ອຸດສາຫະກັມຕັດຫຍິບ ລາວ ຕ້ອງການ ຄົນງານ

ສິດນີ
2021.07.09
ອຸດສາຫະກັມຕັດຫຍິບ ລາວ ຕ້ອງການ ຄົນງານ ອຸດສາຫະກັມ ໂຮງງານຕັດຫຍິບ ຢູ່ ນະຄອນຫຼວງວຽງຈັນ ສປປ ລາວ ທີ່ ມີຂນາດໃຫຍ່ ແລະ ໄດ້ມາຕຖານ.
ນັກຂ່າວພົລເມືອງ

ປັດຈຸບັນ ຂແນງອຸດສາຫະກັມ ຕັດຫຍິບໃນລາວ ຕ້ອງການຄົນງານເປັນຈຳນວນຫຼາຍປະມານ 10 ພັນ ຫາ 15 ພັນ ຄົນທັງຜູ້ທີ່ ມີປະສົບການ ແລະ ບໍ່ມີປະສົບການດ້ານຕັດຫຍິບ ມາກ່ອນ ເພື່ອສນອງໃຫ້ແກ່ໂຮງງານຕັດຫຍິບຫຼາຍແຫ່ງ ທີ່ຕ້ອງການຄົນງານ ຫຼາຍຂຶ້ນ ເນຶ່ອງຈາກວ່າ ຫຼາຍໂຮງງານໄດ້ກັບມາເປີດຄືນໃໝ່ ເປັນປົກກະຕິແລ້ວ ຕ້ອງການຜລິດ ສິນຄ້າໃຫ້ລູກຄ້າ ທີ່ມີການ ສັ່ງຊື້ເຂົ້າມາ, ດັ່ງ ເຈົ້າໜ້າທີ່ ສະມາຄົມອຸດສາຫະກັມ ຕັດຫຍິບລາວ ທ່ານນຶ່ງກ່າວຕໍ່ເອເຊັຽເສຣີ ໃນວັນທີ 8 ກໍຣະກະດາ ນີ້ວ່າ:

“ອັນນີ້ແມ່ນບັນດາໂຮງງານ ທີ່ຂະເຈົ້າຕ້ອງການເນາະ ເຮົາສັງຮວມຫຼາຍໆໂຮງງານຫັ້ນນ່າ ວ່າມັນມີຄວາມຕ້ອງການແຮງງານ ປະມານນີ້ເນາະ ຈຳນວນນຶ່ງກະມີການຮັບເຂົ້າມາ ຫຼາຍເນາະ ກະຂຍາຍແຮງງານເພີ່ມຕື່ມ.”

ທ່ານກ່າວຕື່ມວ່າ ປັດຈຸບັນ ສະມາຄົມອຸດສາຫະກັມ ຕັດຫຍິບລາວ ກຳລັງສຳຣວດ ແລະຮິບໂຮມຂໍ້ມູນ ໂຮງງານຕັດຫຍິບແຕ່ລະ ແຫ່ງວ່າມີຕຳແໜ່ງງານວ່າງ ຫຼາຍໜ້ອຍປານໃດ. ສ່ວນຄົນງານທີ່ມີຄວາມສົນໃຈຢາກສມັກງານ ໃນອຸດສາຫະກັມຕັດຫບິບ ນັ້ນຕ້ອງໄດ້ ສັກວັກຊິນ ປ້ອງກັນໂຄວິດ-19 ແລະ ຜ່ານການກວດຫາເຊື້ອໂຄວິດ-19 ມາແລ້ວ.

ພະນັກງານຝ່າຍບຸກຄົນ ຢູ່ໂຮງງານຕັດຫຍິບ ທ່ານນຶ່ງເວົ້າວ່າ ປັດຈຸບັນທາງໂຮງງານຕ້ອງການພະນັກງານຕັດຫຍິບຫຼາຍ ຕຳແໜ່ງ ເນື່ອງຈາກປະສົບກັບບັນຫາຄົນງານບໍ່ພຽງພໍ ຍ້ອນກ່ອນໜ້ານີ້ ຄົນງານຈຳນວນນຶ່ງໄດ້ລາອອກໄປ ເນື່ອງຈາກຫຼາຍເຫດຜົລ ແລະ ອີກຈຳນວນນຶ່ງ ເດີນທາງກັບບ້ານໃນໄລຍະປິດໂຮງງານ ຍ້ອນການຣະບາດ ໂຄວິດ-19.

