ຣັຖບານຈະບໍ່ເກັບເງິນ ສລອງ ວັນຊາດ

ໄຊຍາ
2018.12.27
F-VT ນະຄອນຫຼວງວຽງຈັນ
RFA/SN

ຣັຖບານລາວມີຄຳສັ່ງຍົກເລີກການເກັບເງິນຈາກປະຊາຊົນ ແລະພະນັກງານຣັຖກອນ ເພື່ອໃຊ້ໃນການສລອງວັນສ້າງຕັ້ງກອງທັບ ແລະ ວັນຊາດອື່ນໆໃນທົ່ວປະເທດ ຫລັງຈາກການເກັບເງິນ ສົ່ງຜົລກະທົບ ຕໍ່ເຈົ້າໜ້າທີ່ ໂດຍສະເພາະຜູ້ຢູ່ເຂດຊົນນະບົດ ຍ້ອນເຂົາເຈົ້າມີ ຄວາມເປັນຢູ່ລຳບາກ. ດັ່ງຄຳເວົ້າຂອງເຈົ້າໜ້າທີ່ຫ້ອງການ ການເງິນ ແຂວງຈຳປາສັກ ກ່າວຕໍ່ວິທຍຸເອເຊັຍ ໃນວັນທີ 26 ທັນວາ ນີ້ວ່າ:

"ມີແຈ້ງການໃຫ້ຍົກເລີກການເກັບເນາະ ກໍ່ຖືວ່າມອບຄືນມອບແລ້ວເນາະ ອັນນາທີ່ເກັບບຸນວັນຊາດ ທີ 2 ທັນວາ ແລ້ວກໍບຸນວັນທີ 20 ມົກກະຣາ ເດືອນລະ 50 ພັນ ຈຳນວນແສນນຶ່ງ ຄືວ່າມອບແລ້ວ ໃຫ້ຄືນເງິນແລ້ວໃດ໊ ກໍ່ຮູ້ສຶກດີຢູ່ວ່າໂອຍໄດ້ເງິນຄືນ."

ທ່ານກ່າວຕື່ມວ່າ ສຳລັບແຂວງຈຳປາສັກນັ້ນ ປັດຈຸບັນທາງຫ້ອງການປົກຄອງແຂວງ ກໍ່ເຣີ້ມທະຍອຍໂອນຄືນໃສ່ບັນຊີ ຄືນໃຫ້ ພະນັກງານ ທີ່ຖືກເກັບເງິນໄປ ຈະມີກໍ່ແຕ່ບາງຂແນງການ ທີ່ຍັງບໍ່ໄດ້ ຄືນ ເປັນຕົ້ນຫ້ອງການຕຳຣວດ ແລະທະຫານ ຍ້ອນຍັງຢູ່ໃນຂັ້ນຕອນ ການດຳ ເນີນການ ສ່ວນເງິນທີ່ສົ່ງຄືນໃຫ້ນັ້ນ ທາງຫ້ອງການປົກຄອງແຂວງ ໄດ້ສົ່ງຄືນເງິນໃຫ້ຕາມຈຳນວນ ທີ່ໄດ້ເກັບໄປ ຖ້າແມ່ນພະນັກງານ ຈະ ໄດ້ຄືນຄົນລະ 1 ແສນກີບ ປະຊາຊົນໄດ້ຄືນຄອບຄົວລະ 10 ພັນກີບ.

ກ່ຽວກັບການຍົກເລີກ ແລະສົ່ງຄືນເງິນ ເຈົ້າໜ້າທີ່ຢູ່ເຂດຊົນນະບົດ ເມືອງສອງຄອນ ແຂວງສວັນນະເຂດເວົ້າວ່າ ເຂົາເຈົ້າຮູ້ສຶກດີໃຈຫລາຍ ທີ່ໄດ້ເງິນຄືນ. ດັ່ງທ່ານ ໄດ້ກ່າວວ່າ:

"ແຈ້ງການອກມາເກັບນຳທະຫານ ພະນັກງານ ປະຊາຊົນ ຄືພວກນ້ອງເປັນພະນັກງານນີ້ເສັຍ 2 ຕໍ່ 3 ຕໍ່ ເພິ່ນເຫັບເອົາ ເງິນເດືອນອອກ ແລ້ວຕັດເອົາ ຕັດກັບຕັດ ນັບແຕ່ວັນສ້າງຕັ້ງ ວັນຊາດ ຮອດ ວັນກອງທັບ ວັນອັນຫຍັງກາຢ່າ ຄືພວກນ້ອງພະນັກງານແຮງຜູ້ລະແສນພຸ້ນ ບຸນເຮັດງານຈະຊື້ຫຍັງເກັບນຳ ທົ່ວເມືອງປະຊາຊົນນີ້ໃດ໊ ປະຊາຊົນກໍ່ທຸກຍາກ."

ຫ້ອງວ່າການສູນກາງພັກໄດ້ອອກແຈ້ງການຍົກເລີກເກັບເງິນທົ່ວປະເທດ ໃນວັນທີ 20 ທັນວາ 20108 ພາຍໃນແຈ້ງການ ຣັຖບານສັ່ງໃຫ້ ນຳໃຊ້ເງິນຂອງທາງສູນກາງ ຈັດພິທີວັນສຳຄັນຕ່າງໆ ຂອງຊາດ ໃຫ້ພຽງພໍບໍ່ຕ້ອງໄປເກັບນຳພາກສ່ວນອື່ນຕື່ມອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.