ປ່າໄມ້ຄວນຖືກຄຸ້ມຄອງຢ່າງ ເຄັ່ງຄັດ

ສົມເນ
2015.07.31
F-loggings ການຕັດໄມ້ ຢູ່ ແຂວງບໍຣິຄໍາໄຊ
AFP

ນັກ ຊ່ຽວຊານ ດ້ານ ອານຸຮັກ ສັດປ່າ ແລະ ນາໆຊີວະພັນ WWF ເຂດ ອານຸ ພູມີພາກ ແມ່ນໍ້າຂອງ, ໄດ້ ຕອບ ຄໍາຖາມ ເອເຊັຽ ເສຣີ ເມື່ອ ວັນທີ 29 ກໍຣະກະດາ ຢູ່ ບາງກອກ ກ່ຽວກັບ ສະຖານະການ ການ ສົ່ງອອກ ໄມ້ ໃນລາວ, ຫລັງຈາກ ກອງປະຊຸມ ສົນທະນາ ເຣື້ອງ ຊີວະນາໆພັນ ໃນ ອານຸ ພູມີພາກ ແມ່ນໍ້າຂອງ ສິ້ນສູດລົງ ວ່າ: ຄວາມ ຕ້ອງການ ໄມ້ ດິ ຣາຄາ ແພງ ຢູ່ ວຽດນາມ ຊຶ່ງ ເຮັດໃຫ້ ມີການ ຂົນສົ່ງໄມ້ ອອກຈາກ ລາວ, ກໍາພູຊາ ແລະ ປະເທດໄທ ເຮັດໃຫ້ ມີການ ຕັດໄມ້ ທໍາລາຍ ປ່າ ຢ່າງໃຫຽ່. ໄມ້ ທີ່ ຂົນ ອອກຈາກ ລາວ ມີຢູ່ຕໍ່ເນື່ອງ ແລະ ເປັນ ຈໍານວນ ຫຼວງຫຼາຍ.

ເມື່ອ ຖາມວ່າ ຕໍ່ ບັນຫານີ້ ລາວ ຄວນເຮັດແນວ ໃດ. ທ່ານThomas Gray ຜູ້ຈັດການ ຊີວະນາໆພັນ ເຂດອານຸ ພູມີພາກ ແມ່ນໍ້າຂອງ ກ່າວວ່າ:

"ສໍາລັບ ຣັຖບານລາວ ແລ້ວ ຂ້ອຍ ຄິດວ່າ ຂໍ້ມູນ ທັງໝົດ ລາວ ກໍມີຢູ່ແລ້ວ ມີແຕ່ວ່າ, ລາວ ຕ້ອງລົງມື ປະຕິບັດ ຢ່າງ ຈິງຈັງ ເປັນຕົ້ນ ຈັດຕັ້ງ ຣະບຽບ ກົດໝາຍ ອຸດສາ ຫະກັມ ໄມ້ ໃຫ້ດີ ຂຶ້ນຕື່ມ, ຊຶ່ງ ຈະນໍາ ຣາຍໄດ້ ພາສີ ຈໍານວນ ມະຫາສານ ໃຫ້ ສປປລາວ ຖ້າຫາກ ວ່າ ການຄຸ້ມຄອງ ເປັນໄປ ໃນທາງ ທີ່ ໂປ່ງໄສ ຫຼາຍຂຶ້ນ ກວ່ານີ້ ແລະ ມີລັກສນະ ຍືນຍົງ".

ເປັນທີ່ ຮູ້ດີວ່າ ໃນ ແຕ່ລະປີ ການສົ່ງອອກ ໄມ້ ຈາກ ສປປ ລາວ ແບບຜິດ ກົດໝາຍ ແລະ ຖືກ ກົດໝາຍ, ໄປ ປະເທດ ວຽດນາມ ມີຢ່າງ ຫຼວງຫຼາຍ, ແຕ່ ຣາຍໄດ້ ເຂົ້າ ປະເທດ ບໍ່ ຮອດ ເຄິ່ງນຶ່ງ, ຍ້ອນວ່າ ການ ຄຸ້ມຄອງ ປ່າໄມ້ ໃນລາວ ບໍ່ຖືກ ຈັດຕັ້ງ ປະຕິບັດ ຢ່າງ ເຄັ່ງຄັດ ເທົ່າທີ່ຄວນ.

