ທາງການຂຶ້ນຄ່ານໍ້າມັນ 2 ເທື່ອ ເດືອນດຽວ
2018.10.26
ຣັຖບານລາວປັບຄ່ານໍ້າມັນຂື້ນອີກ ໂດຍໄດ້ເລີ້ມປະຕິບັດ ໃນມື້ວັນທີ 24 ຕຸລາ ນີ້. ພະນັກງານ ແລະປະຊາຊົນ ໄດ້ຮັບຜົນກະທົບຫລາຍ ຕໍ່ການປັບຣາຄານໍ້າມັນຂຶ້ນ ແຕ່ລະເທື່ອ ຍ້ອນມັນເຮັດໃຫ້ ຄ່າຄອງຊີບແພງຂຶ້ນຕາມມາ ເຮັດໃຫ້ຫລາຍຄົນບໍ່ພໍໃຈ. ດັ່ງພະນັກງານຣັຖ ທ່ານນື່ງກ່າວຕໍ່ວິທຍຸເອເຊັຽເສຣີວ່າ:
"ດຽວນີ້ນໍ້າມັນຂື້ນມີຜົນກະທົບດ້ານການເງີນ ເພາະວ່າດຽວນີ້ການທຽວວຽກ ທຽວການ ມັນກະເຕີມນໍ້າມັນ ເດືອນນື່ງຖືວ່າເງີນ ນໍ້າມັນເຮົາ 50 ພັນກີບ ທົ່ວໄປ ແຕ່ວ່າມາໃຊ້ທຽວການ ມັນບໍ່ພໍໃຊ້ ບາງຄົນກະທຽວໄກ ບາງຄົນກະທຽວໝໍ່ ແຕ່ເງີນເດືອນບໍ່ໄດ້ຂື້ນ ປົກກະຕິ ຄືເກົ່ານໍ້າມັນ ກະ 50 ພັນກີບ ຕໍ່ເດືອນ ຄ່າຄອງຊີບນີ້ ໂຕອື່ນຂື້ນໝົດ ນໍ້າມັນກໍ່ຂື້ນ ຂອງຢູ່ຂອງກີນ ເປັນຊີ້ນເປັນປາ ຂື້ນໝົດ ແຕ່ວ່າເງີນເດືອນ ທໍ່ເກົ່າ.”
ທາງການລາວໄດ້ຂຶ້ນຣາຄານໍ້າມັນໃນປີ 2018 ນີ້ມາແລ້ວ ຫຼາຍຄັ້ງ ຄືຄັ້ງທໍາອິດ ຣາຄານໍ້າມັນ ແອັດຊັງ 9.200 ກີບຕໍ່ລິດ ແລະນໍ້າມັນ ກາຊວນ 8.100 ກີບຕໍ່ລິດ ແຕ່ມາເຖິງປະຈຸບັນ ຣາຄານໍ້າມັນ ແອັດຊັງເພີ້ມຂື້ນເປັນ 10.100 ກີບຫາ 10.620 ກີບ ແລະນໍ້າມັນກາຊວນ ເພີ້ມຂື້ນເປັນ 8.890 ກີບ ຫາ 9.650 ກີບ.ການຂຶ້ນຣາຄານໍ້າມັນ ທີ່ວ່ານັ້ນ ນອກຈາກຈະເຮັດໃຫ້ ພະນັກງານ-ຣັຖກອນ ແລະປະຊາຊົນ ທົ່ວໄປ ໄດ້ຮັບຄວາມຫຍຸ້ງຍາກ ແລ້ວ ມັນຍັງສົ່ງຜົນກະທົບ ຕໍ່ພວກຄ້າ ຂາຍນໍາອີກ ຍ້ອນຕົ້ນທຶນການຜລິດ ເພີ້ມສູງຂຶ້ນ ເຮັດໃຫ້ຣາຄາ ສິນຄ້າແພງຂື້ນ ອັນສ້າງຄວາມລຳບາກ ໃຫ້ແກ່ ປະຊາຊົນ ຜູ້ຫາເຊົ້າກິນຄ່ຳ. ດັ່ງປະຊາຊົນທ່ານນື່ງ ເວົ້າວ່າ:
"ຖ້າຫາກນໍ້າມັນຂື້ນທຸກສີ່ງທຸກຢ່າງ ມັນກະຕ້ອງປັບຂື້ນ ເຮັດໃຫ້ອັນໃດອັນໃດ ມັນກະແພງໄປໝົດ ບໍ່ຮູ້ວ່າມັນຊິຂື້ນໄປຮອດໃສ ຄືເຮົາຊິ ເດີນທາງ ໄປຫັ້ນໄປນີ້ມັນ ກະມີຄ່າ ເພີ່ມຂື້ນ ຍຸກນີ້ເງີນ ແຫ່ງຫາຍາກແຕ່ວ່າຄ່າຄອງຊີບ ມີແຕ່ເພີ່ມຂື້ນ.”
ການປັບຂື້ນຣາຄານ້ຳມັນເທື່ອນີ້ ເປັນເທື່ອທີສອງໃນເດືອນຕຸລາ ເດືອນດຽວ ແລະໃນປີ 2018 ນີ້ຂຶ້ນມາແລ້ວ 5 ຄັ້ງ ໂດຍ ບໍ່ມີທ່າທີວ່າ ຈະຫລຸດລົງ ແຕ່ຫາກມີແນວໂນ້ມ ຈະປັບຂຶ້ນຕື່ມອີກ.