈະຊ່ວຍເຫລືອ ຫົວໜ່ວຍທຸຣະກິດຕ່າງໆ ທີ່ໄດ້ຮັບຜົນກະທົບ ຈາກໂຄວິດ-19 ເປັນຕົ້ນ ການຫລຸດຜ່ອນພາສີ-ອາກອນ ແຕ່ກໍຕ້ອງລໍຖ້າທາງການ ແຈ້ງການອີກເທື່ອນຶ່ງ ເພາະຍັງບໍ່ຮູ້ຣາຍລະອຽດ ຄັກແນ່ ເບື້ອງຕົ້ນເຫັນວ່າ ຈະຫລຸດຄ່ານ້ຳ ແລະ ຄ່າໄຟຟ້າ ໃຫ້ປະຊາຊົນ.

"ພາກສ່ວນກ່ຽວຂ້ອງ ເພິ່ນກໍຍັງມີແຜນຟື້ນຟູຢູ່ ແຕ່ບໍ່ຮູ້ເພິ່ນຈະດຳເນີນການປະຕິບັດ ຫລືວ່າ ແບບໃດຫັ້ນນ່າ ເພິ່ນກໍຈະມີນະໂຍບາຍ ຢູ່ເລື່ອງພາສີ-ອາກອນ ອີ່ຫຍັງນີ້ນ່າ ແຕ່ວ່າ ກໍຍັງບໍ່ຮູ້ຂໍ້ມູນເທື່ອເດີ ໄດ້ຍິນຄ້າວໆວ່າ ນ້ຳປະປາ ໄຟຟ້າ ຈະລົດລົງໃຫ້."

ເຈົ້າໜ້າທີ່ທ່ອງທ່ຽວ ແຂວງວຽງຈັນ ກ່າວວ່າ ແຂວງວຽງຈັນ ຈະມີນະໂຍບາຍ ເພື່ອຫລຸດຜ່ອນດອກເບັ້ຽທະນາຄານ ພາສີ-ອາກອນ ໃຫ້ຫົວໜ່ວຍທຸຣະກິດ ໂດຍສະເພາະ ຢູ່ເມືອງວັງວຽງ ຄືກັບນະໂຍບາຍ ປີທີ່ຜ່ານມາ.

"ສຳລັບວຽກນະໂຍບາຍເນາະ ຊ້ວງໄລຍະຜ່ອນຜັນໂຄວິດ ໃນຮອບສອງນີ້ ກໍຄືກັນກັບຮອບທີນຶ່ງຫັ້ນແຫຼະ ເລື່ອງການຊຳຮະອາກອນ ຫລຸດຜ່ອນເນາະ ເວົ້າເລື່ອງ ດອກເບັ້ຽການກູຢືມ ຫັ້ນດຽວນີ້ ຍັງບໍ່ທັນເວົ້າເນາະ ວ່າຈັກເດືອນ ເພາະຕ້ອງໄດ້ຕິດຕາມ ເບິ່ງການແຜ່ ຣະບາດ ໃນຊຸດນີ້ວ່າ ມັນຈະໃຊ້ເວລາດົນປານໃດ."

ຫົວໜ່ວຍທຸຣະກິດເປັນຕົ້ນບ້ານພັກ ໂຮງແຮມ ຮ້ານອາຫານ ຢາກໃຫ້ຣັຖບານຫລຸດ ພາສີ-ອາກອນ ແລະຫຼຸດຜ່ອນດອກເບັ້ຽເງິນກູ້. ເຈົ້າຂອງທຸຣະກິດ ຮ້ານອາຫານ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ:

"ກໍຍາກໃຫ້ຫລຸດພາສີຫັ້ນແຫຼະ ເດືອດຮ້ອນ ຢາກໃຫ້ຊ່ວຍແຫຼະກໍຄືເຮົາ ຄ່າໃຊ້ຈ່າຍອີ່ຫຍັງຫຼາຍຫັ້ນນ່າ ປີທີ່ແລ້ວເພິ່ນກະຜ່ອນຜັນເດ້ ພວກສຳລັບເພິ່ນກູ້ເພິ່ນຫຍັງ."

ໃນຂນະດຽວກັນ ເຈົ້າຂອງໂຮງແຮມທ່ານນຶ່ງ ກ່າວວ່າ ຢາກໃຫ້ຣັຖບານຫລຸດພາສີ-ອາກອນ ຫຼື ດອກເບັ້ຽ ແຕ່ສຸດແລ້ວແຕ່ຣັຖບານ ຈະພິຈາຣະນາ ຕາມຄວາມເໝາະສົມ.

"ກໍສຸດແລ້ວແຕ່ທາງຣັຖບານ ຈະພິຈາຣະນາດອກ ໃຫ້ຜ່ອນຜັນຫັ້ນແຫຼະ ກໍຣະນີແຕ່ລະຄົນໄປ ມັນກໍບໍ່ມີຄົນໄປແລ້ວ ເພາະດຽວນີ້ ລ໊ອກດາວ ບໍ່ໃຫ້ໄປ ບໍ່ໃຫ້ມາເດ້ ບໍ່ໃຫ້ໄປຫາ ແຂວງຫັ້ນໄປ ຫາແຂວງນີ້."