ຢູ່ໃນ ເວທີ ສົນທະນາ ຫົວເຣື້ອງ ສູນເສັຽ ແມ່ນໍ້າຂອງ ຢູ່ທີ່ ສໍານັກງານ ສະມາຄົມ ນັກຂ່າວ ຕ່າງປະເທດ ທີ່ ບາງກອກ, ນັກຊ່ຽວຊານ ອານຸຮັກ ຊີວະນາໆພັນ ໄດ້ ສຸມໃສ່ ການ ປົກປ້ອງ ສັຕ ທີ່ ກໍາລັງ ສູນພັນ, ເປັນຕົ້ນ ເສືອ ບ່າງ ກັບແກ້ ປາໃນ ແມ່ນໍ້າຂອງ ແມງມຸມ ບໍ່ມີຕາ ທີ່ ອາໄສຢູ່ ໃນຖໍ້າ ແລະ ອື່ນໆ ຫຼາຍຮ້ອຍ ຊນິດ, ດຣ.ເກຣ ກ່າວ ວ່າ ອານຸ ແມ່ນໍ້າຂອງ ເປັນນຶ່ງ ຂອງ ໂລກ ທີ່ ອຸດົມ ຮັ່ງມີ ດ້ວຍ ຊີວະນາໆພັນ. ຖ້າຫາກ ເຮົາ ປົກປ້ອງ ບໍ່ໃຫ້ ມັນ ສູນພັນ ໄປ, ມັນມີ ຄວາມ ສໍາຄັນ ທີ່ ຣັຖບານ ຕ້ອງ ລົງທຶນ ທາງດ້ານ ອານຸຮັກ ແລະ ຍຸທສາຕ ເສຖກິດ ຍືນຍົງ, ແຕ່ວ່າ ມັນ ບໍ່ເປັນ ເຊັ່ນນັ້ນ.

ອານຸ ພູມິພາກ ແມ່ນໍ້າຂອງ ໄດ້ ສູນເສັຽ ນຶ່ງສ່ວນສາມ ຂອງ ປ່າໄມ້ ທັງໝົດ, ໃນ ລະຍະ 35-40 ປີ ມານີ້ ແລະ ຈະເຫຼືອຢູ່ ຣະຫ່ວາງ 10-20 ສ່ວນຮ້ອຍ ພາຍໃນ ປີ 2030. ເມື່ອ ເວົ້າເຣື້ອງ ເສືອ ນັ້ນ ຈະວ່າ ມັນ ດັບສູນ ໄປໝົດແລ້ວ ກໍວ່າໄດ້ ຈາກ ປ່າໄມ້ ຂອງລາວ ແລະ ກໍາພູຊາ ແລະ ຄົງ ຍັງເຫຼືອ ຢູ່ ໃນປ່າໄມ້ ພາກ ຕະເວັນຕົກ ຂອງໄທ ຈໍານວນ ໜ້ອຍດຽວ.

ການສ້າງ ຖນົນ ຫົນທາງ ສ້າງ ທາງຣົດໄຟ ໃນຫລາຍ ປີ ຕໍ່ໜ້ານີ້ ຍິ່ງ ຈະເຮັດໃຫ້ ປ່າໄມ້ ໃນ ອານຸ ພູມີພາກ ສູນເສັຽ ໄປຕື່ມ, ຄວາມ ຕ້ອງການ ໄມ້ ຣາຄາ ແພງ ທີ່ ຫາຍາກ ຢູ່ ຕລາດ ປະເທດ ຈີນ ມີເພີ້ມຂື້ນ ເລື້ອຍໆ ແລະ ການສ້າງ ເຂື່ອນ ໃສ່ ແມ່ນໍ້າຂອງ ຍິ່ງ ຈະເຮັດໃຫ້ ຊີວະນາໆພັນ ດັບສູນ ໄປ ຕື່ມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.