ຣັຖບານລາວຈະໃຫ້ຈີນ ປູກພືດ ເສຖກິດ ແທນຝິ່ນ
2018.05.24

ຣັຖບານລາວ ມີນະໂຍບາຍໃຫ້ບໍຣິສັດຈີນ ສັມປະທານດິນ ຢູ່ແຂວງພາກເໜືອ 10 ພັນເຮັກຕ້າ ເພື່ອປູກພືດເສຖກິສ ແທນການປູກຝີ່ນ ທີ່ ຜິດກົດໝາຍ ດັ່ງແຂວງຫລວງນໍ້າທາ ແຕ່ກ່ອນມີການປູກຝີ່ນຫລາຍ ແຕ່ປັດຈຸບັນຫັນມາ ປູກພືດເສຖກິສ. ດັ່ງເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງຫລວງນໍ້າທາ ກ່າວຕໍ່ວິທຍຸເອເຊັຍເສຣີວ່າ:
"ອໍສັມປະທານດິນປູກພືດ ຢູ່ຫຼວງນໍ້າທາ ກໍມີຢູ່ບາງພືດນະອ້າຍ ສ່ວນຫຼາຍຝີ່ນແມ່ນບໍ່ມີ ບໍ່ຄ່ອຍຈະມີເຂົາບໍ່ຄ່ອຍຈະປູກກັນແລ້ວ ໄດ້ປູກ ແລ້ວກໍເອີ ມັນຈະມີເຈົ້າໜ້າທີ່ ໄປຖາງໄປຫຍັງນິລະ ເຂົາປັບໃໝໄດ້ເຂົາບໍ່ໃຫ້ປູກແລ້ວ ຫັນມາປູກພືດເສຖກິສແທນ."
ປັດຈຸັບນມີ 3 ບໍຣິສັດເຂົ້າມາສັມປະທານເນື້ອທີ່ດິນ ໃນແຂວງຫລວງນໍ້າທາ ເພື່ອປູກພືດເສຖກິສ ມີບໍຣິສັດ ຕີຢວນ, ບໍຣິສັດຢາງພາຣາ ຢຸນນານ ແລະບໍຣິສັດ ຢາງພາຣາລາວ-ຈີນ. ອີງຕາມນະໂຍບາຍ ຂອງຣັຖບານ ແມ່ນໃຫ້ປະຊາຊົນຢຸດເຊົາການປູກຝິ່ນ ຫັນມາປູກພືດ ເສຖກິສແທນ.
ແຂວງຜົ້ງສາລີ ເປັນອີກແຂວງນຶ່ງ ທີ່ມີການປູກຝິ່ນຫລາຍ ຣັຖບານກໍ່ໄດ້ດຳເນີນນະໂຍບາຍ ຄ້າຍຄືແຂວງຫລວງນໍ້າທາ ໂດຍໃຫ້ບໍຣິສັດຈີນ ເຂົ້າມາສັມປະທານທີ່ດິນ ປູກພືດເສຖກກິສ ສ່ວນຫລາຍຈະປູກຢາງພາຣາ ແລະ ພືດລະດູແລ້ງ ຄື;ໝາກເຜັດ, ໝາກແຕງ, ໝາກໂມ ແລະ ສວນກ້ວຍຈຳນວນນຶ່ງ. ດັ່ງເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງຜົ້ງສາລີ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ:
"ມີໆຂໍ້ມູນ ຄືເປັນກາເຟ ຢາງພາຣາ ພືດລະດູແລ້ງ ຄືວ່າມາເຊົ່າດິນ ໃຫ້ປະຊາຊົນລາວເຮົານີ້ແຫລະ ປູກກ່ຽວກັບພືດລະດູແລ້ງ ກໍຈະມີ ໝາກເຜັດ ໝາກຖົ່ວ ໝາກໂມ ຊີ້ນະຂໍ້ມູນຝີ່ນນີ້ ຄືວ່າໄດ້ຍິນຂ່າວວ່າ ປູກກໍ່ປູກຢູ່ເຂດ ສອກຫລີກຫ່າງໄກ ຫັ້ນນະ."
ປັດຈຸບັນ ຣັຖບານເຂັ້ມງວດໃນການກວດກາ ແລະປາບປາມພື້ນທີ່ປູກຝິ່ນ ໃນເຂດພາກເໜືອ ເຊັ່ນແຂວງຜົ້ງສາລີ, ແຂວງນໍ້າທາ, ອຸດົມໄຊ ແລະແຂວງຫລວງພຣະບາງ ໂດຍສົ່ງເສີມໃຫ້ປະຊາຊົນ ຫັນມາປູກພືດເສຖກິສ ແທນມາຫຼາຍປີແລ້ວ ແຕ່ກໍ່ບໍ່ໄດ້ຜົນ.
ເມື່ອກາງປີ ສຳນັກງານປ້ອງກັນຢາເສບຕິດ ແລະປາບປາມ ອາຊຍາກັມ ສະຫະປະຊາຊາດ ຫລື UNODC ຣາຍງານການສຳຣວດຝີ່ນໃນ ພູມີພາກເອເຊັຍຕາເວັນອອກສຽງໃຕ້ ປະຈຳປີ 2016 ຣະບຸວ່າ ລາວມີເນື້ອທີ່ ປູກຝິ່ນທັງໝົດ 57 ພັນເຮັກຕ້າ ແລະເປັນປະເທດທີ່ປູກຝີ່ນ ຫລາຍເປັນອັນດັບສາມ ຂອງໂລກ ຮອງຈາກ ອັຟການີສຖານ ແລະ ພະມ້າ.