ມີຄົນລັກຖອນເງິນ ຈາກບັນຊີ ແບບ ບໍ່ຮູ້ໂຕ

ໄມຊູລີ
2018.04.25
F-Bcel ທະນາຄານ BCEL ທີ່ ນະຄອນຫລວງວຽງຈັນ
Public Domain

ມີການລັກຖອນເງິນຈາກບັນຊີ ທະນາຄານ ຕ່າງປະເທດ ຂອງແມ່ຍິງລາວ ແບບບໍ່ຮູ້ສາເຫດຈໍານວນ 10 ລ້ານ 3 ແສນກີບ ແລະ ທາງ ທະນາຄານ ກໍກໍາລັງ ກວດສອບຢູ່.

ໃນວັນທີ 14 ເມສາ 2018 ຜ່ານມານີ້ເວລາ 5 ໂມງແລງ ມີຊາວລາວຜູ້ນຶ່ງ ຢູ່ບ້ານເກິນ ເມືອງທຸຣະຄົມ ແຂວງວຽງຈັນ ແຈ້ງວ່າມີການ ຖອນເງິນ ຈາກຕ່າງປະເທດ ໃນບັນຊີທະນາຄານຂອງຕົນທັງໝົດ 10 ລ້ານ 3 ແສນກີບ; ດັ່ງປະຊາຊົນ ຜູ້ເສັຍຫາຍກ່າວຕໍ່ ວິທຍຸເອເຊັຍ ເສຣີ ໃນວັນທີ 25 ເມສ ນີ້ວ່າ:

“ຄືຈັ່ງຊິ້ເນາະ ຢູ່ດີໆໂທຣະສັບ ຂ້ອຍມີແອັປ BCEL ONE ເນາະ ແລະຢູ່ດີໆ ກໍມີແຈ້ງເຕືອນຂຶ້ນມາ ຖືກຖອນເງິນຈາກຕ່າງປະເທດ ຖອນເທື່ອລະ 5 ລ້ານ ແລ້ວຕອນນີ້ຍັງບໍ່ຮູ້ວ່າ ມັນແມ່ນປະເທດໃດ ຕອນນີ້ກໍຍັງບໍ່ຮູ້ເທື່ອວ່າທະນາຄານ ກໍາລັງເຮັດຫຍັງຢູ່ເນາະ ມີແຕ່ ເພິ່ນໃຫ້ຖ້າ ປະມານທິດສອງທິດ ເພິ່ນຈັ່ງສິໃຫ້ຄໍາຕອບ ເພາະທາງ ທະນະຄານເພິ່ນຕ້ອງໄດ້ check ຣະບົບ.”

ຜູ້ເສັຍຫາຍອະທິບາຍວ່າ ຕົນໄດ້ຮັບຂໍ້ຄວາມແຈ້ງເຕືອນຜ່ານ app BCEL ONE ອອກໂດຍທານະຄານ ການຄ້າຕ່າງປະເທດ ມະຫາຊົນ ວ່າຖືກຖອນເງິນ ຈາກຕ່າງປະເທດ 2 ເທື່ອ ເທື່ອລະ 5 ລ້ານປາຍກີບ ຮວມທັງໝົດເປັນ 10 ລ້ານປາຍກີບ ເສັຍຄ່າຖອນ ເງິນຈາກຕ່າງ ປະເທດ ເທື່ອລະແສນປາຍກີບ ແລະຄ່າບໍຣິການ ກວດຍອດເງິນຈາກຕ່າງປະເທດ 4 ພັນປາຍກີບ ຮວມທັງໝົດ 10 ລ້ານ 3 ແສນກີບ ໂດຍໃຊ້ເວລາພຽງ 2 ນາທີ.

ຫລັງຈາກນັ້ນ ຜູ້ເສັຍຫາຍ ໄດ້ນໍາເອົາຫລັກຖານຖອນເງິນ ຈາກຕ່າງປະເທດ ໄປແຈ້ງຕໍ່ເຈົ້າໜ້າທີ່ ທະນາຄານການຄ້າ ຕ່າງປະເທດ ສາຂາ ວຽງຈັນໃນມື້ວັນທີ 19 ເມສາ 2018 ເພື່ອກວດສອບສາເຫດວ່າ ເປັນຫຍັງເງິນຈຶ່ງຖືກຖອນ ໂດຍບໍ່ໄດ້ຮັບອະນຸຍາດ,

ເຈົ້າໜ້າທີ່ ທະນາຄານການຄ້າ ຕ່າງປະເທດລາວເວົ້າວ່າ ຮັບຊາບບັນຫານີ້ ແລະຂໍເວລາກວດສອບ ຣະບົບການຖອນເງິນ ຂອງທະນາຄານ ແລະການເຄື່ອນໄຫວບັນຊີ ຂອງຜູ້ເສັຍຫາຍຄືນໃໝ່ ຄາດວ່າຈະໃຊ້ເວລາ 1-2 ອາທິດ.

ເຖິງຢ່າງໃດກໍຕາມ ຕໍ່ບັນຫານີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຍັງ ທະນາຄານ ການຄ້າຕ່າງປະເທດ ໃນມື້ວັນທີ 25 ເມສາ 2018 ນີ້ເພື່ອ ຣາຍລະອຽດ ແລະຄວາມຄືບໜ້າ ແຕ່ເຈົ້າໜ້າທີ່ທະນາຄານເວົ້າວ່າ ກໍາລັງດໍາເນີນການ ກວດສອບເຣື້ອງບັນຊີຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.