ໂຮງງານຕັດຫຍິບປິດ ຊົ່ວຄາວ

ສິດນີ
2020.04.01
F-Garmant ໂຮງງານຕັດຫຍິບຂນາດໃຫຍ່ ແຫ່ງນຶ່ງໃນລາວ ທີ່ຜລິຕເສື້ອຜ້າອາພອນ ສົ່ງໄປຂາຍຕ່າງປະເທດ, ຕັ້ງຢູ່ບ້ານສີເກີດ, ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ. ຖ່າຍເມື່ອ: ວັນທີ 31 ເດືອນ ມີນາ 2020
RFA/TS

ໂຮງງານຕັດຫຍິບຫລາຍແຫ່ງໃນລາວ ຖືກປິດກິຈການຊົ່ວຄາວ ໃນໄລຍະການຣະບາດ ຂອງໂຣຄໄວຣັສ ໂຄວິດ-19 ໃນນັ້ນກໍ່ມີໂຮງງານ ຕັດຫຍິບເສື້ອສົ່ງໄປຕລາດຢູໂຣບ ຢູ່ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຢຸດກິຈການມາແຕ່ວັນທີ 1 ໄປຮອດວັນທີ 19 ເມສາ ຕາມການແຈ້ງການຂອງກະຊວງ ອຸຸດສາຫະກັມແລະການຄ້າ, ດັ່ງເຈົ້າຫນ້າທີ່ໂຮງງານຕັດຫຍິບ ທ່ານນຶ່ງກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 1 ເມສາ ນີ້ວ່າ:

“ຢຸດແລ້ວ ມື້ນີ້ເປັນມື້ທຳອິດ ຕາມປະກາດຂອງຣັຖບານ, ຣັຖບານສັ່ງໃຫ້ປິດ.”

ທ່ານກ່າວຕື່ມວ່າ ປັດຈຸບັນພນັກງານຢູ່ໃນໂຮງງານ ທັງຫມົດ 800 ຄົນ ກໍໄດ້ພັກອາສັຍຢູ່ໃນຫໍພັກ ທີ່ໂຮງງານຈັດສັນໃຫ້ ໂດຍໂຮງງານ ຈະຈ່າຍຄ່າເຂົ້່າໃຫ້ ຕັ້ງແຕ່ວັນທີ 1 ຫາວັນທີ 11 ເມສາ ສ່ວນຈາກວັນທີ 12 ຫາ 19 ເມສາ ນັ້ນໂຮງງານຈະຈ່າຍເປັນ ເງິນເດືອນແບບ ຣາຍວັນໃຫ້.

ໂຮງງານຕັດຫຍິບເຄື່ອງແບບ ແຫ່ງນຶ່ງ ຢູ່ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ກໍໄດ້ຢຸດກິຈການຊົ່ວຄາວ ເຊັ່ນກັນແຕ່ການສົ່ງ ອອກສິນຄ້າຕາມຄຳສັ່ງຊື້ຈາກລູກຄ້ານັ້ນ ຍັງຈະດຳເນີນງານຕໍ່ໄປ ເນື່ອງຈາກໂຮງງານມີ ສະຕ໊ອກ ສິນຄ້າໄວ້ຈຳນວນນຶ່ງ.

“ເຮົາເຮັດວຽກຊ້ຳມື້ວານນີ້ ມື້ນີ້ເຮົາປິດເພາະ ອິງຕາມຂັ້ນເທິງ ຂະເຈົ້າປິດຊົ່້ວຄາວ ແຕ່ເຮົາກໍພັກບາງຜແນກ ບາງຜແນກທີ່ເຄື່ອງຍັງອອກ ເຂົາເຈົ້າຈະຕ້ອງສົ່ງເຄື່ອງອອກຢູ່ ເຣື້ອງຫຍິບເຮົາຢຸດແລ້ວ ມີແຕ່ເຮົາ ຈະສົ່ງເຄື່ອງອອກ ແມ່ນເຮົາຫຍິບໄວ້ກ່ອນ ເພາະເຄື່ອງເຮົາໄດ້ແລ້ວ.”

ທ່ານກ່າວຕື່ມວ່າ ສຳລັບພະນັກງານພາຍ ໃນໂຮງງານທັງຫມົດ 1000 ປາຍຄົນນັ້ນສ່ວນໃຫຍ່ ກໍໄດ້ເດີນທາງກັບບ້ານ ຂອງໃຜລາວແລ້ວ ໂດຍທາງໂຮງງານ ໄດ້ຈ່າຍເງິນເດືອນໃຫ້ ພວກຂະເຈົ້າໃນໄລຍະ ຢຸດວຽກ ຊົ່ວຄາວນີ້.

ໂຮງງານຫຍິບເສື້ອໂປໂລ ແຫ່ງນຶ່ງຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ກ່າວວ່າໂຮງງານຂອງຕົນໄດ້ຢຸດກິຈການ ຕັ້ງແຕ່ວັນທີ 18 ມິນາ ຜ່ານມາ ກ່ອນຈະມີແຈ້ງການຂອງ ກະຊວງອຸດສາຫະກັມ ແລະ ການຄ້າ ເນື່ອງຈາກວ່າ ບໍ່ມີຄຳສັ່ງຊື້ສິນຄ້າ ຈາກລູກຄ້າ.

“ໂຕນີ້ເຮົາຢຸດຊົ່ວຄາວເລີ້ມປິດປະມານ ໄດ້ເກືອບສອງອາທິດແລ້ວ ຊ່ວງນີ້ມັນບໍ່ມີອອກເດີ ພາຍໃນປະເທດແຫລະເຈົ້າ.”