“ຊ້ວງນີ້ເຮົາຕ້ອງການ ແຕ່ພະນັກງານຕັດຫຍິບ ບາງຄົນເຂົາກໍອອກ ມັນກະເປັນຄວາມຈຳເປັນ ເຂົາກະເມືອກັບບ້ານ ແລ້ວເຂົາເຈົ້າ ກະບໍ່ກັບມາຫັ້ນນ່າ ລະເຮົາກໍຮັບເປັນປົກກະຕິ ສຳລັບຜູ້ທີ່ວ່າມີປະສົບການ ໄທເຮົາຮັບເປັນປົກກະຕິ.”

ທ່ານກ່າວຕື່ມວ່າ ສຳລັບຜູ້ມີຄວາມປະສົງ ຢາກມາສມັກເຮັດວຽກຢູ່ໂຮງງານນີ້ ຕ້ອງເປັນຜູ້ທີ່ຜ່ານການສັກວັກຊິນປ້ອງກັນໂຄວິດ-19 ຢ່າງໜ້ອຍ 1 ເຂັມ ເພື່ອຫລຸດຄວາມສ່ຽງທີ່ຈະ ແຜ່ຣະບາດຂອງ ໂຄວິດ-19 ໃນໂຮງງານ.

ແຕ່ໃນຂນະດຽວກັນ ກໍຍັງມີໂຮງງານຕັດຫຍິບ ອີກຫຼາຍແຫ່ງ ທີ່ຍັງຢູ່ໃນໄລຍະປິດໂຮງງານຊົ່ວຄາວຢູ່ ແຕ່ຖ້າໂຮງງານກັບມາ ເປີດໃໝ່ຕາມປົກກະຕິແລ້ວ ອາດຈະບໍ່ມີແຜນຮັບ ສມັກເອົາພະນັກງານໃໝ່ ຍ້ອນແຮງງານຜູ້ເກົ່າ ພ້ອມທີ່ຈະກັບຄືນມາເຮັດວຽກ ຫຼັງຈາກໂຄວິດ-19 ສິ້ນສຸດລົງ, ດັ່ງພະນັກງານຕັດຫຍິບ ໃນໂຮງງານອີກແຫ່ງນຶ່ງກ່າວວ່າ:

“ເພິ່ນບໍ່ໄດ້ໃຫ້ພົບກັນ ແລ້ວພວກເຮົາຍັງພັກຢູ່ ເຮົາຄືຊິຍັງບໍ່ດອກ ເພາະວ່າ ພະນັກງານເກົ່າເຮົາກະຍັງຢູ່ຄົບ ເຮົາບໍ່ໄດ້ເຮັດວຽກ ສົ່ງອອກ ຫັ້ນນ່າ ເຮົາເຮັດແຕ່ວຽກພາຍໃນ ແລ້ວເຮົາບໍ່ກ້າຮັບຫຼາຍ.”

ຄົນງານຢູ່ແຂວງຈຳປາສັກ ຄົນນຶ່ງເວົ້າວ່າ ກ່ອນໜ້ານີ້ ຕົນເອງກໍໄດ້ໂທຣະສັບ ໄປລົງຊື່ສມັກງານກັບໂຮງງານຕັດຫຍິບຫຼາຍແຫ່ງ, ແຕ່ກໍຍັງບໍ່ມີໂຮງງານໃດ ຕິດຕໍ່ມາ ໃຫ້ໄປສຳພາດເທື່ອ ຊຶ່ງຕົນເອງ ກໍພໍມີປະສົບການ ທາງດ້ານຕັດຫຍິບມາກ່ອນ ແລະກໍຢາກ ໄປເຮັດວຽກ ໃນໂຮງງານຕັດຫຍິບ ຍ້ອນທຸກມື້ນີ້ ປະສົບກັບບັນຫາຊອກຫາວຽກຍາກ:

“ໄດ້ໄປສມັກຢູ່ ສມັກໄວ້ຫັ້ນແຫຼະ ຍັງບໍ່ທັນໄດ້ເອີ້ນ ຢາກໄປຢູ່ ມັນຫາກໄປບໍ່ໄດ້ຕິ ມັນຄາໂຄວິດ ມັນຫາວຽກຍາກຕອນນີ້ນິ ກະຊິໄປຢູ່ດອກ ຄັນໄປໄດ້.”

