ກະຊວງການເງິນໃສ່ໂທດ ພະນັກງານ ສໍ້ໂກງ
2018.09.27

ກະຊວງການເງິນໄດ້ອອກຂໍ້ຕົກລົງໄລ່ ພະນັກງານ 8 ຄົນ ອອກຈາກໜ້າທີ່ຕຳແໜ່ງ ຍ້ອນການສໍ້ຣາດບັງຫລວງ.
ການໄລ່ພະນັກງານອອກຄັ້ງນີ້ ແມ່ນອີງໃສ່ ຂໍ້ຕົກລົງຂອງຣັຖມົນຕຼີ ກະຊວງການເງິນ ທ່ານ ສົມດີ ດວງດີ ວ່າດ້ວຍການປະຕິບັດວິນັຍ ພະນັກງານ ຣັຖກອນ ທີ່ສັງກັດກະຊວງການເງິນ ລົງວັນທີ 6 ກັນຍາ ຜ່ານມາ. ພະນັກງານ ກະຊວງການເງິນ ທີ່ຖືກໄລ່ອອກ ລວມມີ:
1. ທ້າວ ສາຍສະໝອນ ໄຊຊຸລຽນ ອາດີດຊ່ວຍວຽກ ຄນະນຳກະຊວງ
2. ນາງ ບຸນໄທ ເລືອງວິໄລ ອາດີດຮອງຫົວໜ້າສະຖາບັນເສຖກິດ-ການເງິນ
3. ນາງ ບຸດສະບາ ໄຊປະເສີດ ອາດີດ ຫົວໜ້າຜແນກ ກົມງົບປະມານ
4. ທ້າວ ອາລັດ ຈັນທະວົງ ອາອີດຫົວໜ້າຜແນກຫ້ອງການກະຊວງ
5. ທ້າວ ສຸທົດ ໂສດາຈັນ ອາດີດ ຫົວໜ້າຜແນກຄຸ້ມຄອງ ວິສາຫະກິດ ຣັດລົງທຶນ ແລະ ປະກັນໄພ
6. ທ້າວ ສົມໃຈ ສີຫານຸວົງ ອາດີດຮອງຫົວໜ້າຜແນກ ຄຸ້ມຄອງວິສາຫະກິດ ຣັດລົງທຶນ ແລະ ປະກັນໄພ
7. ທ້າວ ບົວໄລ ຫລວງອາໄພ ອາດີດຫົວໜ້າຜແນກກົມງົບປະມານແຫ່ງຣັດ
8. ທ້າວ ພູຄຳ ແສງສຸລິຈັນ ວິຊາການກົມຄຸ້ມຄອງວິສາຫະກິດ ຣັດລົງທຶນ ແລະ ປະກັນໄພ
ຂໍ້ຕົກລົງການໄລ່ພະນັກງານອອກນນັ້ນ ບໍ່ໄດ້ເວົ້າເຖິງເຫດຜົນ ທີ່ຊັດເຈນ ວ່າເຂົາເຈົ້າມີຄວາມຜິດຫຍັງ ແລະ ຖືກສານຕັດສິນຍ້ອນຂໍ້ຫາ ຫຍັງ. ແຕ່ ແຫລ່ງຂ່າວທີ່ໃກ້ຊິດ ເຈົ້າໜ້າທີ່ອາວຸໂສ ກະຊວງການເງິນ ຜູ້ທີ່ບໍ່ປະສົງອອກຊື່ ແລະສຽງ ໄດ້ກ່າວຕໍ່ ເອເຊັຍເສຣີ ວ່າ ພະນັກງານທັງ 8 ຄົນ ແມ່ນໄດ້ຖືກດຳເນີນຄະດີ ມີສ່ວນໂຄງການບໍ່ມີຕົວຕົນ ຫລື ໂຄງການຜີ.
ໂຄງການບໍ່ມີຕົວຕົນເກີດຂຶ້ນ ໃນປີ 2014 ໃນເວລາທີ່ມີການສ້າງໂຄງການສ້າງສະໜາມກິລາ, ສິ່ງອຳນວຍຄວາມສະດວກ ແລະຖະໜົນ ຢູ່ແຂວງອຸດົມໄຊ ເພື່ອຮອງຮັບ ການແຂ່ງຂັນກິລາ ແຫ່ງຊາດ ຊຶ່ງເຮັດໃຫ້ມີຄວາມເສັຍຫາຍຫຼາຍ 100 ຕື້ ກີບ.
