ທາງການລາວຈັດງານສະແດງ ຜລິຕພັນ ກາເຟ

ສິດນີ
2014.10.24
f-laos ທາງການລາວຈັດງານສະແດງ ຜລິຕພັນ ກາເຟ
RFA

 

ໃນ ຕອນບ່າຍ ຂອງ ວັນທີ 24 ພຶສຈິກາ ນີ້ ທາງການ ລາວ ຈະ ຈັດງານ ບຸນ ມະຫາກັມ ກາເຟ ຫລື Coffee festival ຂື້ນເປັນ ເທື່ອທຳອິດ ທີ່ ເມືອງ ປາກເຊ ແຂວງ ຈຳປາສັກ ເພື່ອ ເປັນການ ສລອງ ຄົບຮອບ 20 ປີ ຂອງ ການສ້າງຕັ້ງ ສະມາຄົມ ກາເຟ ລາວ ໃນປີ 1994. ງານ ດັ່ງກ່າວ ຈະເລີ້ມຈາກ ຕອນບ່າຍ 2 ໂມງ ຂອງ ມື້ວັນທີ 24 ພຶສຈິກາ ໄປຮອດ ວັນທີ 26 ພຶສຈິກາ ເປັນເວລາ ສາມວັນ ທີ່ ໂຮງແຮມ ເອຣາວັນ ຣີເວີຊາຍ ເມືອງ ປາກເຊ ແຂວງ ຈຳປາງສັກ. ໃນງານ ຈະມີການ ສະແດງ ຜລິຕພັນ ການເຟ ທີ່ ມີ ຄຸນນະພາບ ໃນລາວ ຮ່ວມທັງ ການ ສຳມະນາ ກ່ຽວກັບ ກາເຟ ປະເພດ ຕ່າງໆ ໃຫ້ ຜູ້ເຂົ້າ ຮ່ວມງານ ຮູ້. ເຈົ້າຫນ້າທີ່ ຜູ້ຈັດ ງານ ໄດ້ບອກ ຣາຍຣະອຽດ ກ່ຽວກັບ ງານວ່າ:

"ວັນທີ 24-26 ພິທີ ເປີດ ແມ່ນ ວັນທີ 24 ເວລາ 2 ໂມງ ມື້ ສຳມະນາ ແມ່ນ ວັນທີ 25 ພິທີເປີດ ແມ່ນ ຢູ່ ເອຣາວັນ. 24-26 ແມ່ນຢູ່ ເອຣາວັນ ວາງສະແດງ ແມ່ນຢູ່ ເອຣາວັນ ວັນທີ 24-26".

ກ່ອນຫນ້າ ນີ້ ທາງການ ແຂວງ ຈຳປາສັກ ກໍໄດ້ ຣາຍງານ ກ່ຽວກັບ ການຈັດງານ ບຸນ ມະຫາກັມ ກາເຟ ໃນຄັ້ງນີ້ ວ່າ ເພື່ອ ສົ່ງເສີມ ຜລິຕພັນ ກາເຟ ລາວ ທີ່ ຜລິດຂື້ນ ໃນເຂດ ທ້ອງຖິ່ນ ໃຫ້ກ້າວໄປ ສູ່ຕລາດ ສາກົນ ເປັນການ ສ້າງ ໂອກາດ ໃຫ້ແກ່ ຄົນລາວ ໂດຍ ທົ່ວໄປ ໃຫ້ຮູ້ ທີ່ໄປ ທີ່ມາ ຂອງ ກາເຟ ລາວ. ເປັນເວທີ ໃນການ ປຶກສາ ຫາລື ແລະ ແລກປ່ຽນ ຄວາມຮູ້ ຣະຫວ່າງ ຜູ້ຄ້າ ກາເຟ ທັງພາຍ ໃນ ແລະ ຕ່າງປະເທດ ໃນ ຈຸດປະສົງ ເພື່ອ ເຊື່ອມ ອຸດສາຫະກັມ ການຜລິດ ກາເຟ ແລະ ອຸດສາຫະກັມ ການ ທ່ອງທ່ຽວ ເຂົ້າກັນ ໃຫ້ ເປັນຫນ້າ ດຶງດູດ ນັກທ່ອງທ່ຽວ ຕ່າງຊາດ ເຂົ້າມາທ່ຽວ ເມືອງ ປາກເຊ ຫລາຍຂື້ນ.

ເຖິງແມ່ນວ່າ ອຸດສາຫະກັມ ກາເຟ ລາວ ຈະ ກ້າວຫນ້າ ແຕ່ ຍັງມີ ສຽງ ວິພາກ ວິຈານ ວ່າ ໄດ້ສົ່ງ ຜົລກະທົບ ຕໍ່ ປະຊາຊົນ ທ້ອງຖິ່ນ ໃນ ບາງເຂດ ຍ້ອນວ່າ ຊາວບ້ານ ໄດ້ ເສັຽທີ່ ດິນ ປູກຝັງ ໃຫ້ ແກ່ ນັກລົງທຶນ ປູກ ກາເຟ ໃນ ຫລາຍແຂວງ ດັ່ງ ທີ່ ແຂວງ ສາຣະວັນ ເຊກອງ ແລະ ຈຳປາສັກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.