ສ່ວນຄົນງານລາວ ອີກນາງນຶ່ງເວົ້າວ່າ ນາງບໍ່ມີແນວຄິດຈະກັບໄປເຮັດວຽກ ຢູ່ໂຮງງານຕັດຫຍິບອີກ ຍ້ອນໂຮງງານຕັດຫຍິບທີ່ ນາງເຄີຍເຮັດວຽກກ່ອນໜ້ານີ້ ໃຫ້ຄ່າຈ້າງແຮງງານ ໜ້ອຍ ແລະ ປະຕິບັດຕໍ່ພະນັກງານບໍ່ດີ.

“ດຽວນີ້ ບໍ່ໄດ້ຢູ່ຕັດຫຍິບ ຍ້າຍມາຢູ່ຮ້ານຜ້າກັ້ງແລ້ວ ທີ່ວ່າເຄີຍໄປເຮັດວຽກເພິ່ນໃຫ້ບໍ່ຫຼາຍນ່າ ບໍ່ພໍກິນ ລະເຂົາເຈົ້າກະລ່ວງເວລາ ຮອດ 8 ໂມງ ຢູ່ ແຕ່ວ່າ ຜົລຜລິດຂະເຈົ້າ ອອກມາຫັ້ນມີແຕ່ 2-3 ແສນ 4 ແສນ ຊິນ່າ ຂະເຈົ້າເວົ້າແນວນັ້ນແລ້ວ ເຮົາກໍອອກ ມາເລີຍເພາະວ່າ ຄືຊິໄດ້ເງິນໜ້ອຍນ່າ.”

ເມຶ່ອບໍ່ດົນມານີ້ ດຣ. ໄຊບັນດິດ ຣາຊະພົນ ປະທານສະມາຄົມ ອຸດສາຫະກັມ ຕັດຫຍິບລາວ ກ່າວຕໍ່ສື່ມວນຊົນລາວວ່າ ສຳລັບ ຄົນງານລາວ ທີ່ສົນໃຈສມັກງານ ໃນອຸດສາຫະກັມ ຕັດຫຍິບ ສາມາດຕິດຕໍ່ຫາຜແນກແຮງງານ ແລະ ສວັດດີການສັງຄົມ ໄດ້ ໃນແຂວງທີ່ຕົນອາສັຍຢູ່ ຫຼືຕິດຕໍ່ຫາສະມາຄົມ ອຸດສາຫະກັມ ໂດຍກົງ ທີ່ນະຄອນຫຼວງວຽງຈັນ.

ດຣ. ໄຊບັນດິດ ກ່າວຕື່ມວ່າ ພ້ອມດຽວກັນນັ້ນ ສະມາຄົນອຸດສາຫະກັມຕິດຫຍິບລາວ ກໍຈະຮ່ວມມືກັບຂແນງການ ທີ່ກ່ຽວຂ້ອງ ໃນນະຄອນຫຼວງວຽງຈັນ ເພື່ອຈັດບ່ອນພັກເຊົາ ໃຫ້ບັນດາຄົນງານ ທີ່ມາຈາກຕ່າງແຂວງ ຫຼັງຈາກນັ້ນ ຈະໃຫ້ຜູ້ປະກອບການ ຈາກໂຮງງານຕັດຫຍິບຕ່າງໆ ເຂົ້າມາສຳພາດຄົນງານ ດ້ວຍຕົນເອງ ຕາມຄວາມຕ້ອງການ ຂອງ ແຕ່ລະໂຮງງານນຳອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

ຫຳ​ນ້ອຍ
Jul 09, 2021 04:25 AM

ເງີນ​ນ້ອຍ​ໂພດ​ຜູ້​ໃດ​ຊິ​ເຮັດ​ນຳ ໄປ​ຊອກ​ກິດ​ຢາງ14ມື້​ໄດ້​ຮອດ2-3ລ້ານ​ແລ້ວ​ຕັດ​ຫ​ຍິບ​ເດືອນ​ລະ8-9ແສນ​ປາ​ຕິ​ໂຖ