ທາງການລາວຮຽກຮ້ອງໃຫ້ ໂຮງງານ ຕັດຫຍິບ ຍົກລະດັບ
2021.02.18
ທາງການລາວ ຮຽກຮ້ອງໃຫ້ໂຮງງານ ອຸດສາຫະກັມຕັດຫຍິບ ຂນາດໃຫຍ່ໃນລາວ ປັບປຸງຄຸນນະພາບແຮງງານ, ສີມືແຮງງານ, ມາຕຖານການຜລິດ ແລະມາຕຖານຂອງໂຮງງານ ເພື່ອເຮັດໃຫ້ ອຸດສາຫະກັມຕັດຫຍິບໃນລາວ ເຕີບໃຫຍ່ຂຍາຍໂຕຢ່າງມີ ຄຸນນະພາບ ແລະໄດ້ມາຕຖານສາກົລ, ດັ່ງເຈົ້າໜ້າທີ່ ສະພາການຄ້າ ແລະ ອຸດສາຫະກັມແຫ່ງຊາດ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 18 ກຸມພາ ນີ້ວ່າ:
“ຕາມແຜນຍຸທສາດ ວ່າຢາກໃຫ້ມັນໄດ້ຄຸນນະພາບ ຂຶ້ນສູງຫັ້ນແຫຼະ ກະບໍ່ໄດ້ເວົ້າເຖິງເລິກເຊິ່ງປານໃດຫັ້ນນ່າ ເຣື່ອງມາຕຖານ ກະມີແຕ່ເວົ້າເຣື່ອງປັບປຸງ ເຣື່ອງສີມືແຮງງານ ຂອງເຮົາ ໃຫ້ມັນດີຂຶ້ນຊື່ໆຫັ້ນນ່າ, ສ່ວນຫຼາຍຕລາດໃຫຍ່ ກະແມ່ນຢຸໂຣບຫັ້ນແຫຼະ ເພາະວ່າ ເຮົາໄດ້ສິດທິພິເສດເດ້.”
ທ່ານກ່າວຕື່ມວ່າ ຜລິຕພັນຕັດຫຍິບຂອງລາວ ເຊັ່ນ: ໂສ້ງ, ເສື້ອ ແລະເຄື່ອງນຸ່ງຫົ່ມຕ່າງໆ ສ່ວນຫຼາຍຈະສົ່ງໄປຢຸໂຣບ ແລະສ້າງ ລາຍໄດ້ໃຫ້ປະເທດລາວ ເປັນຈໍານວນຫຼາຍຮ້ອຍ ລ້ານໂດລາ ໃນແຕ່ລະປີ, ໃນຂນະທີ່ ຄຸນນະພາບຊີວິດແຮງງານ, ສີມືແຮງງານ ແລະ ມາຕຖານໂຮງງານ ຍັງບໍ່ທັນຍົກສູງ ໄດ້ຢ່າງມີຄຸນນະພາບ ແລະໄດ້ມາຕຖານສາກົລເທົ່າທີ່ຄວນ.
ເຈົ້າໜ້າທີ່ໂຮງງານຕັດຫຍິບ ຂນາດກາງແຫ່ງນຶ່ງ ໃນແຂວງສວັນນະເຂດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ສິ່ງທີ່ຫຍຸ້ງ ຍາກຂອງອຸດສາຫະກັມ ຕັດຫຍິບໃນລາວ ຄື ສີມື ແຮງງານເຫັນວ່າ ບໍ່ທັນໄດ້ມາຕຖານ ທີ່ດີທີ່ສຸດ, ເນື່ອງຈາກແຮງງານລາວ ບໍ່ໄດ້ຜ່ານການຝຶກອົບຮົມ ດ້ານຕັດຫຍິບມາໂດຍຕົງ, ເມື່ອເຂົ້າມາເຮັດວຽກ ໃນໂຮງງານແລ້ວ ໂຮງງານ ກໍຕ້ອງໄດ້ສົ່ງໄປຝຶກອົບຮົມ 3 ຫາ 5 ເດືອນ ກ່ອນ ຈຶ່ງຈະໄດ້ເລີ່ມເຮັດວຽກ, ດັ່ງທ່ານກ່າວວ່າ:
“ແຮງງານເຮົາ ແມ່ນຍັງບໍ່ທັນມີເນາະ (ຝຶກອົບຮົມ) ບາງເທື່ອກະຄື ປີຜ່ານມາ ບາງເທື່ອເຮົາກະສົ່ງໄປຈໍາປາສັກ ເນາະ, ເພາະ ຈໍາປາສັກ ມີ (ສູນຝຶກອົບຮົມສີມືແຮງງານ) ເຮົາກະໂທ ປະສານກັນ, ຫຼັງຈາກນັ້ນ ເຮົາຈະສົ່ງແຮງງານ ເຮົາໄປຝຶກຢູ່ຈໍາປາສັກ ເລີຍເນາະ ມັນເປັນຈັັ່ງຊັ້ນເນາະ.”
