ປະທານສະຖາບັນການເງິນ ຈຸລພາກ ຖືກຈັບແລ້ວ

ຈໍາປາທອງ
2018.06.20
F-Micro-finance ຄນະຜູ້ຕາງໜ້າຈາກ ທະນາຄານກາງ ແລະ ເຈົ້າໜ້າທີ່ ເມືອງນາຊາຍທອງ ຮ່ວມກັນໄກ່ເກັ່ຽ ແກ້ບັນຫາ ການຝາກ-ຖອນເງິນ ຂອງ ສະຖາບັນການເງິນຈຸລພາກ ທີ່ ນະຄອນຫຼວງວຽງຈັນ
ພາບຖອນຈາກເຟສບຸກ : ທະນາຄານ ແຫ່ງ ສປປ ລາວ

ທ່ານ ສົມຈິດ ບູນເລື່ອມ ອະດີດປະທານສະຖາບັນການເງິນຈຸລພາກ ທີ່ຮັບຝາກເງິນ ຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ພ້ອມກັບ ທີມງານຈຳນວນນຶ່ງ ໄດ້ຖືກເຈົ້າໜ້າທີ່ຕຳຣວດເສຖກິຈຈັບແລ້ວ ໃນອາທິດນີ້ ໃນຂໍ້ຫາສໍ້ໂກງເງິນປະຊາຊົນ ທີ່ເປັນລູກຄ້າ ຈຳນວນຫຼາຍຕື້ກີບ.

ພາຍຫຼັງທີ່ມີປະຊາຊົນຜູ້ຝາກເງິນຈຳນວນນຶ່ງ ໄປແຈ້ງຄວາມຕໍ່ ທ່ານເຈົ້າເມືອງ ຂໍໃຫ້ພາກສ່ວນກ່ຽວຂ້ອງ ຈັບໂຕຜູ້ກ່ຽວ ເພາະຜູ້ຝາກເງິນ ໄດ້ຮັບຄວາມເດືອດຮ້ອນ ຍ້ອນຖອນເງິນບໍ່ໄດ້ ຕາມຄວາມຕ້ອງການ, ຕາມການຊີ້ແຈງຂອງເຈົ້າໜ້າທີ່ ເມືອງນາຊາຍທອງທ່ານນຶ່ງ ຕໍ່ວິທຍຸ ເອເຊັຍເສຣີ:

"ເພິ່ນວ່າຊັ້ນ ຈັບແລ້ວ ກັບຄນະເພິ່ນຫັ້ນ ດຳເນີນຄະດີແລ້ວ ວ່າຊັ້ນນະ ເພີິ່ນກະເຮັດໃບສເນີໄປພູ້ນແລ້ວ ໄປຫາເຈົ້າເມືອງພູ້ນແຫຼະ ພະນັກງານຜູ້ຮອງລາວ ກະບໍ່ເຫັນມາຫຼາຍອາທິດແລ້ວ ທາງທະນາຄານກາງເພິ່ນກຳລັງ ພິຈາຣະນາຄົ້ນຄວ້າສລຸບບັນຊີ."

ເຈົ້າໜ້າທີ່ກ່າວຕື່ມວ່າຫລ້າສຸດ ທ່ານ ສົມຈິດ ພ້ອມກັບຄນະທີມງານອີກບາງຄົນ ຊຶ່ງຍັງບໍ່ມີຈຳນວນລະອຽດ ກຳລັງຖືກເຈົ້າໜ້າທີ່ຕຳຣວດ ສອບສວນສືບສວນຢູ່ ແຕ່ບໍ່ຮູ້ຣາຍລະອຽດຄວາມຄືບໜ້າ. ພາຍຫຼັງທີ່ບັນດາລູກຄ້າ ໄດ້ຮູ້ຂ່າວການຈັບກຸມນັ້ນແລ້ວ ຫຼາຍຄົນກໍຫວັງວ່າຜູ້ກ່ຽວ ແລະ ພັກພວກຈະຖືກດຳເນີນຄະດີ ຕາມກົດໝາຍຢ່າງເດັດຂາດ ພ້ອມທັງນໍາເງິນທີ່ສໍ້ໂກງໄປນັ້ນຄືນໃຫ້ສະຖາບັນ ເພື່ອທີ່ຈະໃຫ້ປະຊາຊົນ ໄດ້ມາຖອນອອກໄປ.

ກ່ອນໜ້ານີ້ ທ່ານ ສົມຈິດ ໄດ້ກ່າວກັບວິທຍຸ ເອເຊັຍເສຣີ ວ່າຕົນບໍ່ໄດ້ສໍ້ໂກງ ປະຊາຊົນແຕ່ຢ່າງໃດ ສາເຫດທີ່ບໍ່ເງິນໃຫ້ລູກຄ້າຖອນໄປນັ້ນ ຍ້ອນມີລູກຄ້າຈຳນວນນຶ່ງມາ ກູ້ເງິນໄປເຮັດການຜລິດ ແລະ ທາງສະຖາບັນ ບໍ່ສາມາດເກັບເງິນກູ້ຢືມນັ້ນຄືນມາໄດ້ ຕາມແຜນການທີ່ວາງໄວ້ ເຮັດໃຫ້ບໍ່ມີເງິນໝູນວຽນ ແຕ່ກໍຮັບປະກັນວ່າຈະຫາເງິນໝູນວຽນ ມາໃຫ້ລູກຄ້າຖອນໄດ້.

"ໃນສະພາບປະຈຸບັນ ຜູ້ຢືມເງິນ ກູ້ເງິນຫຍັງໄປເຮັດການຜລິດນີ້ນະ ແລ້ວມັນກະມີສະພາບເກັບໜີ້ຫັ້ນບໍ່ໄດ້ຕາມແຜນເນາະ ເກັບໜີ້ເງິນກູ້ ຈາກລູກຄ້າ ຫັ້ນນະ ກະສິນຳເງິນນຳຄຳອອກມາແກ້ໄຂ ໃຫ້ແກ່ສະມາຊິກ ໃຫ້ແກ່ລູກຄ້າຫັ້ນແຫຼະ ເປັນແຕ່ລະມື້ ໂດຍພວກເຮົາສິແຈ້ງ ລາຍຊື່ອອກເນາະ."

ມີຣາຍງານຕື່ມວ່າ ປະຈຸບັນສະຖາບັນການເງິນແຫ່ງນີ້ ຍັງເປີດຕາມປົກກະຕິ ແຕ່ລະມື້ມີເງິນໃຫ້ລູກຄ້າມາຖອນອອກ ຄົນນຶ່ງປະມານ 50 ພັນ ຫາ 100 ພັນກີບ ເທົ່ານັ້ນ, ຊຶ່ງທາງທະນາຄານກາງ ຈະພຍາຍາມແກ້ໄຂບັນຫານີ້ ໃຫ້ສຳເຣັດໂດຍໄວ.

ສະຖາບັນການເງິນຈຸລພາກ ທີ່ຮັບເງິນຝາກ ເປີດໃຫ້ບໍຣິການມາຕັ້ງແຕ້ປີ 2001 ໂດຍເປີດບໍຣິການ ໃຫ້ປະຊາຊົນມາ ຝາກ-ຖອນ ຮວມທັງ ບໍຣິການເງິນກູ້ ໂດຍມີລູກຄ້າສ່ວນໃຫຍ່ຢູ່ໃນ ນະຄອນຫຼວງວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.