ໂຄງການບໍ່ມີຕົວຕົນ ໝາຍເຖິງ ບັນດາບໍຣິສັດ ທີ່ໄດ້ສຳປະທານ ໂຄງການກໍ່ສ້າງຕ່າງໆ ຈາກຣັຖບານ ແລ້ວຣັຖບານອອກພັນທະບັດ ໃຫ້ກ່ອນ, ແຕ່ບໍຣິສັດເຫລົ່ານັ້ນ ໄປສົມຮູ້ຮ່ວມຄິດກັບເຈົ້າໜ້າທີ່ ກະຊວງການເງິນຈຳນວນທີ່ຖືກຈັບນັ້ນ ໄດ້ແລ່ນວິ້ງເຕັ້ນ ເອົາເງິນໄປໃຊ້ກ່ອນ ແລະ ບໍ່ມີການກໍ່ສ້າງຫຍັງໝົດ.
ຢູ່ໃນກອງປະຊຸມສະພາແຫ່ງຊາດ ໄດ້ມີການອະພິປາຍກັນກ່ຽວກັບໂຄງການບໍ່ມີຕົວຕົນ, ຍານາງ ບົວຄຳ ທິບພະວົງ ປະທານກຳມາທິການ ຍຸຕິທັມ ສະພາແຫ່ງຊາດ ໄດ້ກ່າວ ຢູ່ໃນກອງປະຊຸມສະພາແຫ່ງຊາດປີ 2015 ວ່າ ຕອນນຶ່ງວ່າ:
"ອັນທີ່ນຶ່ງຮ້າຍແຮງທີ່ສຸດນັ້ນ ແມ່ນໂຄງການບໍ່ມີຕົວຕົນ ແຕ່ວ່າ ພາກັນຄົ້ນຄວ້າ ວິຈັຍເປັນກຸ່ມ ໃຫ້ໄດ້ເອົາເງິນນັ້ນມາໃຊ້ຈ່າຍ."
ແຫລ່ງຂ່າວກ່າວຕື່ມອີກວ່າ ພະນັກງານຈຳນວນດັ່ງກ່າວນັ້ນ ແມ່ນຖືກຈັບໃນເດືອນທັນວາ ປີ 2014 ແລະ ຖືກກັກຂັງຢູ່ຄຸກໂພນທັນ.
ໃນເບື້ອງຕົ້ນ ອົງການກວດສອບແຫ່ງຣັດ ເປັນຜູ້ດໍາເນີນການກວດສອບ ໂຄງການບໍ່ມີຕົວຕົນ ພາຍໃຕ້ການເປັນ ປະທານຂອງ ຍານາງ ວຽງທອງ ສີພັນດອນ ແລ້ວສົ່ງຣາຍງານ ຕໍ່ໃຫ້ອົງການຕ້ານ ການສໍ້ຣາສບັງຫລວງ ໂດຍມີ ທ່ານ ບຸນທອງ ຈິດມະນີ ກັມມະການ ກົມການເມືອງສູນກາງພັກ ເປັນປະທານ ເພື່ອດໍາເນີນ ມາດຕະການເອົາຜິດ ຜູ້ທີ່ພົວພັນ ໃນການສໍ້ຣາສບັງຫລວງ.
ນອກຈາກນີ້ ຍັງມີ ທ່ານ ພູເພັດ ຄໍາພູນວົງ ອາດີດຣັຖມົນຕຼີກະຊວງການເງິນ ຖືກປົດອອກຈາກຕຳແໜ່ງ ແລະຖືກກັກຕົວ ເພື່ອສືບສວນ -ສອບສວນ ຢູ່ຫ້ອງການກວດກາ ຂອງຄນະກັມມະການ ກົມການເມືອງ ສູນກາງພັກ ຢູ່ ຫລັກ 6 ທາງດ້ານຫລັງ ພິພິດຕະພັນ ໄກສອນ ພົມວິຫານ.