ເຈົ້າໜ້າທີ່ໂຮງງານຕັດຫຍິບຜູ້ນີ້ ກ່າວຕື່ມວ່າ ໂຮງງານຕັດຫຍິບສ່ວນຫຼາຍ ຕ້ອງການແຮງງານ ທີ່ມີສີມືດີ ໂດຍບໍ່ຕ້ອງສອນວຽກ ດົນເກີນໄປ ຫຼືສົ່ງໄປຮຽນເພີ່ມ ເພາະນັ້ນເຮັດໃຫ້ ໂຮງງານຕັດຫຍິບ ມີຄ່າໃຊ້ຈ່າຍເພີ່ມຂຶ້ນ ແລະມີຄວາມສ່ຽງສູງ ທີ່ແຮງງານ ຈະລາອອກໄປກໍມີ.
ເຈົ້າໜ້າທີ່ໂຮງງານຕັດຫຍິບ ດິບຫວູ ໃນນະຄອນຫຼວງວຽງຈັນ ຜູ້ບໍ່ປະສົງອອກຊື່ແລະສຽງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ບໍຣິສັດຕັດຫຍິບສ່ວນຫຼາຍ ຈະຄິດໄລ່ເປັນເງິນຜລິດ, ຈະບໍ່ຈ່າຍເປັນເງິນເດືອນ ເຊັ່ນ: ຖ້າຫຍິບຫຼາຍກະໄດ້ຫຼາຍ, ແຕ່ຫາກຫຍິບໄດ້ ໜ້ອຍກວ່າເງິນເດືອນຂັ້ນຕໍ່າ ທີ່ຣັຖບານກໍານົດ ແມ່ນຈະຈ່າຍຕາມເງິນເດືອນ ຂັ້ນຕໍ່າ ຄື: 1,100,000 ກີບເທົ່ານັ້ນ ຈະບໍ່ຈ່າຍເງິນ ເພີ້ມອື່ນໆ.”
ຂນະທີ່, ພະນັກງານຕັດຫຍິບ ຂອງໂຮງງານຕັດຫຍິບ ແຫ່ງນຶ່ງ ໃນນະຄອນຫຼວງ ວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ ໂຮງງານຕັດຫຍິບບາງແຫ່ງ ເຮັດວຽກມາຫຼາຍ ປີແລ້ວກໍບໍ່ມີ ຄຸນນະພາບຊີວິດທີ່ດີ, ບໍ່ມີປະກັນສັງຄົມ, ບໍ່ມີປະກັນສຸຂພາບ ແລ້ວຍັງກົດຂີ່ແຮງງານ ໃຫ້ເຮັດວຽກໜັກຈົນເກີນໄປ ຈົນແຮງງານລາວ ສ່ວນໃຫຍ່ ເລືອກທີ່ຈະລາອອກ ແລ້ວໄປເຮັດວຽກນໍາ ໂຮງງານ ຕັດຫຍິບແຫ່ງໃໝ່:
“ຂ້ອຍກະເມື່ອຍແລ້ວ ອັນເຄື່ອງສົ່ງມາມື້ນຶ່ງ ສອງມື້ຢາກໄດ້ ບາດນີ້ເຮັດຕ້ອງໄດ້ຄຸນນະພາບໃດ໋, ພະນັກງານພັດ 300-400 ບາດນີ້ ເພາະວ່າມັນບັງຄັບຫຼາຍເດ້, ຄົນພັດບໍ່ເກັ່ງ ຄົນເກັ່ງສັບພອດໝົດໃດ໋, ເຂົາມີສວັດດີການ ມາສັບພອດ, ເງິນປີເຂົາອອກ ໄດ້ຜູ້ນຶ່ງບວກ ໃສ່ເງິນເດືອນ 5 ລ້ານ 6 ລ້ານ ພະນັກງານເຂົາກະຢູ່ໄດ້ ນັ້ນເງິນປີ ບໍ່ໃຫ້ເຂົາ ເຮັດໄປວັນໆ.”
