1 ລ້ານ 5 ແສນກີບ ຄ່າຫົວ ເຂື່ອນແຕກ
2018.08.20

ທາງການລາວ ຈະຊົດເຊີຍເງິນ ໃນເບື້ອງຕົ້ນ 1 ລ້ານ 5 ແສນກີບ ຕໍ່ນຶ່ງຄົນ ໃຫ້ກັບຄອບຄົວ ທີ່ມີຜູ້ເສັຽຊີວິດ ຢູ່ເມືອງສນາມໄຊ ແຂວງ ອັດຕະປື ຍ້ອນເຫດເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແຕກ. ຕົວເລຂຜູ້ເສັຽຊີວິດ ຫລ້າສຸດ ທີ່ທາງການລາວເຜີຍແຜ່ແມ່ນ 39 ຄົນ. ດັ່ງ ເຈົ້າໜ້າທີ່ ຫ້ອງວ່າການປົກຄອງ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 18 ສິງຫາ ນີ້ວ່າ:
“ເບື້ອງຕົ້ນກໍ່ມີແຜນຫັ້ນແຫຼະ ຖືວ່າທາງລັດຖະບານເຮົາ ກໍ່ມີເນາະ ຜູ້ນຶ່ງ 1 ລ້ານ 5 ແສນກີບ ຕໍ່ຜູ້ເສັຍຊີວິດ ແລ້ວກໍທາງໂຄງການເພິ່ນ ກໍ່ອາດຈະມີເນາະ ແຕ່ວ່າດຽວນີ້ ກໍຍັງບໍ່ທັນຮູ້ຕົວເລກທີ່ວ່າແນ່ນອນ ສຳລັບໂຄງການ ເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ.”
ທ່ານກ່າວຕື່ມວ່າ ໃນຈຳນວນຜູ້ເສັຽຊີວິດທັງໝົດ 39 ຄົນນັ້ນ ບາງຄອບຄົວໄດ້ຢັັ້ງຢືນ ແລະໄດ້ພິສູດຫຼັກຖານແລ້ວ ວ່າເປັນສົບຂອງຄົນ ໃນຄອບຄົວ ຂອງຕົນແທ້ ຈາກນັ້ນທາງການກໍໄດ້ມອບເງິນຊົດເຊີຍ ໃຫ້ຄອບຄົວລະ 1 ລ້ານ 5 ແສນກີບ ສ່ວນວ່າອີກ ຈຳນວນນຶ່ງ ຍັງບໍ່ໄດ້ຊົດເຊີຍໃຫ້ເທື່ອ ເນື່ອງຈາກຍັງລໍຖ້າການພິສູດຫຼັກຖານຢູ່.
ການຊົດເຊີຍເງິນ 1 ລ້ານ 5 ແສນກີບ ຕໍ່ນຶ່ງຄົນທີ່ເສັຽຊີວິດ ເຈົ້າໜ້າທີ່ກ່າວວ່າ ເປັນການຊົດເຊີຍໃຫ້ໃນເບື້ອງຕົ້ນ ຈາກທາງການລາວ ເທົ່ານັ້ນ ແລະຄາດວ່າເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ຈະມອບເງິນຊົດເຊີຍໃຫ້ຕື່ມ ແຕ່ວ່າທາງການຍັງບໍ່ທັນຮູ້ ຕົວເລຂ ວ່າຈະໄດ້ ຄົນລະເທົ່າໃດ ແລະໂຄງການເຂື່ອນໄຟຟ້າເຊປຽນ ກໍຍັງບໍ່ທັນໄດ້ເວົ້າເຖິງເຣື້ອງນີ້ເທື່ອ.
ໃນຂນະດຽວກັນ ວິທຍຸເອເຊັຍເສຣີ ກໍໄດ້ສອບຖາມໄປຍັງຜູ້ຕາງໜ້າ ໂຄງການເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ຢູ່ເມືອງສນາມໄຊ ແຂວງອັດຕະປື ໃນວັນທີ 18 ສິງຫາ ນີ້ ແຕ່ທ່ານບໍ່ສາມາດ ໃຫ້ຄຳຕອບໄດ້ ໂດຍເວົ້າວ່າ ຄນະຜູ້ບໍຣິຫານ ກໍາລັງປະຊຸມຫາລືກັນຢູ່.
ສ່ວນຕົວເລຂຜູ້ຫາຍສາບສູນນັ້ນ ຂນະນີ້ມີທັງໝົດ 96 ຄົນ ປັດຈຸບັນທາງການລາວ ໄດ້ປະກາດໂຈະ ການຄົ້ນຫາຜູ້ຫາຍສາບສູນ ໃນເຂດພື້ນທີ່ ພັຍພິບັດທັງໝົດ 13 ບ້ານນັ້ນແລ້ວ ເນື່ອງຈາກບາງພື້ນທີ່ມີນໍ້າຖ້ວມ, ບາງພື້ນທີ່ຍັງມີ ຂີ້ຕົມສູງພຽງຫົວເຂົ່າຢູ່ ແລະ ບາງຈຸດຂີ້ຕົມສູງຮອດ 1 ແມັດ ເຮັດໃຫ້ການຄົ້ນຫາ ຜູ້ຫາຍສາບສູນ ຂອງທີມໜ່ວຍກູ້ພັຍນັ້ນຫຍຸ້ງຍາກ.
ແຕ່ເຖິງຢ່າງໃດກໍຕາມ ການຄົ້ນຫາຜູ້ຫາຍສາບສູນນັ້ນ ທີມໜ່ວຍກູ້ພັຍ ຈະກັບຄືນເຂົ້າໄປອີກ ຫຼັງຈາກທີ່ນ້ໍາບົກລົງ ແຕ່ຍັງບໍ່ຮັບປະກັນ ໄດ້ວ່າມື້ໃດນໍ້ານັ້ນຈະບົກ.