ໃນ ເດືອນກັນຍາ 2015 ເຈົ້າແຂວງ ອຸດົມໄຊ ຖືກປົດຕໍາແໜ່ງ ແບບກະທັນຫັນ ຍ້ອນມີສ່ວນພົວພັນ ກັບໂຄງການບໍ່ມີຕົວຕົນ ແລະ ຕໍ່ມາກໍມີການແຕ່ງຕັ້ງ ດຣ.ເພັດສາຄອນ ຫຼວງອາໄພ ຮອງຫົວໜ້າຫ້ອງການ ສຳນັກງານນາຍົກຣັຖມົນຕຼີ ຂຶ້ນເປັນ ເຈົ້າແຂວງແທນ ອີງຕາມຂໍ້ມູນ ຈາກສຳນັກງານນາຍົກຣັຖມົນຕຼີ.
ນອກຈາກນີ້ ໂຄງການບໍ່ມີຕົວຕົນ ຍັງພົວພັນກັບອາດີດການນຳລະດັບກົມການເມືອງ ທ່ານ ນຶ່ງ ທີ່ໄດ້ອອກບຳນານໄປ ໃນສະໄໝທີ່ຜ່ານມາ.
ເຈົ້າໜ້າທີ່ໃກ້ຊິດພະນັກງານການເງິນທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຍເສຣີ ວ່າ ບໍຣິສັດ ເອລີ ກໍ່ສ້າງ ທີ່ໄດ້ຮັບສຳປະທານ ກໍ່ສ້າງສະໜາມກິລາ ແລະ ສິ່ງອຳນວຍຄວາມສະດວກ ຢູ່ແຂວງອຸດົມໄຊ ໄດ້ສ້າງເຮືອນຫລັງໃໝ່ ໃຫ້ການນຳທ່ານນັ້ນ ມູນຄ່າ 20 ຕື້ ກີບ ທີ່ຕັ້ງຢູ່ເຂດຫລັກ 6 ທາງເສັ້ນທາງ ເຂົ້າບ້ານໜອງໜ່ຽງ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ.
ກ່ອນໜ້ານີ້ ກະຊວງການເງິນ ໄດ້ອອກໜັງສືແຈ້ງການລົບລ້າງພັນທະບັດ ທີ່ອອກໃຫ້ບໍຣິສັດ ກໍ່ສາງ 8 ບໍຣິສັດ ແລະ ບໍຣິສັດ ສົ່ງເງິນຄືນ ມູນຄ່າທັງໝົດ 130 ຕື້ ກີບ.
ບໍຣິສັດ ດັ່ງກ່າວ ລວມມີ:
1. ບໍຣິສັດ ສຸລິຍາ ກໍ່ສ້າງຂົວທາງຈຳກັດ.
2. ບໍຣິສັດໄຊມ້ອນວິສາວະກຳກໍ່ສ້າງ ຈຳກັດຜູ້ດຽວ,
3. ບໍຣິສັດວິໄລພອນ ພັທນາກໍ່ສ້າງ ສ້ອມແປງຊົລປະທານ ແລະ ເຄສາສະຖານຈຳກັດຜູ້ດຽວ,
4. ບໍຣິສັດພອນໄຊ ກໍ່ສ້າງຊົລປະທານ ຂົວທາງຈຳກັດ,
5. ບໍຣິສັດສຸລິທຳກໍ່ສ້າງ ຂົວທາງ ແລະ ຊົລປະທານຈຳກັດ,
6. ບໍຣິສັດ ນະຄອນໄຊກໍ່ສ້າງຂົວທາງ ຊົລປະທານ ແລະ ເຄຫາສະຖານ,
ແລະ ຍັງມີອີກ 2 ບໍຣິສັດ ທີ່ບໍ່ໄດ້ລະບຸຊື່ ແລະ ຈຳນວນເງິນທີ່ສອງຄືນ.
ຈຳນວນ 130 ຕື້ ກີບ ທີ່ກະຊວງການເງິນປະກາດ ໃຫ້ບໍຣິສັດດັ່ງກ່າວເອົາມາຄືນສົ່ງນັ້ນ ເປັນພຽງສ່ວນນຶ່ງເທົ່ານັ້ນ ຂອງໂຄງການ ບໍ່ມີຕົວຕົນ. ທີ່ຜ່ານມາ ໄດ້ຍິນແຕ່ທາງການລາວ ໄດ້ເວົ້າເຖີງໂຄງການບໍ່ມີຕົວຕົນ, ແຕ່ປັດຈຸບັນ ຕົວທີ່ແທ້ຈິງຂອງໂຄງການນີ້ ກໍໄດ້ຖືກເປີດເຜີຍແລ້ວ.