ສ່ວນວ່າຄົນຂັບລົດແທັກຊີ້ ທ່ານນຶ່ງກໍຢາກໃຫ້ທາງການ ຊ່ອຍຫຼຸດຜ່ອນດອກເບັ້ຽຄ່າຜ່ອນຣົດ ຍ້ອນວ່າບໍ່ມີລາຍໄດ້ ແລະບໍ່ສາມາດ ໃຫ້ບໍຣິການ ລູກຄ້າໄດ້.

"ຕອນນີ້ ກໍບໍ່ໄດ້ໄປໃສແລ້ວ ກະຜ່ອນຄືເກົ່າແຫຼະ ຜ່ອນຣົດ ຍັງບໍ່ມີນະໂຍບາຍຫຍັງເລີຍ ແຈ້ງການວ່າຢຸດກ່ອນເດ້ ຕອນນີ້ບໍ່ມີເທື່ອ ກໍຢາກໃຫ້ມີແຫຼະ ນະໂຍບາຍຜ່ອນຣົດ ທະນາຄານ ແບບດຽວກັນ ບໍ່ຮູ້ວ່າຈະເຖິງເຮົາບໍ່ ກໍໄດ້ແຕ່ຄິດບໍ່ກ້າຈະເວົ້າຫຍັງດອກ."

ອີງຕາມການຣາຍງານ ຂອງສື່ມວນຊົນລາວ ພົບວ່າ ຫົວໜ່ວຍທຸຣະກິດ ທີ່ໄດ້ຮັບຜົນກະທົບ ຈາກໂຄວິດ-19 ລວມມີ ໂຮງແຮມ 600 ປາຍແຫ່ງ, ຣີສອດ ແລະ ເຮືອນພັກ 2,000 ປາຍແຫ່ງ, ບໍຣິສັດທ່ອງທ່ຽວ 500 ປາຍ ບໍຣິສັດ, ຕົວແທນບໍຣິສັດທ່ອງທ່ຽວຈຳນວນ 36 ແຫ່ງ, ສະຖານທີ່ທ່ອງທ່ຽວຈຳນວນ 800 ປາຍແຫ່ງ ແລະ ພະນັກງານນຳທ່ຽວ 2,000 ປາຍຄົນ.

ປະເທດລາວພົບຜູ້ຕິດເຊື້ອໂຄວິດ-19 ສະສົມ 757 ຄົນ ໃນວັນທີ 30 ເມສາ ແລ ມີທ່າອ່ຽງວ່າ ຜູ້ຕິດເຊື້ອຈະເພີ່ມຂຶ້ນ ແລະຍັງຈະ ສົ່ງຜົນກະທົບ ຕໍ່ຫົວໜ່ວຍທຸຣະກິດອີກຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
May 04, 2021 09:46 PM

ຖ້າຫາກວ່າ ພັກລັດຜ່ອນຜັນພາສາອາກອນແລະຮຽກຮ້ອງໃຫ້ທະນາຄານຜ່ອນຜັນແລະຫລຸດຜ່ອນດອກເບ້ຍໄດ້ແທ້ໃນລະຍະໂຄວິດລະບາດ ເປັນການຊ່ວຍເຫລືອປະຊາຊົນແລະທຸລະກິດນ້ອຍໃຫຍ່ ທີ່ກຳລັງປະເຊີນກັບຄວາມລຳບາກຢູ່ນີ້ພໍສົມຄວນ ເພາະວ່າການລອກດ້າວ ບໍ່ມາໃຜເຫນັງຕີງແລະເຄື່ອນໄຫວໄດ້ເລີຍ ບໍ່ມີລາຍໄດ້ ບາງຄົນເຂົ້າຊິກິນກໍຍັງບໍ່ມີ. ຢາກໃຫ້ລັດຖະບານຄົ້ນຄ້ວາແລະອອກຄຳສັ່ງໄວໆແດ່. ຢາກໃຫ້ເລື່ອນການສຳລະຫນີ້ ທະນາຄານອອກໄປດົນໆ ຈົນກ່ວາເສດຖະກິດຈະດີຂຶ້ນ ຫົວຫນ່ວຍທຸລະກິດ ມີເງິນເຂົ້າ ຈຶ່ງສາມາດຈ່າຍດອກເບ້ຍໄດ້. ນອກນັ້ນ ກໍຢາກໃຫ້ພາກສ່ວນກ່ຽວຂ້ອງຊ່ວຍເຫລືອປະຊາຊົນ ທີ່ຂາດເຂີນ ບໍ່ມີແນວຢູ່ແນວກິນ. ໃນເມື່ອລັດຖະບານອອກຄຳສັ່ງລອກດ້າວ ປະຊາຊົນລາວ ກໍເຮັດຕາມ ດັ່ງນັ້ນ ພັກລັດ ກໍຕ້ອງຊ່ວຍປະຊາຊົນ ຄຶກັນກັບ ປະເທດອື່ນ ເຂົາຊ່ວຍປະຊາຊົນ ຂອງເຂົາ. ຊ່ວຍເຫລືອດ້ານເງິນຄຳ ຊ່ວຍເຫລືອດ້ານອາຫານ ຊ່ວຍເຫລືອດ້າຍຢຸກຢາ.