ທ່ານກ່າວຕື່ມວ່າ ພະນັກງານຢູ່ໃນໂຮງງານທັງຫມົດ ປະມານ 20 ປາຍຄົນ ໃນໄລຍະນີ້ ກໍວ່າງງານ ທາງໂຮງງານ ກໍບໍ່ໄດ້ຈ່າຍເງິນເດືອນ ໃຫ້ແກ່ຂະເຈົ້າ ຄືກັບໂຮງງານຂນາດໃຫຍ່ ຍ້່ອນບໍ່ມີຣາຍໄດ້ເຂົ້າມາ ທາງໂຮງງານຈື່ງ ຢາກສເນີ ພາກສ່ວນກ່ຽວຂ້ອງ ຊ່ອຍອຸດຫນູນເງິນ ປະກັນສັງຄົມ ໃຫ້ແກ່ພະນັກງານ ທີ່ວ່າງງານໃນໄລຍະການ ແຜ່ຣະບາດຂອງເຊື້ອໂຣຄ ໂຄວິດ-19 ນີ້.

ເຈົ້າຫນ້າທີ່ກະຊວງອຸດສາຫະກັມ ແລະການຄ້າກ່າວວ່າ ເພື່ອສະກັດກັ້ນ ບໍ່ໃຫ້ໂຣຄໄວຣັສໂຄວິດ-19 ແຜ່ລາມໄປວົງກວ້າງທາງການຈຶ່ງໄດ້ ອອກແຈ້ງການໃຫ້ປິດການດຳເນີນງານ ກິຈການໂຮງງານຊົ່ວຄາວ ຍົກເວັ້ນ ໂຮງງານຜລິດສິນຄ້າບໍຣິໂພກ ຢາປົວພຍາດ ແລະສິນຄ້າທີ່ ຈຳເປັນປະເພດອື່ນໆ.

ສ່ວນເຣື້ອງເງິນສວັດດີການສັງຄົມ ສຳລັບພະນັກງານ ທີ່ເຮັດວຽກຢູ່ໂຮງງານອຸດສາຫະກັມ ທີ່ມີປະກັນສັງຄົມນັ້ນ ຍັງຢູ່ຂັ້ນຕອນການປຶກສາ ຫາລື ກັບພາກສ່ວນກ່ຽວຂ້ອງຢູ່ ທ່ານວ່າ ໂຮງງານອຸດສາຫະກັມ ໃດກໍຕາມທີ່ຈົດທະບຽນ ປະກອບກິຈການກັບທາງການ ຕ້ອງຈ່່າຍເງິນໃຫ້ ແກ່ພະນັກງານ ຜູ້ທີ່ໄດ້ຢຸດວຽກຊົ່ວຄາວ ໃນໄລຍະທີ່ມີການແຜ່ຣະບາດ ຂອງເຊື້ອໄວຣັສໂຄວິດ 19 ນີ້.

“ຄ່າແຮງງານທີ່ວ່າຈະຈ່າຍໃຫ້ພະນັກງານໂຕນີ້ ທາງເຮົາກໍໄດ້ຫາລືກັນຢູ່ ຊິເປັນລັກສນະໃດ ໃນສວັດດີການທີ່ວ່າ ໃນຊ່ວງທີີ່ວ່າພະນັກງານ ພັກຫັ້ນນ່າ ແຕ່ວ່າໃນເບື້ອງຕົ້ນກໍໍຖ້າວ່າ ບໍ່ມີການຜລິດ ເຣື້ອງເງິນ ເດືອນ ກໍຢາກໃຫ້ຈ່າຍຕາມປົກກະຕິ ຫັ້ນແຫລ້ວ ແຕ່ວ່າເຣື້ອງການຜລິດ ເຣຶ້ື້ອງໂອທີກໍບໍ່ຊ່າງ ປະຕິບັດ ຊ່ອຍກັນຫັ້ນແຫລ້ວ ແກ້ໄຂໄປນຳກັນໂຕນີ້ນ່າ."

ທ່ານກ່າວຕື່ມວ່າ ສ່ວນການສົ່ງອອກສິນຄ້າ ໄປຕ່່າງປະເທດນັ້ນ ໂຮງງານອຸດສາຫະກັມ ຍັງສາມາດດຳເນີນການສົ່ງອອກສິນຄ້າໄດ້ຕາມ ປົກກະຕິ ເນື່ອງຈາກທາງການ ໄດ້ຈັດເວນພະນັກງານຣັຖ ມາປະຈຳ ຫ້ອງການເພື່ອໃຫ້ບໍຣິການ ວຽກງານເອກສານ ຕາມວັນແລະເວລາ ທາງການ.

ຢ່າງໃດກໍຕາມ ເຈົ້າຫນ້າທີ່ກະຊວງອຸດສາຫະກັມແລະການຄ້າ ກ່າວມ້ວນທ້າຍວ່າການແຈ້ງການປິດກິຈການ ໂຮງງານຊົ່ວຄາວຕັ້ງແຕ່ວັນທີ 1 ຫາ ວັນທີ 19 ເມສາ ນີ້ອາດຈະເລື່ອນເວລາອອກໄປຈົນກວ່າ ພາກສ່ວນກ່ຽວຂ້ອງສາມາດ ຄວບຄຸມການແຜ່ຣະບາດຂອງເຊື້ອໂຣຄ ໂຄວິດ-19 ໄດ້ຢ່າງປົກກະຕິ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.