ສ່ວນພະນັກງານຕັດຫຍິບ ອີກແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຕົນເຮັດວຽກຢູ່ໂຮງງານ ຕັດຫຍິບຂນາດກາງ ມາໄດ້ 2 ປີປາຍ, ເຮັດວຽກໄດ້ແຕ່ເງິນເດືອນຊື່ໆ ບໍ່ມີປະກັນສັງຄົມ, ບໍ່ມີສວັດດີການໃຫ້, ແຕ່ຖ້າຫາກເປັນ ໂຮງງານ ຕັດຫຍິບຂນາດໃຫຍ່ ທີ່ມີຄຸນນະພາບ ແລະໄດ້ມາຕຖານ ກໍຈະມີສວັດດີການສັງຄົມ ໃຫ້ຄົນແຮງງານທຸກຄົນ:
“ປະກັນຫຍັງບໍ່ມີ, ໂອທີ ບາງມື້ກະມີ, ບາງມື້ກະບໍ່ມີ ກະຄືຂ້ອຍເຮັດຢູ່ນີ້ ກະອີງຕາມໃຜເຮັດວຽກດີ ກະມີໃຫ້ (ສວັດດີການ) ເປັນວຽກເປັນງານ ບາງບ່ອນກະມີ ບາງບ່ອນກະບໍ່ມີ ຄືທີ່ອ້າຍບອກ.”
ເມື່ອປີ 2020 ຜ່ານມານີ້ ກໍເຄີຍມີຄົນງານຕັດຫຍິບ ຮວມກັນກຸ່ມປະທ້ວງ ໂຮງງານຕັດຫຍິບ ລາວຄອມຟອດກາເມັ້ນ ຂອງຈີນ ຍ້ອນບໍ່ຍອມຈ່າຍເງິນ ເດືອນຕາມກໍານົດ ເຊິ່ງໂຮງງານ ດັ່ງກ່າວ ເປັນໂຮງງານຕັດຫຍິບ ເຄື່ອງນຸ່ງ ທີ່ສົ່ງອອກໄປຈີນ ແລະຢຸໂຣບ.
ສໍາລັບການຍົກສູງ ອຸດສາຫະກັມ ຕັດຫຍິບໃນລາວ ເພື່ອໃຫ້ມີຄຸນນະພາບ ແລະໄດ້ມມາຕຖານສາກົລນັ້ນ ໂຮງງານຕັດຫຍິບ ທຸກແຫ່ງ ຕ້ອງໄດ້ເບິ່ງແຍງເອົາໃຈໃສ່ ຄຸນນະພາບ ແຮງງານ, ມີການຝຶກອົບຮົມສີມືແຮງງານ, ໃຫ້ສວັດດີການຕ່າງໆ ຢ່າງເໝາະສົມ ເພື່ອໃຫ້ຄົນງານທຸກຄົນ ມີສິດແລະຜົນປະໂຫຍດ ຕາມກົດໝາຍ.
ນອກຈາກນີ້ ໂຮງງານຕັດຫຍິບແຕ່ລະແຫ່ງ ກໍຕ້ອງມີມາຕຖານໃນການຜລິດ ທັງທາງດ້ານຄວາມສະອາດ ແລະຄວາມປອດໄພ ໃນໂຮງງານນໍາດ້ວຍ.