ລາວ-EU ຕຣຽມຮ່ວມການຄ້າ

ຈໍາປາທອງ
2015.10.08
F-Lao-EU ຄນະຊີ້ນຳ ຣະດັບຊາດ ຂອງລາວ ທີ່ ເຈຣະຈາ ກັບ ສະຫະພາບຢູໂຣບ ເພື່ອເຂົ້າເປັນ ຄູ່ຮ່ວມສັນຍາ ການຄ້າ ແບບສມັກໃຈ
RFA

ຄນະຊີ້ນຳ ຣະດັບຊາດ ຂອງລາວ ໄດ້ເລິ້ມ ຕຣຽມການ ເຈຣະຈາ ກັບ ສະຫະພາບ ຢູໂຣບ ກ່ຽວກັບ ຂໍ້ຕົກລົງ ການເຂົ້າເປັນ ຄູ່ຮ່ວມ ສັນຍາ ການຄ້າ ແບບ ສມັກໃຈ ໃນ ແຜນງານ ການຈັດຕັ້ງ ປະຕິບັດ ກົດໝາຍ ປ່າໄມ້, ການ ຄຸ້ມຄອງ ແລະ ການ ຄ້າໄມ້, ເພື່ອ ແກ້ໄຂ ບັນຫາ ການຂຸດຄົ້ນ ໄມ້ ແບບ ຜິດກົດໝາຍ ແລະ ເພື່ອ ສົ່ງເສີມ ການຄ້າໄມ້ ທີ່ ຖືກຕ້ອງ ຕາມ ກົດໝາຍ. ຕາມ ຖແລງຂ່າວ ຈາກ ເມືອງ ຫຼວງພຣະບາງ.

ທ່ານ ພວງປາຣິສັກ ປຣະວົງວຽງຄຳ ຮອງ ຣັຖມົນຕຣີ ກະຊວງ ກະສິກັມ ແລະ ປ່າໄມ້ ຫົວໜ້າ ທິມງານ ເຈຣະຈາ ຝ່າຍລາວ ກັບ ສະຫະພາບ ຢູໂຣບ ໄດ້ກ່າວວ່າ: “ການ ເຈຣະຈາ ຂໍ້ຕົກລົງ ການຄ້າ ນີ້ ຕ້ອງໄດ້ ດຳເນີນ ໄປ ພ້ອມໆກັນ ກັບ ການສົ່ງເສີມ ການເພິ່ມ ມູນຄ່າ ໃນຂແນງ ປຸງແຕ່ງໄມ້ ຢູ່ ປະເທສ ລາວ, ອັນ ຈະຊ່ວຍເພິ່ມ ການເກັບ ຣາຍຮັບ ຂອງ ຣັຖ, ສ້າງວຽກເຮັດ ງານທຳ ແລະ ເຂົ້າເຖິງ ຕລາດ ສົ່ງອອກ ແຫ່ງໃໝ່ ໃຫ້ແກ່ ປະເທສ ລາວ, ພ້ອມກັນ ນັ້ນ ຍັງ ຮຽກຮ້ອງ ໃຫ້ມີການ ຈັດຕັ້ງ ປະຕິບັດ ກົດໝາຍ ຢ່າງ ເຂັ້ມງວດ ນຳດ້ວຍ".

ສະຫະພາບ ຢູໂຣບ ໄດ້ເລີ້ມ ແຜນງານ ການຈັດຕັ້ງ ປະຕິບັດ ກົດໝາຍ ປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ເພື່ອ ສະກັດກັ້ນ ການ ຂຸດຄົ້ນໄມ້ ແບບ ຜິດກົດໝາຍ ໃນ ທົ່ວໂລກ ແລະ ໄດ້ ຕຣຽມການ ເຈຣະຈາ ຂໍ້ຕົກລົງ ເຂົ້າເປັນ ຄູ່ຮ່ວມ ສັນຍາ ການຄ້າ ແບບ ສມັກໃຈ ກັບ ປະເທສ ຜລິດໄມ້ ຕື່ມອີກ.

ສປປລາວ ແມ່ນນຶ່ງ ໃນ ຫຼາຍ ປະເທສ ທີ່ເລິ້ມ ເຈຣະຈາ ຂໍ້ຕົກລົງ ດັ່ງກ່າວ ກັບ ສະຫະພາບ ຢູໂຣບ. ແຜນງານ ທີ່ວ່ານີ້ ແມ່ນ ໂຄງການ ລິເລິ້ມ ຮ່ວມກັນ ຂອງ ຣັຖບາລ ລາວ ແລະ ການ ຮ່ວມມື ພັທນາ ຂອງ ເຢັຽຣະມັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.